spot_img
Homeຊີວິດແລະຄວາມຮັກປະໂຫຍດ 10  ຢ່າງທີ່ເກີດຈາກການຢູ່ຄົນດຽວ

ປະໂຫຍດ 10  ຢ່າງທີ່ເກີດຈາກການຢູ່ຄົນດຽວ

Published on

images

ໂດຍສ່ວນໃຫຍ່ແລ້ວຄົນເຮົາຈະບໍ່ມັກຢູ່ແບບໂດດດ່ຽວ ເພາະຄົນສ່ວນໃຫຍ່ຈະເບິ່ງວ່າການຢູ່ຄົນດຽວໝາຍເຖິງ ການ ຕໍ່ຄ້ານສັງຄົມ ຫຼື ບໍ່ສາມາດເຂົ້າກັບຄົນອຶ່ນໃນສັງຄົມໄດ້ ແລະ ຄົງຈະບໍ່ມີໃຜທີ່ຢາກຈະຖືກເບິ່ງວ່າປັນຄົນແບບນັ້ນ. ແຕ່ຄວາມເປັນຈິງແລ້ວການທີ່ຢູ່ຄົນດຽວກໍ່ບໍ່ໝາຍຄວາມວ່າເປັນເລື່ອງທີ່ບໍ່ດີສະເໝີໄປ ເພາະວ່າຖ້າຫາກທ່ານລອງເປີດໃຈຢູ່ກັບມັນ ແລ້ວທ່ານຈະໄດ້ເຫັນເຖິງປະໂຫຍດຂອງມັນ ແລະ ນີ້ກໍ່ຄືປະໂຫຍດ 10 ປະການທີ່ຈະເກີດຂຶ້ນຫາກທ່ານຈະລອງຢູ່ຄົນດຽວ.

1. ເໝືອນກັບວ່າທ່ານໄດ້ຊາກແບດເຕີລີໃຫ້ໂຕເອງ

ຫຼາຍຄັ້ງເວລາທີ່ເຮົາຢູ່ຮ່ວມກັບຄົນອຶ່ນ ເຮົາມັກຈະສູນເສຍພະລັງງານເປັນຈໍານວນຫຼາຍ ເພື່ອເຮັດໃຫ້ຄົນອຶ່ນທີ່ຢູ່ອ້ອມຂ້າງເຮົາ ນັ້ນມີຄວາມສຸກ, ມີຮອຍຍີ້ມ ແລະ ສຽງຫົວ ຫຼືບໍ່ກໍ່ໃຊ້ພະລັງງານໃນການອ່ານອາລົມຄົນອຶ່ນເພື່ອສ້າງຄວາມສໍາພັນກັບເຂົາ ຊຶ່ງການກະທໍາເຫຼົ່ານັ້ນ ມັນໄດ້ດູດພະລັງງານໄປຈາກຈິດໃຈຂອງເຮົາຈົນໝົດ ແລະ ຖ້າທ່ານເປີດໂອກາດໃຫ້ໂຕເອງໄດ້ຢູ່ຄົນດຽວແດ່ກໍ່ຄົງຈະດີ ເພື່ອຈະໄດ້ມີໂອກາດເຕີມເຕັມພະລັງງານຂອງທ່ານກັບມາຈົນເຕັມ ແລ້ວພັກກາຍພັກໃຈຈາກການທີ່ຕ້ອງຄອຍຕິດຕໍ່ກັບຄົນອ້ອມຂ້າງຕະຫຼອກເວລາ.

