Homeຂ່າວກິລາສຕລ ປະກາດລາຍຊື່ນັກເຕະ 23 ຄົນສຸດທ້າຍ ລຸຍການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ

ສຕລ ປະກາດລາຍຊື່ນັກເຕະ 23 ຄົນສຸດທ້າຍ ລຸຍການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ

Published on

ສະຫະພັນບານເຕະແຫ່ງຊາດລາວປະກາດລາຍຊື່ນັກກິລາ 23 ຄົນສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ASEAN Boy’ Championship 2024 ທີ່ປະເທດອິນໂດເນເຊຍ.

ຫຼັງຜ່ານການເກັບຕົວຝຶກຊ້ອມນັບຕັ້ງ ແຕ່ວັນທີ 01 ພຶດສະພາ 2024 ເປັນຕົ້ນມາ ໂດຍແມ່ນທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກ ທີມຊາດລາວU16 ໄດ້ຮຽກຕົວນັກກິລາເຍົາວະຊົນໃນເບື້ອງຕົ້ນຈຳນວນ 39 ຄົນເຂົ້າສູນຝຶກຊ້ອມ. ມາຮອດວັນທີ 17 ມິຖຸນາ 2024 ສະຫະພັນບານເຕະແຫ່ງຊາດລາວ(ສຕລ) ໄດ້ປະກາດລາຍຊື່ 23 ຄົນສຸດທ້າຍ ເຂົ້າຮ່ວມ ການແຂ່ງຂັນບານເຕະຮຸ່ນບໍ່ເກີນ 16 ປີ ຊີງແຊ້ມອາຊຽນ 2024 ASEAN U16 BOY’S CHAMPIONSHIP 2024 ເຊິ່ງຈະຈັດຂຶ້ນຢູ່ທີ່ປະເທດອິນໂດເນເຊຍລະຫວ່າງວັນທີ 21 ມິຖຸນາ ຫາ 04 ກໍລະກົດ 2024 ມີລາຍຊື່ດັ່ງນີ້:

ຜູ້ຮັກສາປະຕູ: ທິດສາຄອນ ສຳລີວົງຫວັດ ຈາກສະໂມສອນ ຈຳປາສັກ, ໄຊສົມພົງ ທີບພະວົງ ຈາກແຂວງ ບໍລິຄໍາໄຊ, ອານຸໄຊ ສີວັນທອງ ຈາກສະໂມສອນ ນ້ຳທາ ຢູໄນເຕັດ.

ກອງຫຼັງ: ບຸນທະສັກ ຈັນດາລາ ຈາກສະໂມສອນ ຊ້າງນ້ອຍ, ພີສີດ ອໍຣ໌ ຈາກສະໂມສອນ ຊ້າງນ້ອຍ, ທັດສະພອນ ຄໍາພານິດ ຈາກສະໂມສອນ ຈຳປາສັກ, ໄຊຍະສິດ ຈິດປະສົງ ຈາກສະໂມສອນ ຈຳປາສັກ, ກິ ມູນກັນຍາ ຈາກສະໂມສອນ ມາສເຕີ້ 7, ພົມມະສອນ ນິລະວົງ ຈາກສະໂມສອນ ມາສເຕີ້ 7, ກາດຳ ກອນເຍີ ຈາກສະໂມສອນ ຊ້າງນ້ອຍ.

ກອງກາງ: ບິນລີ້ ໂດນສະໜຸພິດ ຈາກສະໂມສອນ ເອສະຣາ, ໄຊຍະຫວັດ ວັນສະຫວັດ ຈາກສະໂມສອນ ຈຳປາສັກ, ຊາຍຄິດ ໂຄດໂຍທາ ຈາກສະໂມສອນ ມາສເຕີ້ 7, ສູນດາວີ ແສງດາລາ ຈາກສະໂມສອນ ນ້ຳທາ ຢູໄນເຕັດ, ປະລິນເດດ ເພັດຕະກູນ ຈາກສະໂມສອນ ມາສເຕີ້ 7, ບຸນປະເສີດ ແສງສະຫວ່າງ ຈາກສະໂມສອນ ເອສະຣາ, ວົງເດືອນ ສຸລິບັນ ຈາກສະໂມສອນ ມາສເຕີ້ 7, ພຸດທະສັກ ສີຫາໂຄດ ຈາກສະໂມສອນ ບໍ່ແກ້ວ.

ກອງໜ້າ: ພະຍັກ ສີພະນົມ Chainat Hornbill Football Club, ຊີການດາ ໄຊສົງຄາມ ຈາກສະໂມສອນ ຈຳປາສັກ, ພຸດພະໄຕ ຈັນທະລັງສີ ຈາກສະໂມສອນ ມາສເຕີ້ 7, ດາວພະຫັດ ກໍ່າກາຊົມພູ ຈາກສະໂມສອນ ມາສເຕີ້ 7, ທະນາກອນ ຈັນທະວົງ ຈາກສະໂມສອນ ວຽງຈັນ ເອັຟທີ.

ການແຂ່ງຂັນລາຍການດັ່ງກ່າວມີ 12 ປະເທດເຂົ້າຮ່ວມແລະແບ່ງອອກເປັນ 3 ກຸ່ມ, ກຸ່ມລະ 4 ທີມ ຄັດເອົາອັນດັບ 1 ຂອງແຕ່ລະກຸ່ມ ຜ່ານເຂົ້າສູ່ຮອບຮອງຊະນະເລີດ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດ 1 ທີມຜ່ານເຂົ້າຮອບຮອງຊະນະເລີດ.

– ກຸ່ມ A : ອິນໂດເນເຊຍ ເຈົ້າພາບ, ລາວ, ຟີລິບປິນ, ສິງກະໂປ

– ກຸ່ມ B: ຫວຽດນາມ, ມຽນມາ, ກຳປູເຈຍ, ບຣູໄນ

– ກຸ່ມ C: ໄທ, ມາເລເຊຍ, ຕີມໍ ເລສເຕ ແລະ ອົສຕຣາລີ.

ຕາຕະລາງແຂ່ງຂັນທີມຊາດລາວມີດັ່ງນີ້:

– ວັນທີ 21/6/2024 ເວລາ 15:00 ລາວ ພົບ ຟີລິບປິນ

– ວັນທີ 24/6/2024 ເວລາ 15:00 ສິງກະໂປ ພົບ ລາວ

– ວັນທີ 27/6/2024 ເວລາ 19:30 ອິນໂດເນເຊຍ ເຈົ້າພາບ ພົບ ລາວ

ທັງ 3 ນັດແຂ່ງຂັນຢູ່ທີ່ສະໜາມ Manahan Stadium

ກຳນົດການເດີນທາງຂອງທີມຊາດລາວ ແມ່ນຈະອອກເດີນທາງ ໃນຕອນບ່າຍວັນທີ 18 ມິຖຸນາ 2024 ແລະ ຈະພັກຢູ່ທີ່ປະເທດໄທ 1 ມື້, ຫລັງຈາກນັ້ນຈະເດີນທາງຈາກ ປະເທດໄທ ໄປສູ່ ປະເທດອິນໂດເນເຊຍ ໃນຕອນເຊົ້າ ວັນທີ 19 ມິຖຸນາ 2024.

ແຫຼ່ງຂ່າວ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...