Homeຂ່າວພາຍ​ໃນປ້ອງກັນປະກົດການຫຍໍ້ທໍ້ຈາກອິນເຕີເນັດ

ປ້ອງກັນປະກົດການຫຍໍ້ທໍ້ຈາກອິນເຕີເນັດ

Published on

ທ່ານ ມີນາໄຊ ພິລາວົງ ຫົວໜ້າສູນອິນເຕີເນັດແຫ່ງຊາດ ກະຊວງເຕັກໂນໂລຊີ ແລະ ການສື່ສານ ທັງເປັນ ຫົວໜ້າຫ້ອງການກອງເລຂາ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ ໄດ້ລາຍງານກ່ຽວກັບການຈັດຕັ້ງວຽກງານ ຄຄອຊ ປະຈໍາ 6 ເດືອນຕົ້ນປີ 2024 ແລະ ວາງທິດທາງແຜນການໃນຕໍ່ໜ້າ ຊຶ່ງໄດ້ຍົກໃຫ້ເຫັນໃນການແກ້ໄຂ ສະພາບທີ່ເກີດຂຶ້ນ ຕ້ອງໄດ້ເລັ່ງພັດທະນາ ແລະ ສົ່ງເສີມການນໍາໃຊ້ອິນເຕີເນັດ ໃຫ້ກາຍເປັນປັດໄຈໃນການດໍາລົງຊີວິດ; ພ້ອມນັ້ນ, ກໍຕ້ອງຮັບປະກັນ ແລະ ປ້ອງກັນແກ້ໄຂໃຫ້ໄດ້ ຕໍ່ກັບບັນຫາປະກົດການຫຍໍ້ທໍ້ ທີ່ເກີດຈາກອິນເຕີເນັດ ທີ່ສົ່ງຜົນກະທົບ ຕໍ່ຄວາມສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບໃນສັງຄົມ, ສົ່ງຜົນກະທົບໃນທາງລົບ ຕໍ່ວັດທະນະທໍາ-ຮີດຄອງປະເພນີອັນດີງາມຂອງຊາດ, ບັນຫາທີ່ສ້າງຄວາມປັ່ນປ່ວນໃຫ້ມີຄວາມແຕກແຍກ, ໃສ່ຮ້າຍປ້າຍສີ, ສ້າງຂໍ້ມູນບິດເບືອນ ທີ່ສົ່ງຜົນກະທົບທີ່ບໍ່ດີ ຕໍ່ການນຳພາ ຂອງພັກ ແລະ ການຄຸ້ມຄອງຂອງລັດ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความ

ເພື່ອແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆທີ່ກ່າວມານັ້ນ ຈະຕ້ອງເລັ່ງກວດກາຄືນບັນດານິຕິກຳ, ກົງຈັກການຈັດຕັ້ງ, ບຸກຄະລາກອນ, ວິທີການ ແລະ ມາດຕະການຕ່າງໆ, ພ້ອມນັ້ນ ກໍຕ້ອງເປັນເຈົ້າການຄົ້ນຄວ້າ ປັບປຸງຂອດປະສານງານ ລະຫວ່າງ ຂະແໜງການຕ່າງໆ ແຕ່ສູນກາງ ຮອດທ້ອງຖິ່ນ ທີ່ກ່ຽວພັນກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານ-ຂໍ້ມູນຂ່າວ ສານ, ເຕັກໂນໂລຊີດີຈີຕອນ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພທາງໄຊເບີ ໃຫ້ມີຄວາມຮັບປະກັນ ຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ການໂຄສະນາເຜີຍແຜ່ ສ້າງຄວາມຮັບຮູ້, ຄວາມເຂົ້າໃຈໃຫ້ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ ໃນການນໍາໃຊ້ອິນເຕີເນັດ ໃຫ້ເກີດປະໂຫຍດ.

ฝึกสติจากการใช้โทรศัพท์มือถือ – ดำเนินชีวิตอย่างมีสติ Mindful Living

 

ທ່ານ ພົອ ວິໄລ ຫຼ້າຄຳຟອງ ໄດ້ຕີລາຄາສູງ ຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍ ທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງໄດ້ຄຸ້ມຄອງ ແລະ ພັດທະນາ ຊຶ່ງຈະຕ້ອງໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດີຈີຕອນ ສາມາດປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ຕິດພັນກັບ 2 ວາລະແຫ່ງຊາດ.

อาจเป็นรูปภาพของ 7 คน, แท่นบรรยาย และ ข้อความ

ເພີ່ມທະວີຂອດປະສານງານລະຫວ່າງພາກສ່ວນທີ່ກ່ຽວຂ້ອງ ເພື່ອພ້ອມກັນຄຸ້ມຄອງ, ຕິດຕາມ ກວດກາ, ເຝົ້າລະວັງ ແລະ ຕອບຕ້ານຫາງສຽງບໍ່ດີ, ຂໍ້ມູນຂ່າວສານທີ່ບໍ່ຖືກຕ້ອງເທິງອິນເຕີເນັດ ໃຫ້ມີຄວາມວ່ອງໄວ ທັນການ. ພ້ອມດຽວກັນນັ້ນ ກໍຕ້ອງໄດ້ສ້າງກົນໄກປະສານງານກັບບັນດາຜູ້ໃຫ້ບໍລິການໂທລະຄົມມະນາຄົມ ແລະ ອິນເຕີເນັດ ຊຶ່ງເປັນຜູ້ຮັບຜິດຊອບໂດຍກົງ ຕໍ່ກັບຂໍ້ມູນຜູ້ຊົມໃຊ້ ແລະ ໂຄງລ່າງພື້ນຖານເຊື່ອມຕໍ່ເຂົ້າເຖິງຂໍ້ມູນເທິງອິນເຕີເນັດ, ເພື່ອໃຫ້ການປະຕິບັດມາດຕະການຕ່າງໆ ໄດ້ຢ່າງວ່ອງໄວ ທັນສະພາບການ.

อัปเดต มือถือน่าใช้ 2024 จากแบรนด์ดัง สเปคแรง ฟังก์ชั่นจัดเต็ม

ທ່ານຍັງໄດ້ຊີ້ນຳໃຫ້ເລັ່ງແກ້ໄຂ ບັນຫາຫຍໍ້ທໍ້ ຜ່ານທາງລະບົບໂທລະຄົມມະນາຄົມ ແລະ ອິນເຕີເນັດ, ເປັນຕົ້ນ ອາຊະຍາກໍາ ແລະ ການຕົວະຍົວະຫຼອກຫຼວງ ຜ່ານລະບົບອິນເຕີເນັດ, ຜ່ານແກ້ງຄອນເຊັນເຕີ; ການຮົ່ວໄຫຼຂອງເອກະສານຂອງພັກ-ລັດ, ການຮົ່ວໄຫຼຂໍ້ມູນສ່ວນບຸກຄົນ, ຕິດຕາມກວດກາ ແລະ ກັ່ນກອງບັນດາສື່ ແລະ ເວັບໄຊ ລາມົກອານາຈານ, ບັນຫາເກມ-ການພະນັນ, ຄາສິໂນອອນລາຍ, ການຄ້າຂາຍຫວຍເຖື່ອນ, ການຄ້າປະເວນີ, ການຄ້າຢາເສບຕິດ ຜ່ານທາງອອນລາຍ ຕ່າງໆ, ເພື່ອເຮັດໃຫ້ ອິນເຕີເນັດ ຂອງ ສປປ ລາວ ມີຄວາມປອດໄພ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...