ຄຳວ່າ “ພັນສາ” ຫຼື “ວັສສາ” ໄດ້ແກ່ປີ ຫຼື ລະດູຝົນ ຄຳວ່າ: ເຂົ້າໄດ້ແກ່ ການເຂົ້າໄປຢູ່ປະຈຳ ໃນສະຖານທີ່ໃດທີ່ໜຶ່ງ ໂດຍບໍ່ໄປແຮມຄືນ ຫຼື ຄ້າງຄືນບ່ອນອື່ນຕະຫຼອດສາມເດືອນ, ຊື່ວ່າ: ເຂົ້າພັນສາ ຫຼື ຈຳພັນສາ ປີໜຶ່ງມີການກຳໜົດ ສອງເທື່ອຄື: ປຸຣິມີກາ ວັສສູປນະນີກາ ເຂົ້າພັນສາຕົ້ນ ເລີ່ມແຕ່ແຮມ 1 ຄ່ຳເດືອນ 8 ຖ້າປີໃດເປັນປີ ອະທິກະມາດມີເດືອນ 8 ສອງຫົນ ກໍເລື່ອນມາເຂົ້າພັນສາເດືອນ 8 ຫຼັງ ແລະ ອອກພັນສາໃນມື້ ຂຶ້ນ 15 ຄ່ຳເດືອນ 11 ເອີ້ນວ່າ: ປັສສິມມະພັນສາ.
*ມູນເຫດແຫ່ງການເຮັດບຸນມີເລື່ອງເລົ່າໄວ້ໃນ ວັສສູປະນະຍິກາຂັນທະກະ ວ່າ: ພິກຂຸບໍລິສັດທ່ຽວໄປໃນຊົນນະບົດ ບໍ່ມີເວລາພັກຜ່ອນ ທັງລະດູຮ້ອນ, ລະດູໜາວ, ລະດູຝົນ ໂດຍສະເພາະລະດູຝົນນີ້ ເປັນລະດູທີ່ຊາວນາເຮັດການຜະລິດກະສິກຳ ແລະ ເປັນລະດູທີ່ສັດນ້ອຍໃຫຍ່ທັງຫຼາຍຂະຫຍາຍເຜົ່າພັນ ພຣະສົງເຫຼົ່ານັ້ນໄດ້ເດີນໄປຢຽບຢ່ຳເຂົ້າກ້າໄຮ່ນາ ແລະ ສັດນ້ອຍໃຫຍ່ເສຍຫາຍ. ດັ່ງນັ້ນ, ພຣະພຸດທະເຈົ້າຈິ່ງອະນຸຍາດໃຫ້ພຣະສົງຈຳພັນສາຕາມພຸດທະປະເພນີ ຕະຫຼອດ 3 ເດືອນໃນລະດູຝົນ ໂດຍບໍ່ໄດ້ໄປແຮມຄືນທີ່ອື່ນ ຖ້າພຣະສົງອົງໃດຂາດພັນສາຕ້ອງອາບັດທຸກົດ ເວັ້ນເສຍແຕ່ມີກິດທຸລະຈຳເປັນເຊັ່ນ : ໄປຮັກສາພະຍາບານພຣະພິກຂຸ ຫຼື ບິດາ ມານດາເຈັບປ່ວຍ, ໄປຫ້າມພຣະສົງສາມະເນນ ທີ່ຢາກຈະສິກ, ໄປຫາອຸປະກອນກໍ່ສ້າງ ກຸຕິວິຫານ, ໄປກິດນິມົນ. ແຕ່ຕ້ອງກັບມາພາຍໃນ 7 ວັນ ພັນສາຈິ່ງບໍ່ຂາດ ເອີ້ນວ່າ: ສະຕະຫະ.
