Homeຂ່າວຄວາມສະຫງົບການຫັດແອບໜ່ວຍລົດຫຸ້ມເກາະເບົາລາດຕະເວນພາຍໃນຕົວເມືອງນະຄອນຫຼວງວຽງຈັນ

ການຫັດແອບໜ່ວຍລົດຫຸ້ມເກາະເບົາລາດຕະເວນພາຍໃນຕົວເມືອງນະຄອນຫຼວງວຽງຈັນ

Published on

ແຈ້ງການ ເລກທີ: 862/ກສຮ ນະຄອນຫຼວງວຽງຈັນ, ວັນທີ: 5 ກໍລະກົດ 2024
ເລື່ອງ: ການຫັດແອບໜ່ວຍລົດຫຸ້ມເກາະເບົາລາດຕະເວນພາຍໃນຕົວເມືອງນະຄອນຫຼວງວຽງຈັນ ເພື່ອປ້ອງກັນກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບ ໃນທ້າຍປີ 2024 ນີ້.

– ອີງໃສ່ ຕາມທິດຊີ້ນໍາ ຂອງຄະນະຊີ້ນໍາລະດັບຊາດກະກຽມກອງປະຊຸມສຸດຍອດອາຊຽນ.
– ອີງໃສ່ ທິດດຊີ້ນໍາ ຂອງຄະນະອະນຸກຳມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບ ວ່າດ້ວຍການຫັດແອບ ຫັດແອບໜ່ວຍລົດຫຸ້ມເກາະເບົາລາດຕະເວນພາຍໃນຕົວເມືອງນະຄອນຫລວງວຽງຈັນ ເພື່ອກະກຽມປ້ອງກັນ ກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບໃນທ້າຍປີ 2024 ທີ່ຈະມາເຖິງ.

ກົມສູ້ຮົບ ກົມໃຫຍ່ເສນາທິການກອງທັບ ໃນນາມກອງເລຂາຄະນະອະນຸກຳມະການປ້ອງກັນກອງປະຊຸມ ສຸດຍອດອາຊຽນ ຂໍຖືເປັນກຽດຢ່າງສູງຮຽນມາຍັງທ່ານ ຊາບວ່າ:
1. ພວກເຮົາຈະເລີ່ມຫັດແອບແລ່ນລົດຫຸ້ມລົດເບົາຈໍານວນ 02 ຊະນິດໃນຂອບເຂດຕົວເມືອງນະຄອນຫຼວງວຽງຈັນ ເພື່ອເປັນການຫັດແອບໃຫ້ນັກຂັບຂີ່ ມີຄວາມຊໍານິຊໍານານໃນການແລ່ນລົດໃນຕົວເມືອງ, ໃນສະພາບເສັ້ນທາງທີ່ ແອອັດເຕັມໄປດ້ວຍຍານພາຫະນະ, ຝູງຊົນ ແລະ ຊຳນິຊຳນານໃນການແລ່ນລົດສູ້ຮົບຕາມເສັ້ນທາງຕ່າງໆໃນຕົວເມືອງ ທັງເປັນການປະຕິບັດພັນທະສາກົນວ່າດ້ວຍວຽກງານປ້ອງກັນຄວາມສະຫງົບເພື່ອສ້າງຄວາມໝັ້ນໃຈໃຫ້ແກ່ການນໍາ ແລະ ແຂກຕ່າງປະເທດທີ່ຈະມາຮ່ວມກອງປະຊຸມສຸດຍອດອາຊຽນທີ່ ສປປ ລາວ ເປັນເຈົ້າພາບໃນປີ 2024 ນີ້.

2. ການຫັດແອບຈະດໍາເນີນເປັນແຕ່ລະໄລຍະ ນັບຕັ້ງແຕ່ວັນທີ 08/07/2024 ເປັນຕົ້ນໄປຈົນສໍາເລັດກອງປະຊຸມ ສຸດຍອດອາຊຽນ ເຊິ່ງບໍ່ສາມາດເປີດເຜີຍແຜນການເຄື່ອນໄຫວລະອຽດໃຫ້ທ່ານຊາບໄດ້; ການຫັດແອບຈະມີທັງ ກາງເວັນ ແລະ ກາງຄືນ ຕາມແຜນການທີ່ໄດ້ກຳນົດໄວ້.
ດັ່ງນັ້ນ ຈຶ່ງຮຽນມາຍັງທ່ານເພື່ອຊາບ ແລະ ຊ່ວຍແຈ້ງໃຫ້ພໍ່ແມ່ພີ່ນ້ອງປະຊາຊົນຊາວນະຄອນຫຼວງວຽງຈັນຮັບຊາບ ແລະ ບໍ່ໃຫ້ແຕກຕື່ນຕໍ່ການຫັດແອບຂອງພວກເຮົາໃນຄັ້ງນີ້ດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...