2. ທ່ານຈະໄດ້ມີເວລາໃນການຄິດທົບທວນເລື່ອງຕ່າງໃນຊີວິດໄດ້ຫຼາຍຂຶ້ນ

ຄວາມເປັນຈິງແລ້ວຊີວິດຂອງຄົນເຮົາແມ່ນມີການເຄື່ອນໄຫວຢູ່ຕະຫຼອດເວລາບໍ່ວ່າຈະເປັນວຽກສ່ວນຕົວ ແລະ ສ່ວນລວມ ຊຶ່ງການຮີບຮ້ອນເຫຼົ່ານັ້ນ ໄດ້ເຮັດໃຫ້ທ່ານບໍ່ມີເວລາຢຸດພັກ ເພື່ອເບິ່ງໂຕເອງ ແລະ ຄິດເຖິງສິ່ງຕ່າງໆທີ່ທ່ານຕ້ອງການໃນຊີວິດເລີຍ. ດັ່ງນັ້ນ, ຫາກທ່ານໄດ້ມີໂອກາດຢູ່ຄົນດຽວກໍ່ຈະເປັນການດີ ທີ່ຈະໄດ້ຢູ່ກັບຕົວເອງແລ້ວມີເວລາຄິດທົບທວນເລື່ອງຕ່າງໆໄດ້ຢ່າງຖີ່ຖ້ວນ ເພາະວ່າໃນເວລາທີ່ທ່ານຢູ່ຄົນດຽວ ບໍ່ຈໍາເປັນຕ້ອງຄິດເຖິງຄວາມສຸກຂອງຄົນອ້ອມຂ້າງ ເຮັດໃຫ້ທ່ານມີເວລາຫຼາຍຂຶ້ນໃນການທີ່ຈະເບິ່ງເລິກເຂົ້າໄປຂ້າງໃນຈິດໃຈຂອງທ່ານເອງ ຊ່ວງເວລາໂດດດ່ຽວນີ້ລະເປັນຊ່ວງເວລາທີ່ດີທີ່ສຸດ!

3. ທ່ານຈະເຂົ້າໃຈອາລົມ ແລະ ຄວາມຮູ້ສຶກຂອງຕົວທ່ານເອງໄດ້ຫຼາຍຂຶ້ນ

ໃນເມື່ອທ່ານຖືກອ້ອມຮອບດ້ວຍຄົນອ້ອມຂ້າງຕະຫຼອດເວລາ ທ່ານກໍ່ຈະໃຊ້ເວລາເຫຼົ່ານັ້ນ ໄປສົນໃຈກັບຄົນອ້ອມຂ້າງຈົນລືມກັບມາເບິ່ງ ແລະ ທໍາຄວາມຄວາມເຂົ້າໃຈກັບອາລົມຂອງຕົນເອງ. ດັ່ງນັ້ນ, ເມື່ອທ່ານໄດ້ຢູ່ກັບຕົວເອງ ທ່ານຈະໄດ້ພົບກັບມູມມອງໃໝ່ໆ ກ່ຽວກັບອາລົມຂອງຕົນເອງ ໂດຍທ່ານຈະເຂົ້າໃຈຢ່າງເລິກເຊິ່ງເຖິງຫຼາຍໆເຫດຜົນໃນແຕ່ລະອາລົມຂອງທ່ານ, ທັງສິ່ງທີ່ເຮັດໃຫ້ມີຄວາມສຸກ ແລະ ສິ່ງທີ່ເຮັດໃຫ້ທ່ານເກີດອາລົມງຸດງິດ ຫຼື ລວມໄປເຖິງສິ່ງທີ່ເຮັດໃຫ້ທ່ານໂສກເສົ້າ ແລະ ໃນເມື່ອທ່ານຮູ້ເຖິງຮາກເຫງົ້າອາລົມຂອງຕົນເອງແລ້ວ ກໍ່ຈະເຮັດໃຫ້ທ່ານສາມາດຄວບຄຸມອາລົມຕົວເອງໄດ້ງ່າຍຂຶ້ນ. ດັ່ງນັ້ນ, ທ່ານຕ້ອງລອງຢູ່ຄົນດຽວເຖິງຈະເຂົ້າໃຈເຖິງອາລົມຂອງຕົນອງ.

