Homeຂ່າວຕ່າງປະເທດມຽນມາປະເຊີນພາວະຂາດແຄນນ້ຳມັນຢ່າງຮຸນແຮງ

ມຽນມາປະເຊີນພາວະຂາດແຄນນ້ຳມັນຢ່າງຮຸນແຮງ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ສິງຫາ 2024 ນີ້ກ່ຽວກັບສະຖານະການຂາດແຄນນ້ຳມັນຢ່າງຮຸນແຮງ ຢູ່ທີ່ລັດຊານ ທາງຕອນເໜືອຂອງປະເທດມຽນມາ ເຮັດໃຫ້ປະຊາຊົນພາກັນອອກມາຕໍ່ແຖວຍາວເປັນກິໂລກັນເພື່ອຕໍ່ແຖວກັນເຕີມນ້ຳມັນ ທ່າມກາງພາວະຂາດແຄນນ້ຳມັນຢ່າງຮຸນແຮງ ແລະ ພາວະເງິນເຟີ້ທີ່ພຸ່ງສູງທີ່ກຳລັງຢູ່ໃນພາວະສົງຄາມ.

ຕາມການລາຍງານໄດ້ລະບຸວ່າ: ເນື່ອງຈາກສະກຸນເງິນ ຈາດ ຂອງມຽນມາ ທີ່ອ່ອນຄ່າຮຸນແຮງໄດ້ສົ່ງຜົນກະທົບຕໍ່ການນຳເຂົ້າເຊື້ອໄຟທົ່ວປະເທດ ເຮັດໃຫ້ລັດຖະບານມຽນມາປະກາດວ່າ: ຈະປ່ອຍເງິນ 100 ລ້ານໂດລາສະຫະລັດເຂົ້າສູ່ລະບົບ ເພື່ອຊ່ວຍເຫຼືອຜູ້ນຳເຂົ້າໃນການຊື້ເຊື້ອໄຟ ແລະ ນ້ຳມັນ.

ຜູ້ບັນຊາການກອງທັບກ່າວໃນຖະແຫຼງການວ່າ: ທະນາຄານກາງມຽນມາ ໄດ້ຈັດກຽມເງິນ 100 ລ້ານໂດລາສະຫະລັດ ເພື່ອໃຊ້ກັບພາກສ່ວນນ້ຳມັນເຊື້ອໄຟໃນຕະຫຼາດເງິນຕາຕ່າງປະເທດແລ້ວ.

ທັງນີ້ເນື່ອງຈາກສະຖານະການສົງຄາມກາງເມືອງໃນມຽນມາ ທີ່ຍັງເກີດການສູ້ຮົບລະຫວ່າງຊົນເຜົ່າ ແລະ ທະຫານຝ່າຍລັດຖະບານ ຢູ່ຫຼາຍຈຸດ ກຳລັງສົ່ງຜົນກະທົບໃຫ້ການໃຊ້ຊີວິດໃນມຽນມາຍາກລຳບາກຫຼາຍຂຶ້ນ.

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...