ເນື່ອງຈາກກ່ອນວັນເຂົ້າພັນສາ ເປັນວັນອະພິລັກຂິດຕະສະໄຫມ ເປັນວັນສຳຄັນທາງພຸດທະສາສະໜາ ເຫດການເກີດກ່ອນ ພສ 45 ປີຫັລງຈາກພຣະພຸດທະເຈົ້າໄດ້ຕັດສະຮູ້ທັມໃນວັນເພັງເດືອນວິສາຂະເດືອນ 6 ທີ່ເມືອງອຸຣຸເວລາເສນານິຄົມ (ພຸດທະຄະຍາ) ໃນປະຈຸບັນແລ້ວໄດ້ສະເຫວີຍວິມຸດຕິສຸກຢູ່ສັດຕະມະຫາສະຖານເປັນເວລາເຈັດສັບປະດາ ພຣະອົງກໍ່ມາພິຈາລະນາທັມທີ່ຕັດສະຮູ້ນັ້ນຍາກທີ່ຄົນອື່ນຈະເຂົ້າໃຈ ແຕ່ເພາະພຣະມະຫາກະຣຸນາທິຄຸນຢາກໃຫ້ຄົນອື່ນໄດ້ຮູ້ທັມທີ່ຕັດສະຮູ້ແລ້ວເມື່ອພິຈາຣະນາເຫັນອາຈານທັງສອງ ຄື: ອາຣາລະດາບົດກາຣາມະໂຄດ ແລະທຸທະກະດາບົດ ຣາມມະບຸດ ກໍ່ຮູ້ວ່າທ່ານທັງສອງນັ້ນຫມົດໂອກາດຟັງທັມແລ້ວ ພຣະອົງຈິ່ງໄປໂຜດປັນຈະວັກຄີທັງຫ້າ ທີ່ເຄີຍອຸປະຖາກພຣະອົງຜ່ານມາທີ່ຢູ່ເມືອງພາຣານະສີ ກົງກັບເດືອນແປດເພັງ ຈິ່ງເອີ້ນວ່າ: ວັນອາສາລະຫະບູຊາວັນບູຊາໃນເດືອນແປດເພັງ. ເປັນວັນທີ່ພຣະພຸດທະເຈົ້າໄດ້ປະກາດພຣະສາສະຫນາແກ່ຊາວໂລກເປັນຄັ້ງທຳອິດ ຄື: ສະແດງພຣະທັມມະຈັກກັບປະວັດຕະນະສູດ ທີ່ປ່າອິສິປະຕະນະມະຣຶຄະທາຍະວັນ ເມືອງພາຣານະສີ ແກ່ປັນຈະວັກຄີທັງຫ້າ ເຮັດໃຫ້ພຣະອັນຍາໂກນດັນຍະໄດ້ດວງຕາເຫັນທັມ ແລະຂໍບວດໃນພຸດທະສາສະໜາ ເປັນວັນເກິດຂື້ນຂອງພຣະພຸດທະສາສະນາທີ່ຄົບສາມປະການ ຄືພຣະພຸດ ພຣະທັມ ພຣະສົງ.
*ວິທີເຮັດບຸນ: ຕະຫຼອດເວລາ 3 ເດືອນ ພຣະສົງສາມະເນນ ແລະ ຊາວພຸດທັງຫຼາຍ ຈະເປັນເວລາສ້າງບຸນກຸສົນ ພໍ່າເພັງບາຣະມີ ທານ ສິນ ພາວະນາ ພິຈາລະນາໄຕຣສິກຂານ້ອຍໃຫຍ່ໃຫ້ບໍລິບູນ ທັງພາກທິດສະດີ ແລະ ພາກປະຕິບັດຂັດເກົາ ເພິ່ມບຸນກຸສົນ ອະຣິຍະສັມມາປະຕິບັດ ເພື່ອປະໂຫຍດຕົນ ແລະ ປະໂຫຍດຜູ້ອື່ນໃຫ້ເຕັມ.