4. ທ່ານຈະເລີ່ມຕົ້ນເຮັດໃນສິ່ງທີ່ທ່ານຕ້ອງການ

ເວລາທ່ານຢູ່ກັບຄົນອຶ່ນ ທ່ານຕ້ອງຄອຍເຮັດໃນສຶ່ງທີ່ຄົນອຶ່ນຕ້ອງການ ແລະ ສ່ວນຫຼາຍມັນກໍ່ຈະບໍ່ແມ່ນສິ່ງທີ່ທ່ານເອງຍາກຈະເຮັດແທ້ໆ. ເພາະສະນັ້ນ, ຫາກທ່ານໄດ້ຢູ່ຄົນດຽວ ທ່ານກໍ່ຈະຮູ້ວ່າທ່ານມີອິດສະລະຫຼາຍຂຶ້ນໃນການທີ່ຈະເຮັດໃນສິ່ງທີ່ທ່ານຕ້ອງການຢ່າງແທ້ຈິງ.

5. ທ່ານຈະເຮັດວຽກໄດ້ຫຼາຍຂຶ້ນ

ຊ່ວງເວລາທີ່ທ່ານໄດ້ຢູ່ກັບຄົນອຶ່ນ ມັນຈະເປັນຊ່ວງເວລາທີ່ມ່ວນຊື່ນກໍ່ຈິງ ແຕ່ມັນກໍ່ຈະຫຼຸດຄວາມສາມາດໃນການເຮັດວຽກຂອງທ່ານລົງ ເພາະຜູ້ຄົນເຫຼົ່ານັ້ນມັກຈະດືງທ່ານໄປຈາກວຽກທີ່ທ່ານພະຍາຍາມຈະເຮັດໃຫ້ມັນສໍາເລັດ. ຖ້າທ່ານໃຊ້ເວລາຢູ່ຄົນດຽວຫຼາຍຂຶ້ນກໍ່ຍິ່ງເພີ່ມປະສິດທິພາບໃນການເຮັດວຽກຫຼາຍຂຶ້ນ ເພາະທ່ານຈະບໍ່ໄດ້ຄິດນໍາເລື່ອງຂອງຄົນອ້ອມຂ້າງ ແລ້ວຈະກັບມາສຸມໃສວຽກຂອງຕົນເອງໄດ້ຫຼາຍຂຶ້ນກວ່າເກົ່າ.

6. ທ່ານຈະມີຄວາມສໍາພັນກັບຄົນອຶ່ນໄດ້ດີຂຶ້ນ

ໃນເມື່ອທ່ານໄດ້ມີເວລາຢູ່ຄົນດຽວຫຼາຍຂຶ້ນ ແລ້ວມັນຍັງເຮັດໃຫ້ທ່ານມີຄວາມສໍາພັນທີ່ດີກັບຄົນອຶ່ນອີກດ້ວຍ ກໍ່ເພາະວ່າໃນເມື່ອທ່່ານຢູ່ຄົນດຽວ ທ່ານກໍ່ຈະມີຄວາມມັກຮັກໃນຕົວເອງຫຼາຍຂຶ້ນ ແລະ ກໍ່ຈະຊື້ນຊົມໃນສິ່ງທີ່ຜູ້ອຶ່ນໄດ້ເຮັດໃຫ້ທ່ານທີ່ເກີດຈາກຄວາມສໍາພັນໃນເວລາທີ່ຜ່ານມາ. ເຊິ່ງສິ່ງເຫຼົ້ານີ້ທ່ານອາດເຄີຍເບິ່ງຂ້າມມັນໄປ ແລະ ບໍ່ເຄີຍສົນໃຈມັນມາກ່ອນ.

