Homeຂ່າວຕ່າງປະເທດເດັກຊາຍຊາວອິນເດຍໄປຫຼິ້ນນໍ້າກັບໝູ່ ປິງເຂົ້າຮູດັງ 14 ມື້ໂດຍທີ່ບໍ່ຮູ້ຕົວ

ເດັກຊາຍຊາວອິນເດຍໄປຫຼິ້ນນໍ້າກັບໝູ່ ປິງເຂົ້າຮູດັງ 14 ມື້ໂດຍທີ່ບໍ່ຮູ້ຕົວ

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 25 ມິຖຸນາ 2024 ຜ່ານມາກ່ຽວກັບເຫດທີ່ຊວນໃຫ້ຂົນລຸກເມື່ອມີເດັກຊາຍອາຍຸ 19 ປີໄດ້ໄປຫຼິ້ນ້ຳຕົກກັບໝູ່ເພື່ອນ ຢູ່ທີ່ລັດອຸຕາຣາຂັນ ໃນປະເທດອິນເດຍເມື່ອ 2 ອາທິດກ່ອນ ເຮັດໃຫ້ໂຕປີງເຂົ້າໄປຢູ່ໃນຮູດັງໂດຍບໍ່ຮູ້ໂຕ.

ຕາມການລາຍງານລະບຸວ່າ: ຫຼັງຈາກນັ້ນ 2 ມື້ຕໍ່ມາເດັກຊາຍຄົນດັ່ງກ່າວມີອາການປວດຢູ່ບໍລິເວນໃນຮູດັງ ແລະ ມີເລືອດໄຫຼອອກມາເລັກນ້ອຍ ຈົນເວລາຜ່ານໄປ 14 ມື້ ອາການບໍ່ດີຂຶ້ນດ້ວຍຄວາມຢ້ານລາວຈຶ່ງຕັດສິນໃຈໄປພົບແພດ ໂດຍເລົ່າອາການໃຫ້ຟັງ ຫຼັງຈາກນັ້ນແພດໄດ້ກວດບໍລິເວນໃນຮູດັງ ແລ້ວພົບວ່າມີປີງທີ່ກຳລັງດູດເລືອດຕະຫຼອດເວລາ ແພດຈຶ່ງໄດ້ທຳການຮັກສາ ໂດຍການສ່ອງກ້ອງບໍລິເວນຮູດັງຂ້າງຊ້າຍ ແລະ ສາມາດເອົາປີງອອກມາໄດ້ສຳເລັດ.

ແພດໃຫ້ຂໍ້ມູນວ່າ: ຫາກບໍ່ຮີບຮັກສາ ເຊື້ອໂຣກ ຫຼື ປໍລະສິດ ຈະເຮັດໃຫ້ເກີດອາການປ່ວຍເຖິງຂັ້ນເສຍຊີວິດໄດ້ ໂດຍເຊື້ອພະຍາດດັ່ງກ່າວຈະແຜ່ຂະຫຍາຍໄປບໍລິວນທີ່ສຳຄັນເຊັ່ນສະໝອງ ຫຼື ດວງຕາ ທັງນີ້ປີງຍັງສາມາດພົບໄດ້ຕະຫຼອດ ເກາະຕາມສ່ວນຕ່າງໆຂອງຮ່າງກາຍ ແຕ່ສ່ວນນ້ອຍທີ່ຈະພົບໃນຮູດັງ.

ແຫຼ່ງຂ່າວ: World Forum

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...