ອອກຕົນຍາດໂຍມຜູ້ທີ່ມີຈິດສັດທາໃນພຣະຣັຕຕະນະໄຕຣ ທັງຫຼາຍຕ່າງຈັດແຈງແຕ່ງເຄື່ອງກິຍາບູຊາ ມີຂອງຄ້ຽວຂອງສັນ ພູພັນໝ້ຽງໝາກ ພ້ອມທຸກພາກ ອາຫານຫວານຄາວ ເຄື່ອງນຸ່ງຫົມມີຜ້າໄຕຼຈີວອນເປັນຕົ້ນ ຢາຮັກສາໂຣກໄພ ພ້ອມປັດໄຈເງິນທອງກອງແກ້ວ ສະຫຼະແລ້ວໃຫ້ທ່ານສ້າງສາ ທັງຫຼາຍເຫຼົ່ານີ້ເປັນນິພັດທະກຸສົນບໍ່ຂາດສາຍ ພ້ອມນີ້ຍັງມີການຖວາຍແສງສະຫວ່າງ ມີປະທູບ ປະທີບ ມາແຕ່ບູຮານ ມີການຖວາຍທຽນ ທານຕາມກາລະສະໄໝ ມີດອກໄຟສັ້ນຍາວເປັນຕົ້ນ ນຳໄປຖວາຍສັງຄະ ອາຮາມໃນວັນ 15 ຄ່ຳເດືອນ 8 ເພື່ອກຸສົນໃນອະນາຄົດ ເຮັດໃຫ້ອານິສົງສົ່ງບຸນໜູນຄ້ຳ ຍ້ອນຜົນກຳກຸສົນສ້າງ ຫູຕາດີສະຫວ່າງ ໄດ້ຕາທິບໃນອະນາຄົດ ເຊັ່ນພຣະອານຸຣຸດທະ ແຕ່ຊາດກ່ອນໄດ້ຖາຍທູບທຽນ ແກ່ພຣະສົງສາວົກມີພຣະພຸດທະເຈົ້າເປັນປະມຸກໂຂ ຄັນມາເຖິງສາສະໜາໂຄຕະໂມພຣະພຸດທະເຈົ້າ ກໍ່ໄດ້ເປັນສິດເຫງົ້າຜູ້ມີທິບພະຈັກຂຸ.
ອອກຕົນຍາດໂຍມຜູ້ມີສັດທາປາຖະໜາຈະຖວາຍສິ່ງຂອງ ໂດຍບໍ່ໄດ້ກຳໜົດ ແລະຈຳກັດເວລາ ມັກໃຊ້ວິທີ ປະວໍລະນາກັມ ຄືຕັ້ງໃຈວ່າຈະສົງເຄາະພຣະສົງ ໃຫ້ພຣະສົງຂໍໄດ້ຕາມປາຖະໜາ ຖ້າບໍ່ແມ່ນຜູ້ປະວໍລະນາ ບໍ່ແມ່ນພີ່ນ້ອງ ພຣະໄປຂໍອັນນັ້ນ ອັນນີ້ ພຣະສົງກໍ່ຜິດຕ້ອງ ອາບັດ
*ຜ້າອາບນ້ຳຝົນຄື ຜ້າທີ່ໃຊ້ນຸ່ງອາບນ້ຳຝົນ ຊົງອະນຸໂລມຕາມສີຜ້ສາຈີວອນກໍມີຜ້າຂາວກໍມີກຳນົດຍາວ 5 ສອກກວ້າງ 2 ສອກຕັ້ງແຕ່ວັນແຮມ 1 ຄ່ຳເດືອນ 7 ເຖິ່ງກາງເດືອນ8 ເປັນເວລາທີ່ພຣະພິກຂຸສົງແສວງຫາຜ້າອາບນ້ຳຝົນຜູ້ມີສັດທາສາມາດຖວາຍໄດ້ຕັ້ງແຕ່ແຮມ ຄ່ຳ 1ເດືອນ 7 ເຖິ່ງກາງເດືອນ 8.
