spot_img
Homeຊີວິດແລະຄວາມຮັກຂໍ້ແນະນຳໃນການດຳເນີນຊີວິດ ໃຜໄດ້ອ່ານຖືວ່າໂຊກດີ !

ຂໍ້ແນະນຳໃນການດຳເນີນຊີວິດ ໃຜໄດ້ອ່ານຖືວ່າໂຊກດີ !

Published on

10247262_254053664782357_5346162136504617477_n

1. ລະນຶກສະເໝີວ່າ ການຈະໄດ້ພົບຄວາມຮັກ ແລະຄວາມສຳເລັດອັນຍິ່ງໃຫຍ່ ກໍຕ້ອງປະສົບກັບຄວາມສ່ຽງ ອັນມະຫາສານເຊັ່ນກັນ.

2. ເມື່ອລົ້ມແຫຼວ ຢ່າລືມເກັບໄວ້ເປັນບົດຮຽນ

3. ຈົ່ງປະຕິບັດຕາມ 3Rs

ກ. ເຄົາລົບຕົນເອງ (Respect for self) ຖ້າເຮົາບໍ່ເຄົາລົບໂຕເອງແລ້ວ ໃຜຈະມາເຄາະລົບເຮົາຈົ່ງຮູ້ໄວ້.

ຂ. ເຄົາລົບຜູ້ອື່ນ (Respect for others) ເມື່ອເຮົາເຄົາລົບໂຕເອງ ແລ້ວເຮົາຕ້ອງເຄົາລົບຄົນອື່ນດ້ວຍ.

ຄ. ຮັບຜິດຊອບຕໍ່ການກະທຳຂອງຕົນ (Responsibility for all your actions) ຖ້າເຮົາບໍ່ຮັບຜິດຊອບການກະທຳ ຂອງເຮົາແລ້ວໃຜຈະມາເຄົາລົບເຮົາ ຮັບຜິດແທນເຮົາ.

4. ຈົ່ງຈື່ເອົາໄວ້ວ່າ ການທີ່ບໍ່ເຮັດຕາມໃຈປາຖະໜາ ຂອງຕົນ ບາງຄັ້ງກໍໃຫ້ໂຊກຢ່າງໜ້າມະຫັດສະຈັນ.

5. ຈົ່ງຮຽນຮູ້ກົດ ເພື່ອຈະຮູ້ວິທີການຝ່າຝືນຢ່າງເໝາະສົມ.

6. ຈົ່ງຢ່າປ່ອຍໃຫ້ການຜິດຖຽງກັນ ຍ້ອນເລື່ອງພຽງເລັກນ້ອຍ ມາທຳລາຍມິດຕະພາບອັນຍິ່ງໃຫຍ່ ຂອງທ່ານ.

7. ເມື່ອທ່ານຮູ້ວ່າເຮັດຜິດ ຈົ່ງຢ່າລໍຊ້າທີ່ຈະແກ້ໄຂ.

8. ຈົ່ງໃຊ້ເວລາໃນການຢູ່ລຳພັງຜູ້ດຽວ ໃນແຕ່ລະວັນ.

9. ຈົ່ງອ້າຍແຂນຮັບການປ່ຽນແປງ ແຕ່ຢ່າປ່ອຍໃຫ້ຄຸນຄ່າຂອງທ່ານ ຫຼຸຸດລອຍຈາກໄປ.

10. ຈົ່ງລະນຶກໄວ້ວ່າ ບາງຄັ້ງຄວາມງຽບ ກໍເປັນຄຳຕອບທີ່ດີທີ່ສຸດ.

11. ຈົ່ງດຳເນີນຊີວິດດ້ວຍຄວາມຊື່ສັດ ສຸຈະລິດເພື່ອທີ່ວ່າ ເມື່ອທ່ານອາຍຸສູງຂຶ້ນແລະຄິດ ຫວນກັບ ທ່ານຈະສາມາດມີຄວາມສຸກ ກັບສິ່ງທີ່ໄດ້ເຮັດລົງໄປໄດ້ອີກ.

12. ບັນຍາກາດອັນອົບອຸ່ນໃນຄອບຄົວ ເປັນພື້ນຖານສຳຄັນຂອງຊີວິດ.

13. ເມື່ອເກີດຂັດໃຈກັບຄົນທີ່ທ່ານຮັກ ໃຫ້ຢຸດຢູ່ພຽງເລື່ອງປັດຈຸບັນ ຢ່າຂຸດຄຸ້ຍເລື່ອງໃນອະດີດ.

14. ຈົ່ງແບ່ງປັນຄວາມຮູ້ເພື່ອເປັນ ຫົນທາງກ້າວສູ່ຄວາມເປັນອະມະຕະ.

15. ຈົ່ງສຸພາບກັບໂລກໜ່ວຍນີ້.

16. ຈົ່ງຫາໂອກາດທ່ອງທ່ຽວ ໄປຍັງສະຖານທີ່ຕ່າງໆ.

17. ຈື່ໄວ້ວ່າ ຄວາມສຳພັນ ທີ່ດີທີ່ສຸດ ຄືຄວາມຮັກ ບໍ່ແມ່ນຄວາມໄຄ່ (ຄວາມຢາກ).

18. ຈົ່ງຕັດສິນຄວາມສຳເລັດຂອງຕົນ ດ້ວຍສິ່ງທີ່ຕ້ອງເສຍສະຫຼະ.

19. ຈົ່ງເຂົ້າໃກ້ຄວາມຮັກດ້ວຍການປ່ອຍວາງ.

ຖ້າທ່ານຜູ້ອ່ານເຫັນວ່າບົດຄວາມນີ້ມີປະໂຫຍດ ຂໍຈົ່ງບອກຕໍ່ໃຫ້ຄົນທີ່ທ່ານຮັກດ້ວຍ ທ່ານສາມາດອ່ານບົດຄວາມດີໆ ທີ່ນີ້

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...