spot_img
Homeຂ່າວພາຍ​ໃນນັກທ່ອງທ່ຽວມາທ່ຽວວັງວຽງ 3 ແສນກວ່າຄົນ

ນັກທ່ອງທ່ຽວມາທ່ຽວວັງວຽງ 3 ແສນກວ່າຄົນ

Published on

ໄລຍະ 4 ເດືອນຕົ້ນປີ 2024 ນີ້, ເມືອງວັງວຽງ ແຂວງວຽງຈັນ, ສາມາດດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ຫຼາຍກວ່າ 3 ແສນຄົນ, ຄາດວ່າໝົດປີນີ້ຈະບັນລຸເປົ້າ ບໍ່ຫຼຸດ 8 ແສນຄົນ.

ไม่มีคำอธิบายรูปภาพ

ທ່ານ ບຸນຈັນ ມາລາວົງ ເຈົ້າເມືອງວັງວຽງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ເພື່ອຮ້ອງຮັບບັນດານັກທ່ອງທ່ຽວ ທີ່ເດີນທາງເຂົ້າມາທ່ອງ ທ່ຽວວັງວຽງທີ່ນັບມື້ເພີ່ມຂຶ້ນ, ບັນດາຜູ້ປະກອບການ, ຫົວໜ່ວຍທຸລະກິດໂຮງແຮມ, ຣີສອດ, ຮ້ານອາຫານ, ສະຖານທີ່ທ່ອງທ່ຽວຕ່າງໆ, ລວມເຖິງກິດຈະກຳທາງນໍ້າ, ທາງບົກ ແລະ ທາງອາກາດ ກໍໄດ້ຮັບການປັບປຸງ ແລະ ຍົກລະດັບການບໍລິການ, ນອກຈາກນີ້, ກໍໄດ້ການສະກັດກັ້ນ ແລະ ຄຸ້ມຄອງລາຄາສິນຄ້າ ແລະ ການບໍລິການຕ່າງໆ, ແນໃສ່ຄຸ້ມຄອງປົກປ້ອງຜົນປະໂຫຍດຂອງຜູ້ບໍລິໂພກ ກໍຄື ບັນດານັກທ່ອງທ່ຽວ.

ຂ່າວ: ກິຕາ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...