Homeຂ່າວຢາເສບຕິດໄຊຍະບູລີ ສຶກສາອົບຮົມກຸ່ມມົ້ວສຸມນໍ້າກະທ່ອມ

ໄຊຍະບູລີ ສຶກສາອົບຮົມກຸ່ມມົ້ວສຸມນໍ້າກະທ່ອມ

Published on

ປກສ ແຂວງໄຊຍະບູລີ ເຮັດບົດບັນທຶກສຶກສາອົບຮົມ-ກ່າວເຕືອນ ກຸ່ມມົ້ວສຸມນ້ຳກະທ້ອມ 8 ຄົນ ອີງຕາມແຫລ່ງຂ່າວຈາກ ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫລວດ ກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ແຂວງໄຊຍະບູລີ ໄດ້ສຶກສາອົບຮົມ ກຸ່ມມົ້ວສຸມດື່ມນໍ້າກະທ່ອມ ຈຳນວນ 8 ຄົນ ໃນວັນທີ 27 ພຶດສະພາ 2024 ຜ່ານມາ ໂດຍການເຂົ້າຮ່ວມຂອງທ່ານ ພັຕ ຄໍາຄ່ຽນ ສຸພາດາ ຮອງຫົວໜ້າພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງໄຊຍະບູລີ, ມີເຈົ້າໜ້າທີ່ວິຊາສະເພາະ, ຜູ້ອໍານວຍການໂຮງຮຽນ, ນາຍບ້ານ ພ້ອມດ້ວຍຜູ້ປົກຄອງ ແລະ ຜູ້ຖືກສຶກສາອົບຮົມ ເຂົ້າຮ່ວມ.

ພັຕ ຄໍາຄ່ຽນ ສຸພາດາ ໄດ້ໃຫ້ຄວາມຮູ້ກ່ຽວກັບ ແຈ້ງການຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ເລກທີ 13/ປກສ, ລົງວັນທີ 14 ກັນຍາ 2022 ເລື່ອງການເພີ່ມທະວີ ການຄວບຄຸມ ແລະ ສະກັດກັ້ນ ການປູກ, ຜະລິດ, ປຸງແຕ່ງ, ຊົມໃຊ້, ຄ້າຂາຍ, ຈໍາໜ່າຍ, ຂົນສົ່ງ, ມີໄວ້ຄອບຄອງ, ນໍາໃຊ້, ສົ່ງອອກ ພືດທີ່ມີສານເສບຕິດ ຫລື ຜະລິດຕະພັນທີ່ມີສ່ວນປະສົມສານຕັ້ງຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກຕ້ອງຕາມກົດໝາຍ ທັງນີ້ກໍເພື່ອເຮັດໃຫ້ກຸ່ມເປົ້າໝາຍມົ້ວສຸມຢາເສບຕິດ (ປະເພດນໍ້າກະທ່ອມ) ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງ ຕໍ່ລະບຽບຂອງກໍາລັງປ້ອງກັນຄວາມສະຫງົບ, ຈຳແນກໄດ້ສິ່ງທີ່ຜິດ ແລະ ຖືກ, ຮັບຮູ້ໄດ້ເຖິງແນວທາງນະໂຍບາຍຂອງພັກ-ລັດ, ຜົນຮ້າຍ ແລະ ໄພອັນຕະລາຍຂອງນໍ້າກະທ່ອມຕໍ່ຜູ້ດື່ມ ລ້ວນແລ້ວເປັນໄພຮຸກຮານຕໍ່ສັງຄົມ ແລະ ປະເທດຊາດບ້ານເມືອງ, ພ້ອມທັງໄດ້ອະທິບາຍ ຜົນຮ້າຍຂອງສານຕິດແຕ່ລະປະເພດ ໃຫ້ເຂົ້າເຈົ້າໄດ້ຮັບຮູ້ ແລະ ເຂົາໃຈ ຕໍ່ໄພອັນຕະລາຍຂອງສານເສບຕິດປະເພດຕ່າງໆ.

ໂອກາດດຽວກັນ, ເຈົ້າໜ້າທີ່ພະແນກຕຳຫລວດ ສະກັດກັ້ນ ແລະ ຕ້ານຢາເສບຕິດ ຫ້ອງຕໍາຫລວດ ກອງບັນຊາການ ປກສ ແຂວງໄຊຍະບູລີ ກໍໄດ້ເຮັດບົດບັນທຶກສຶກສາອົບຮົມ-ກ່າວເຕືອນ ແລະ ມອບໃຫ້ພໍ່ແມ່ຜູ້ປົກຄອງ ນໍາໄປສຶກສາອົບຮົມ ແລະ ຕິດຕາມລູກຫລານຂອງຕົນຢ່າງໃກ້ຊິດ ບໍ່ໃຫ້ຕົກເປັນທາດຂອງຢາເສບຕິດ ກໍຄືສິ່ງທີ່ຜິດຕໍ່ລະບຽບກົດໝາຍ ເພື່ອເຮັດໃຫ້ເຂົ້າເຈົ້າກາຍເປັນຄົນດີໃນສັງຄົມ, ຮູ້ສໍານຶກຜິດ ແລະ ບໍ່ໃຫ້ກັບມາດື່ມນໍ້າກະທ່ອມຕື່ມອີກ.

ແຫຼ່ງຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...