Homeຂ່າວຢາເສບຕິດຕໍາຫຼວດ ລາວ - ຫວຽດນາມ ຮ່ວມກັນຈັບຕົວຜູ້ຂາຍຢາເສບຕິດ

ຕໍາຫຼວດ ລາວ – ຫວຽດນາມ ຮ່ວມກັນຈັບຕົວຜູ້ຂາຍຢາເສບຕິດ

Published on

ອີງຕາມການລາຍງານຂອງເຈົ້າໜ້າທີ່ວິຊາສະເພາະ ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄໍາໄຊ ໃຫ້ຮູ້ວ່າ: ຕົ້ນເດືອນມີນາ 2024 ທາງເຈົ້າໜ້າທີ່ພະແນກສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງບໍລິຄຳໄຊ ໄດ້ຮັບແຫຼ່ງຂ່າວຈາກພົນລະເມືອງດີວ່າ ມີກຸ່ມຄົນຈຳນວນໜຶ່ງ ໄດ້ເຄື່ອນໄຫວຄ້າ-ຂາຍ ແລະ ຂົນສົ່ງຢາເສບຕິດຈໍານວນຫຼາຍ ຢູ່ຕາມຊາຍແດນລາວ-ຫວຽດນາມ, ຈາກນັ້ນເຈົ້າໜ້າທີ່ວິຊາສະເພາະ ປກສ ແຂວງບໍລິຄຳໄຊ ຈຶ່ງໄດ້ມີການຕິດຕໍ່ປະສານສົມທົບກັບ ເຈົ້າໜ້າທີ່ຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ແຂວງຮ່າຕິງ ສສ ຫວຽດນາມ ເພື່ອກວດກາ, ຕິດຕາມເປົ້າໝາຍສົງໄສ ຈົນສາມາດຮູ້ໄດ້ການເຄື່ອນໄຫວ ແລະ ພົບເຫັນ ກຸ່ມເປົ້າໝາຍດັ່ງກ່າວທີ່ພວມຈະຂົນສົ່ງຢາເສບຕິດອອກໄປຂາຍຢູ່ຕ່າງປະເທດ ໂດຍອາໄສຂົນສົ່ງຜ່ານເສັ້ນທາງຫຼວງອອກສູ່ຊາຍແດນປະເທດ ສສ ຫວຽດນາມ.

ຜ່ານການເກັບກຳຂໍ້ມູນ, ກວດກາພິສູດແຫຼ່ງຂ່າວທີ່ໄດ້ຮັບມາ ເຫັນວ່າຈະມີການເຄື່ອນໄຫວແທ້ ຕໍ່ກັບສະພາບການດັ່ງກ່າວໜ່ວຍງານວິຊາສະເພາະ ຈຶ່ງລາຍງານຕໍ່ຄະນະບັນຊາຂັ້ນເທີງ ເພື່ອສ້າງເປັນລາຍຄະດີສະເພາະ ຮ່ວມກັບ ຕຳຫຼວດວິຊາສະເພາະ ແຂວງຮ່າຕິງ ສສ ຫວຽດນາມ ລົງຕິດຕາມບັນດາເປົ້າໝາຍທີ່ຕ້ອງສົງໄສ ມາຮອດວັນທີ 21 ກໍລະກົດ 2024 ເຈົ້າໜ້າທີ່ໄດ້ອອກເຄື່ອນໄຫວ ລາດຕະເວັນຢູ່ຂອບເຂດເມືອງຄຳເກີດ, ແຂວງບໍລິຄຳໄຊ ຈຶ່ງພົບເຫັນລົດເກັງ ສີຂາວ ໝາຍເລກທະບຽນ ກຮ 1606 ກໍາແພງນະຄອນ, ເຊິ່ງເປັນລົດເປົ້າໝາຍສົງໄສ ແລ່ນຢູ່ຕາມເສັ້ນທາງບໍລິເວນຂອບເຂດບ້ານຫ້ວຍແກ້ວ, ເມືອງຄໍາເກີດ, ແຂວງບໍລິຄໍາໄຊ ເຈົ້າໜ້າທີ່ວິຊາ ສະເພາະ ຈຶ່ງໄດ້ສະກັດລົດຄັ້ງດັ່ງກ່າວໃຫ້ຢຸດຈອດ, ໃນເບື້ອງຕົ້ນຜູ້ຂັບຂີ່ລົດບໍ່ໃຫ້ຄວາມຮ່ວມືກັບເຈົ້າໜ້າທີ່, ຈາກນັ້ນ ຈຶ່ງໄດ້ເຂົ້າກວດກາພາຍໃນລົດຄັນດັ່ງກ່າວ ຈຶ່ງພົບເຫັນຂອງກາງຢາເສບຕິດ ປະເພດຢາໄອ້ ຈໍານວນ 106 ຫໍ່ ນໍ້າໜັກ 110 ກິໂລກຼາມ, ເຮໂຣອິນ ຈໍານວນ 99 ແຫ່ງ ນໍ້າໜັກ 37.5 ກິໂລກຼາມ ແລະ ຢາອີ ຈໍານວນ 47 ຫໍ່ ນໍ້າໜັກ 61 ກິໂລກຼາມ ທີ່ຜູ້ກ່ຽວບັນທຸກມາເຕັມຄັນລົດໂດຍມີຢູ່ຫ້ອງຂັບ ແລະ ກະໂປງທາງຫຼັງລົດ; ຈາກນັ້ນ, ກໍໄດ້ກັກຕົວຜູ້ກ່ຽວ ເພື່ອສືບສວນ-ສອບສວນ ຈຶ່ງຮູ້ວ່າຜູ້ຂັບຂີ່ລົດຊື່ ທ້າວ ວື່ມົວ ວື່, ອາຍຸ 42 ປີ ຢູ່ບ້ານໂພນເມືອງນ້ອຍ, ເມືອງຄຳເກີດ, ແຂວງບໍລິຄໍາໄຊ.

ປັດຈຸບັນ, ເຈົ້າໜ້າທີ່ວິຊາສະເພາະກຳລັງເລັ່ງດຳເນີນການສືບສວນ-ສອບສວນຂະຫຍາຍຜົນ ເພື່ອດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...