*ມູນເຫດແຫ່ງການທຳ: ມີເລື່ອງເລົ່າໄວ້ວ່າ ເດີມພຸດທະເຈົ້າ ອະນຸຍາດພຽງຜ້າສາມຜືນ ຄື ຜ້າສັງຄາໜຶ່ງ ຜ້າຮົ່ມໜື່ງ ຜ້ານຸ່ງໜຶ່ງ ຄັນເຖິ່ງລະດູຝົນ ພິກຂຸບາງຮູບຈະອາບນ້ຳຝົນ ບໍ່ມີຜ້າຈະອາບນ້ຳ ມື້ໜຶ່ງນາງວິສາຂາໃຊ້ໃຫ້ສາວໄຊ້ໄປວັດ ຂະນະທີ່ຝົນຕົກສາວໃຊ້ເຫັນພິກຂຸເປື່ອຍກາຍອາບນ້ຳຝົນ ສາວໃຊ້ຈື່ງກັບໄປບອກນາງວິສາຂານາງວິສາຂາທູນຖວາຍຜ້າອາບນ້ຳຝົນເປັນຕົ້ນມາພຣະອົງ ຊົ່ງອານຸຍາດແສວງຫາ ກຳນົດຜ້າ ແລະເວລາໃຊ້ຜ້າ ໃຫ້ຖືເປັນວັດປະຕິບັດແຕ່ນັ້ນເປັນຕົ້ນມາ.*ຄະລືຫັດເຂົ້າພັນສາຕ່າງຈາກພິກສຸບໍ່ມີຈຳກັດເຂດທີ່ຢູ່ອາໄສຈະຢູ່ວັດຫຼືບ້ານໄດ້ທັງນັ້ນ ບໍ່ມີຄໍາອະທິຖານເໝື່ອນພິກຂຸສົງ ແຕ່ຕັ້ງຈິດອະທິຖານໃນໃຈວ່າ ຂ້າພະເຈົ້າໃຫ້ທານ ຮັກສາສິນ ຈະເຣີນເມດຕາພາວະນາ ສະດັບຮັບຟັງພະສັດທຳມະເທດສະໜາ ຈະບໍ່ສໍ້ໂກງ ຈະຢູ່ໃນສິນກິນໃນທັມ ຫຼືງົດເວັ້ນສິ່ງຂອງມຶນເມົາຕະຫລອດຈົນສາມເດືອນ ດັ່ງນີ້ຂື້ນຊື່ວ່າຄະລືຫັດເຂົ້າພັນສາການທຳວັດຖ້າຄິດໄດ້ວ່າຕົນໄດ້ປະມາດ ພະສົງຄະເຈົ້າ ຫລື ຜູ້ຫຼັກຜູ້ໃຫຍ່ກໍຈັດແຈງເຄື່ອງສັກລະໄປຂໍຂະມາໃຫ້ທ່ານຍົກໂທດໃຫ້ ພຽງເທົ່ານີ້ຊື່ວ່າທຳຂະມາໂທດແລ້ວຄະລືຫັດທຳວັດວັນເຂົ້າພັນສາຈະມີໂອກາດພໍ່າເພັງບຸນກິຣິຍາວັດຖຸ ໃຫ້ເຕັມທັງ 10 ປະການນໂດຍບໍ່ມີຂໍ້ລະແວງສົງໄສ.
ຈວນເຂົ້າພັນສາ ຈັດແຈງທຳຄວາມສະອາດ ອາຄານສະຖານທີ່ ກຸດຕວິຫານເດີນວັດ ຊ່ອມແຊມເສນາສະນະໃຫ້ສຳເລັດຮຽບຮ້ອຍກ່ອນເຂົ້າວັນສາ.
ວັນຂຶ້ນ 15 ຄໍ່າ ຕອນເຊົ້າ ທາຍົກທາຍິກາ ສະມາທານສິນ 5 ສິນ 8 ຫຼືສີນອຸໂປສົດ ແລ້ວອັງຄາດພຣະພິກສຸສົງ ໂດຍອາຫານບິນທະບາດ ຕອນບ່າຍປະຊຸມວັດ ສະມາທານສິນ ຟັງເທດ ຕະຫລອດວັນໃນວັນນີ້.
ຂໍ້ມູນຈາກ: ສາຍສະໄໝ ໄຊຍະປັນຍາ