spot_img
Homeຂ່າວພາຍ​ໃນອາຈານເວີນເປັນຫ່ວງນັກເຕະທີ່ຍັງບໍ່ເອົາໃຈໃສ່ໃນການຝຶກຊ້ອມ‬

ອາຈານເວີນເປັນຫ່ວງນັກເຕະທີ່ຍັງບໍ່ເອົາໃຈໃສ່ໃນການຝຶກຊ້ອມ‬

Published on

ດຣ.ເວີນສະຫວັນ ສີວິໄຊ ກັງວົນຫຼາຍໃນນັດທີ່ຈະພົບກັບ ຮວງແອັງອັດຕະປື ໃນວັນອາທິດນີ້, ເຖິງຢ່າງໃດກໍຕາມ ຍັງເຊື່ອຫມັ້ນໃນຄວາມສາມາດນັກເຕະ ແລະ ຄວາມໄດ້ປຽບຂອງນັກເຕະເສີມທັບ.

ດຣ ເວີນສະຫວັນ ສີວິໄຊ ຫຼື ຮູ້ກັນໃນນາມ ອາຈານ ເວີນ PVFC ຜູ້ຊ່ວຍຄູຝຶກທີມ SHB VT FC ໄດ້ເນັ້ນຢໍ້າໃຫ້ນັກເຕະໃນທີມໃນການຝຶກຊ້ອມ ຈົ່ງຫຼີ້ນດ້ວຍຄວາມກະຕືລືລົ້ນ, ເຕັມທີ່ກັບການຝຶກຊ້ອມ, ພັກຜ່ອນຫຼາຍໆ ເຮັດໃນສິ່ງທີ່ເຮົາຮ່ວມກັນສ້າງຂື້ນມາ ຄືການເຮັດດີທີ່ສຸດເພື່ອຮັບໃຊ້ສະໂມສອນ ແລະ ຍັງເນັ້ນໃຫ້ນັກເຕະທຸກຄົນພາກັນຫລີ້ນໃນເກມ ຫນັກໃນເກມ ບໍ່ແມ່ນຫລີ້ນດ້ວຍອາລົມ ຈົ່ງຫລີ້ນດ້ວຍໃຈ ໂດຍສະເພາະການສະສົມບັດເຫລືອງ ຫຼື ແດງ ທີ່ຈະມີຜົນຕໍ່ທີມໃນນັດຕໍ່ໄປ.

ນັດທີ່ຈະພົບກັບຮວງແອັງອັດຕະປືນີ້ ອຈເວີນບອກວ່າ : “ເຮົາໄດ້ປຽບເຂົາໃນເລື່ອງຂອງນັກເຕະເສີມທີມ ເຂົາເຈົ້າຈະໃຊ້ນັກເຕະໂຕເກົ່າຂອງເຂົາ ຄືການສ້າງຄວາມໄດ້ປຽບໃນການເຄາະບານ 1-2 ແລະ ໂຍນໃຫ້ປີກເປັນໂຕເຄື່ອນບານເຂົ້າເຂດປະຕູ. ສະນັ້ນ ພະຍາຍາມໃຫ້ອ້່າຍນ້ອງໃນທີມຈັບບານໃຫ້ໄດ້ປຽບ ແລະ ບໍ່ຕ້ອງຫຼີ້ນຫຼາຍຈັງຫວະ. ຖ້າຊະນະອັດຕະປືໄດ້ ມັນຈະເປັນບາດກ້າວສໍາຄັນ ໃນການສູ້ກັບທີມອື່ນໃນນັດຕໍ່ໄປ”

10447038_841519192585691_4192216075478823676_n

ບົດຄວາມຫຼ້າສຸດ

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...