spot_img
Homeຂ່າວພາຍ​ໃນ6 ເດືອນທ້າຍປີນີ້ ທຫລ ຈະສືບຕໍ່ຄຸ້ມຄອງ ອັດຕາແລກປ່ຽນ ໃຫ້ມີສະເຖຍລະພາບດີຂຶ້ນ

6 ເດືອນທ້າຍປີນີ້ ທຫລ ຈະສືບຕໍ່ຄຸ້ມຄອງ ອັດຕາແລກປ່ຽນ ໃຫ້ມີສະເຖຍລະພາບດີຂຶ້ນ

Published on

ທ່ານ ບຸນເຫລືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໃຫ້ຮູ້ໃນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 10 ມິຖຸນາ 2024 ນີ້ວ່າ: ເພື່ອສືບຕໍ່ຟື້ນຟູສະເຖຍລະພາບດ້ານເງິນຕາແຫ່ງຊາດ ແລະ ເພື່ອເຮັດໃຫ້ອັດຕາແລກປ່ຽນ ກ້າວເຂົ້າສູ່ຄວາມໝັ້ນທ່ຽງເທື່ອລະກ້າວ ແລະ ອັດຕາເງິນເຟີ້ສືບຕໍ່ຫລຸດລົງ, ທະນາຄານ ແຫ່ງ ສປປ ລາວ (ທຫລ) ໄດ້ສຸມໃສ່ດຳເນີນນະໂຍບາຍເງິນຕາຢ່າງຮັດກຸມ ເພື່ອສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ແກ່ຄັງສຳຮອງເງິນຕາຕ່າງປະເທດ, ຄຸ້ມຄອງເງິນຕາຕ່າງປະເທດເຂົ້າສູ່ລະບົບທະນາຄານໃຫ້ຫລາຍຂຶ້ນ, ຄວບຄຸມປະລິມານເງິນ ໃຫ້ຂະຫຍາຍຕົວຢູ່ໃນຈັງຫວະທີ່ບໍ່ສູງເກີນໄປ, ຄຸ້ມຄອງສະຖາບັນການເງິນໃຫ້ມີຄວາມໝັ້ນຄົງ, ເຂັ້ມແຂງ ແລະ ພັດທະນາລະບົບການຊຳລະໃຫ້ທັນສະໄໝ ສາມາດເຊື່ອມຕໍ່ກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນຫລາຍຂຶ້ນ.ໃນຂະນະທີ່ ອັດຕາເງິນເຟີ້ ໄລຍະ 5 ເດືອນຕົ້ນປີ 2024 ສະເລ່ຍຢູ່ໃນລະດັບ 25.1% (ສະເພາະ ເດືອນພຶດສະພາ 2024 ຢູ່ໃນລະດັບ 25,8%) ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25% (ມະຕິສະພາ ບໍ່ເກີນ 9% ຫລື 1 ຕົວເລກ).

ໃນໄລຍະ 6 ເດືອນ ທ້າຍປີ 2024 ນີ້, ທຫລ ຈະສືບຕໍ່ຄຸ້ມຄອງອັດຕາແລກປ່ຽນ ໃຫ້ມີສະເຖຍລະພາບດີຂຶ້ນ ແລະ ຈະແກ້ໄຂບັນຫາຄວາມບໍ່ເຊື່ອໝັ້ນຕໍ່ກັບຄ່າເງິນກີບ ທີ່ຈໍາເປັນທີ່ສຸດ ໃນໄລຍະຕໍ່ໜ້າ. ສຳລັບການປະຕິ ບັດນະໂຍບາຍເສດຖະກິດມະຫາພາກ ໂດຍສະເພາະນະໂຍບາຍເງິນຕາ ແມ່ນຕ້ອງຍຶດຖືເອົາການຮັກສາສະຖຽນລະພາບ ຄ່າເງິນກີບເປັນອັນຕົ້ນຕໍ ເພື່ອດຶງຄວາມເຊື່ອໝັ້ນຂອງສັງຄົມໃຫ້ກັບມາຖືຄອງເງິນກີບ, ພ້ອມທັງ ຈະສືບຕໍ່ດຳເນີນນະໂຍບາຍເງິນຕາ ໃນທິດທາງຮັດກຸມ ແລະ ລະມັດລະວັງ;ສືບຕໍ່ສ້າງຄວາມເຂັ້ມແຂງໃຫ້ຖານະເງິນຕາ.

ພ້ອມນີ້, ຈະເພີ່ມປະສິດທິພາບ ໃນການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ຮັດກຸມກວ່າເກົ່າ, ຄຸ້ມຄອງປະລິມານເງິນ ໃນຂອດຈໍລະຈອນ(M2) ໃຫ້ຢູ່ໃນລະດັບທີ່ເໝາະ ສົມ, ສິນເຊື່ອຂະຫຍາຍຕົວຢູ່ໃນລະດັບປານກາງ, ຄຸ້ມຄອງສິນເຊື່ອໄປຕາມທິດທາງການພັດທະນາຂອງລັດຖະບານ, ແລະ ອື່ນໆ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...