7. ທ່ານຈະຮູ້ສຶກເປັນອິດສະລະຫຼາຍຂຶ້ນ

ໃນເມື່ອທ່ານເລີ້ມມັກທີ່ຈະຢູ່ຄົນດຽວທ່ານກໍ່ຈະຮູ້ສຶກໝັ້ນໃຈທີ່ຈະເຮັດຫຍັງຄົນດຽວ ແລະ ກໍ່ຮູ້ສຶກເປັນອິດສະລະຫຼາຍຂຶ້ນໂດຍທີ່ບໍ່ຕ້ອງເພິ່ງພາຜູ້ອຶ່ນ, ທ່ານຈະບໍ່ຮູ້ສຶກຢ້່ານກົວ ຫຼື ຕ້ອງການເພື່ອນໄປໃສມາໃສຕະຫຼອດເວລາ,  ທ່ານຈະຮູ້ສຶກວ່າມັນບໍ່ຈໍາເປັນຂະໜາດນັ້ນທີ່ຈະຕ້ອງມີໝູ່ຄູ່ລົມນໍາຕະຫຼອດເວລາ ແລະ ຈະບໍ່ຮູ້ສຶກໂດດດ່ຽວເວລາທີ່ບໍ່ມີໃຜຢູ່ຂ້າງໆ.

8. ທ່ານຈະຮູ້ສຶກວ່າບໍ່ຈໍາເປັນຕ້ອງພະຍາຍາມເອົາໃຈຜູ້ອຶ່ນອີກຕໍ່ໄປ

ແນ່ນອນວ່າເວລາທ່ານມີຄວາມສໍາພັນກັບຄົນໃດຄົນໜຶ່ງ ບໍ່ວ່າຈະເປັນຄວາມສໍາພັນແບບສ່ວນຕົວ ຫຼືກັບໃຜກໍ່ຕາມ ທ່ານກໍ່ຄົງຈະຢາກຮັກສາຄວາມສໍາພັນນັ້ນໄວ້ ໂດຍຈະພະຍາຍາມເຮັດໃຫ້ອີກຝ່າຍໜຶ່ງມີຄວາມຮູ້ສຶກພໍໃຈ ຊຶ່ງເບິ່ງແລ້ວມັນເປັນວຽກທີ່ເມື່ອຍ ແລະ ກໍ່ໃຊ້ພະລັງງານຢ່າງຫຼວງຫຼາຍທີ່ເຮົາຈະເຮັດແບບນັ້ນຕະຫຼອດເວລາ. ດັ່ງນັ້ນ, ເມື່ອທ່ານໄດ້ຢູ່ຄົນດຽວ ແລະ ຄົນທີ່ທ່ານຕ້ອງເປັນຫ່ວງວ່າເຂົາຈະມີຄວາມສຸກ ຫຼືບໍ່ນັ້ນກໍ່ຄືຕົວທ່ານເອງ! ທ່ານຈະເຮັດແບບໃດໃຫ້ຕົວເອງມີຄວາມສຸກກໍ່ເຮັດໄດ້ຕາມໃຈ ພຽງແຕ່ຢ່າໄປເຮັດໃຫ້ຄົນອຶ່ນເດືອດຮ້ອນກໍ່ພໍ.

9. ທ່ານບໍ່ຕ້ອງຂໍໂທດກັບສິ່ງໃດໆອີກຕໍ່ໄປ

ເມື່ອທ່ານໄດ້ຢູ່ຄົນດຽວຈະເຫັນໄດ້ເລີຍວ່າທ່ານບໍ່ຕ້ອງ ຄອຍມາຂໍໂທດຄົນອຶ່ນໃນສິ່ງທີ່ຕົນເອງເຮັດລົງໄປ ເພາະວ່າໃນເມື່ອທ່ານຢູ່ຄົນດຽວ ແລະ ສິ່ງທີ່ເຮັດລົງໄປກໍ່ເພື່ອຕົນເອງ ຊຶ່ງບໍ່ໄດ້ໄປກະທົບ ຫຼື ເຮັດໃຫ້ໃຜຮູ້ສຶກບໍ່ດີ ເຊິ່ງຕ້ອງຂໍໂທດເຂົາແລ້ວມາຮູ້ສຶກກົດດັນໃສ່ຕົວເອງ ແລະ ກໍ່ບໍ່ຕ້ອງມານັ້ງຄິດວ່າຄໍາເວົ້າ ແລະ ການກະທໍາຂອງທ່ານຈະໄປກະທົບໃສຜູ້ອຶ່ນໃຫ້ເຂົາຕ້ອງເສຍໃຈ.

