Homeຂ່າວຕ່າງປະເທດສັງຄົມອົດສະຕາລີ ຍົກຍ້ອງ 2 ຕົວປະກັນ ເສຍສະຫລະຊີວິດ ເປັນດັ່ງ Hero ຊ່ວຍຜູ້ອື່ນ!

ສັງຄົມອົດສະຕາລີ ຍົກຍ້ອງ 2 ຕົວປະກັນ ເສຍສະຫລະຊີວິດ ເປັນດັ່ງ Hero ຊ່ວຍຜູ້ອື່ນ!

Published on

B47v8MbCIAAYig4

 

ອົດສະຕາລີ ຍົກຍ້ອງ 2 ຕົວປະກັນທີ່ເສຍຊີວິດຈາກເຫດຈັບຕົວປະກັນ ໃນກາງນະຄອນຊິດນີ້ ເປັນຮີໂຣ່ ເສຍສະຫລະຊີ

ວິດເພື່ອຕົວປະກັນຄົນອື່ນໆ.

 

ວັນທີ 16 ທັນວານີ້ ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ໂທ ຣີ ຈອນສັນ ອາຍຸ 34 ປີ ຜູ້ຈັດການຮ້ານຊ໊ອກໂກແລັດ

ລິນ ຄາເຟ່ ໃນນະຄອນຊິດນີ ປະເທດອົດສະຕາລີ ແລະ ທ່ານ ນາງ ຄາທຣິນາ ດໍສັນ ອາຍຸ 38 ປີ ອາຊີບທະນາຍຄວາມ ເຊິ່ງ

ເປັນ 2 ຜູ້ເສຍຊີວິດໃນເຫດການຈັບຕົວປະກັນໃນຮ້ານ ລິນ ຄາເຟ່ ກາງນະຄອນຊິດນີ ໃນມື້ວານນີ້ (15 ທັນວາ) ໄດ້ຮັບ

ການຍົກຍ້ອງໃຫ້ເປັນວິລະບຸລຸດ ແລະ ວິລະສະຕີ ຈາກຄວາມກ້າຫານທີ່ຍອມເສຍສະຫລະຊີວິດຂອງຕົນເອງ ເພື່ອຊ່ວຍ

ເຫລືອຕົວປະກັນຄົນອື່ນໆ.

 

ແຫລ່ງຂ່າວໄດ້ລາຍງານວ່າ ທ່ານ ໂທຣີ ຈອນສັນ ໄດ້ພະຍາຍາມເຂົ້າໄປຍາດເອົາປືນຈາກ ມານ ຮາຣອນ ໂມນິສ ເຊິ່ງເປັນ

ຊາວອີຣ່ານຜູ້ກໍ່ເຫດ ແລະ ສຸດທ້າຍປືນກໍລັ່ນໃສ່ຈອນສັນ ຈົນເສຍຊີວິດ, ຫລັງຈາກສຽງປືນດັງຂຶ້ນ ເຈົ້າໜ້າທີ່ຕຳຫລວດ

ໄດ້ເປີດສາກບຸກເຂົ້າຊ່ວຍເຫລືອຕົວປະກັນຄົນອື່ນໆໄດ້ຈົນສຳເລັດ.

 

ສ່ວນທ່ານ ນາງ ຄາທຣິນາ ດໍສັນ ໄດ້ຍອມສະຫລະຊີວິດຂອງນາງ ເພື່ອປົກປ້ອງເພື່ອນຕົວປະກັນຜຸ້ທີ່ຖືພາ ກ່ອນທີ່ນາງ

ຈະໄປເສຍຊີວິດໃນຂະນະນຳສົ່ງໂຮງໝໍ ໂດຍຕຳຫລວດໄດ້ຢືນຢັນວ່າ ຕົວປະກັນຜູ້ກ້າຫານທັງສອງຄົນ ແລະ ມືປືນຜູ້ກໍ່

ເຫດອີກ 1 ຄົນ ເສຍຊີວິດໃນເຫດການ, ຂະນະທີ່ຕົວປະກັນຄົນອື່ນໆ ແມ່ນໄດ້ຮັບບາດເຈັບ 4 ຄົນ.

 

ມະຫາວິທະຍາໄລເຊັນແມຣີ່ ເຊິ່ງຢູ່ບໍ່ໄກຈາກຮ້ານດັ່ງກ່າວນັ້ນ ໄດ້ມີການນຳເອົາຊໍ່ດອກໄມ້ຫລາຍຮ້ອຍຊໍ່ ມາວາງລວມ

ກັນຢູ່ໜ້າໂບດ ໂດຍມີຄຸນພໍ່ແອນໂທນີ່ ຟິດເຊີ ໄດ້ກ່າວຍົກຍ້ອງທ່ານ ຈອນສັນ ແລະ ທ່ານນາງ ດໍສັນ ວ່າທັງຄູ່ເປັນວິລະ

ບູລຸດ ແລະ ວິລະສະຕີ ທີ່ຍອມເສຍສະຫລະຊີວິດເພື່ອຊ່ວຍຜູ້ອື່ນ.

 

TOPSHOTS-AUSTRALIA-SEIGE-CONFLICT

AUSTRALIA-SIEGE-CONFLICT

AUSTRALIA-HOSTAGE-SECURITY-ISLAM-FILES
ມານ ຮາຣອນ ໂມນິສ (ຜູ້ກໍ່ເຫດ)

 

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...