ຄົນລາວເສຍຊີວິດຍ້ອນຢາສູບ 6.700 ຄົນຕໍ່ປີ

0
488

ການສູບຢາ ແລະ ການໄດ້ຮັບຄວັນຢາສູບ ເປັນສາເຫດຂອງການເຈັບປ່ວຍຮ້າຍແຮງ, ການພິການ ແລະ ການຕາຍກ່ອນໄວອັນຄວນ, ຜູ້ເປັນພະຍາດທີ່ເກີດຈາກຢາສູບ ລ້ວນແຕ່ມີຄ່າໃຊ້ຈ່າຍສູງຫຼາຍ ຈາກການຄິດໄລ່ຄ່າໃຊ້ຈ່າຍ ທັງທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລະດັບຊາດ ແຕ່ລະປີ ສູງເຖິງ 3,6 ພັນຕື້ກີບ ຫຼື ປະມານ 2,3% ຂອງ GDP, ຢາສູບເຮັດໃຫ້ຄົນລາວເສຍຊີວິດ 6.700 ຄົນຕໍ່ປີ ຫຼື 18 ຄົນຕໍ່ມື້ ຊຶ່ງກວມເອົາ 15% ຂອງການຕາຍທັງໝົດໃນ ສປປ ລາວ.

อาจเป็นรูปภาพของ 1 คน, โรงพยาบาล และ ข้อความ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ກ່າວໃນພິທີຖະແຫຼງຂ່າວເມື່ອວັນທີ 17 ພຶດສະພາ ຜ່ານມາວ່າ: ສາເຫດຂອງການຕາຍ ເກີດຈາກການສູບຢາແມ່ນສາມາດປ້ອງກັນໄດ້ ຖ້າມີມາດຕະການຄວບຄຸມຢາສູບຢ່າງມີປະສິດທິພາບ ເປັນຕົ້ນ ການເພີ່ມອາກອນຢາສູບ, ການຫ້າມໂຄສະນາຢາສູບທຸກຮູບແບບ, ການຈັດໃຫ້ສະຖານທີ່ເຮັດວຽກ ແລະ ສະຖານທີ່ສາທາລະນະປອດຈາກຄວັນຢາສູບ ການໃຫ້ຄວາມຮູ້ແກ່ສັງຄົມກ່ຽວກັບຜົນຮ້າຍທີ່ເກີດຈາກການສູບຢາ ແລະ ການໄດ້ຮັບຄວັນຢາສູບ ແລະ ການພິມຄໍາເຕືອນກ່ຽວກັບສຸຂະພາບ ເປັນຮູບພາບຂະໜາດໃຫຍ່ໃສ່ຊອງ ແລະ ຕຸດຢາສູບ.

อาจเป็นรูปภาพของ 1 คน

ພາຍໃນເດືອນທັນວາ 2024 ທີ່ຈະມາເຖິງນີ້, ຜະລິດຕະພັນຢາສູບທຸກຍີ່ຫໍ້ ທີ່ຈໍາໜ່າຍໃນທ້ອງຕະຫຼາດ ທົ່ວປະເທດ ລວມທັງໃນຮ້ານຄ້າປອດພາສີທຸກແຫ່ງ ຕ້ອງໄດ້ພິມຄຳເຕືອນກ່ຽວກັບສຸຂະພາບເປັນຮູບພາບ ພ້ອມສະຫຼາກ ຂະໜາດ 75% ຕາມທີ່ທາງກະຊວງສາທາລະນະສຸກ ກຳນົດເທົ່ານັ້ນ.

ຂ່າວ: ກິດຕາ, ພາບ: ເກດສະໜາ