10. ທ່ານຈະເລີກຖາມຫາຄວາມຄິດເຫັນ ຈາກຜູ້ອຶ່ນ

ຫຼາຍຄັ້ງທີ່ເຮົາມັກຈະຢາກໄດ້ຍິນຄວາມເຫັນຈາກໝູ່ຄູ່ ຫຼື ຄອບຄົວ ເພື່ອ ຈະຢຶນຢັນວ່າການກະທໍາຂອງເຮົາຖືກຕ້ອງຫຼືບໍ່ ແລ້ວເຮົາກໍ່ມັກຈະຢາກໄດ້ຄໍາຢຶນຢັນເຫຼົ່ານັ້ນຕະຫຼອດກ່ອນທີ່ຈະເຮັດຫຍັງຕໍ່ໄປ, ຊຶ່ງແນ່ນອນໃນບາງຄັ້ງຄວາມເຫັນເຫຼົ່ານັ້ນກໍ່ຈໍາເປັນ ແຕ່ໃນບາງເວລາມັນກໍ່ບໍ່ຜິດທີ່ເຮົາຈະຕັດສິນໃຈເຮັດໃນບາງສິ່ງບາງຢ່າງດ້ວຍຕົວຂອງເຮົາເອງ, ແຕ່ເຮົາກໍ່ມັກຈະສະແຫວງຫາຄໍາຕອບຈາກຜູ້ອຶ່ນໂດຍທີ່ບໍ່ຈໍາປັນ. ດັ່ງນັ້ນ, ເມື່ອທ່ານໄດ້ເລີ້ມຢູ່ຄົນດຽວ ທ່ານກໍ່ຈະເລີ້ິ້ມຮຽນຮູ້ທີ່ຈະເຊື່ອໝັ້ນໃນສັນຊາດຕະຍານຂອງຕົວທ່ານເອງ ແລ້ວຕັດສິນໃຈລົງມືເຮັດດ້ວຍຕົວເອງ ໂດຍປາສະຈາກຄວາມເຫັນຂອງຜູ້ອຶ່ນມາເປັນຫຼັກຢຶນຢັນໃຫ້ກັບທ່ານ.

ເຫັນບໍ່ລະ ວ່າການຢູ່ຄົນດຽວມັນກໍ່ບໍ່ແມ່ນສິ່ງທີ່ບໍ່ດີສະເໝີໄປ ແລະ ມັນຍັງມີຂໍ້ດີຫຼາຍໆຢ່າງອີກດ້ວຍ.

ຂອບໃຈບົດຄວາມດີໆ ຈາກ:  kiitdoo

ບົດຄວາມຫຼ້າສຸດ

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...

ເກີດຂຶ້ນ 1 ໃນ 8 ລ້ານ ຕ້ອງໄດ້ທຳການຜ່າອອກດ່ວນ ຍິງຊາວອິນເດຍພົບໂຕອ່ອນມາຢູ່ໃນຕັບ

ຍິງຊາວອິນເດຍມີອາການເຈັບທ້ອງ ຜົນສະແກນ MRI ພົບວ່າມີໂຕອ່ອນມາຢູ່ໃນຕັບ ເຊິ່ງເກີດຂຶ້ນໄດ້ຍາກມີພຽງ 45 ກໍລະນີ ໃນທົ່ວໂລກ ຈາກກໍລະນີຍິງຊາວອິນເດຍ ອາຍຸ 35 ປີ, ທີ່ກຳລັງຖືພາ 12 ອາທິດ...