spot_img
Homeຂ່າວເຫດການສານຕັດສິນຕັດອິດສະລະພາບ ທ້າວ ເຕຍຫຼີ ຈຳຄຸກ 10 ປີ ຖານກະທຳຊຳເລົາເດັກນ້ອຍອາຍຸຕ່ຳກວ່າ 15 ປີ

ສານຕັດສິນຕັດອິດສະລະພາບ ທ້າວ ເຕຍຫຼີ ຈຳຄຸກ 10 ປີ ຖານກະທຳຊຳເລົາເດັກນ້ອຍອາຍຸຕ່ຳກວ່າ 15 ປີ

Published on

ໃນວັນທີ 5 ມິຖຸນາ 2024 ຜ່ານມາ, ຄະນະສານອາຍາສານປະຊາຊົນຂັ້ນຕົ້ນແຂວງຊຽງຂວາງໄດ້ນຳຈຳເລີຍ 1 ຄົນມາຕັດສິນ, ຕັດອິດສະຫຼະພາບ ໃນຖານຂົ່ມຂືມກະທຳຊຳເລົາເດັກທີ່ມີອາຍຸຕ່ຳກວ່າ 15 ປີ.

ອີງຕາມຄຳຖະແຫຼງຂອງສານປະຊາຊົນ ແຂວງຊຽງຂວາງ ເຫັນວ່າ: ທ້າວເຕຍຫຼີ ອາຍຸ 29 ປີ ບ້ານໜອງເຮດໃຕ້ ເມືອງໜອງເຮດ ແຂວງຊຽງຂວາງ ຖືກເຈົ້າໜ້າທີ່ກັກຕົວ ໃນວັນທີ 8 ມັງກອນ 2024 ໃນຂໍ້ຫາກະທຳຊຳເລົາເດັກທີ່ມີອາຍຸ ຕ່ຳກວ່າ 15 ປີ ຜ່ານການຄົ້ນຄວ້າບັນດາຂໍ້ມູນ ຫຼັກຖານເອກະສານ ປະກອບຢູ່ສຳນວນຄະດີຢ່າງລະອຽດຖີ່ຖ້ວນຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າຈຳເລີຍໄດ້ກະທຳຜິດ ສະຖານຂົ່ມຂືນທຳຊຳເລົາເດັກອາຍຸຕ່ຳກວ່າ 15 ປີ ເຊິ່ງຜູ້ເສຍຫາຍເປັນລູກລ້ຽງຂອງຕົນເອງພຽງອາຍຸ 13 ປີ, ການກະທຳດັ່ງກ່າວເປັນອັນຕະລາຍແກ່ສັງຄົມບໍ່ມີຄວາມສະຫງົບ.

ເຊິ່ງຈຳເລີຍເປັນຜູ້ທີ່ມີສະຕິສົມບູນດີ ຄາດຄະເນເຖິງຜົນສະທ້ອນທີ່ຈະເກີດຂຶ້ນກັບການກະທຳຂອງຕົນເອງ ແຕ່ກໍຈົງໃຈກະທຳຜິດໂດຍເຈດຕະນາການກະທຳຂອງຈຳເລີຍ ແມ່ນເປັນການກະທຳຜິດທາງອາຍາໃນຖານຂົ່ມຂືນທຳຊຳເລົາເດັກທີ່ມີອາຍຸຕ່ຳກວ່າ 15 ປີ ຕາມທີ່ບົ່ງບອກໄວ້ໃນມາດຕາ 248/3 ຂອງປະມວນກົດໝາຍອາຍາທີ່ລະບຸໄວ້ວ່າ: ໃນກໍລະນີທີ່ຜູ້ກະທຳຜິດຫາກຂົ່ມຂືນກະທຳຊຳເລົາເດັກທີ່ມີອາຍຸຕ່ຳກວ່າ 15 ປີ ແມ່ນຈະຖືກລົງໂທດຕັດອິດສະຫຼະພາບແຕ່ 10 ປີ-20 ປີ ຫຼື ຕັດອິດສະຫຼະພາບຕະຫຼອດຊີວິດ ແລະ ຈະຖືກປັບໄໝແຕ່ 10-70 ລ້ານກີບ ເມື່ອສານໄດ້ພິຈາລະນາຕາມຂໍ້ມູນຫຼັກຖານ ແລະ ກົດໝາຍແລ້ວຈຶ່ງໄດ້ເຫັນຄວນລົງໂທດຕັດອິດສະຫຼະພາບ ທ້າວ ເຕຍຫຼີ 10 ປີ ແລະ ປັບໄໝ 10 ລ້ານກີບ ພ້ອມທັງຈະໄດ້ປົວແປງຈິດໃຈໂຈດທາງແຜ່ງຕາມທີ່ໄດ້ກຳນົດໄວ້ໃນປະມວນກົດໝາຍຕື່ມອີກ.

ແຫຼ່ງຂ່າວ: ປກສ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...