spot_img
Homeຂ່າວພາຍ​ໃນສະເໜີປັບປຸງຮ່າງກົດໝາຍສະກັດກັ້ນ-ຕ້ານອັກຄີໄພ

ສະເໜີປັບປຸງຮ່າງກົດໝາຍສະກັດກັ້ນ-ຕ້ານອັກຄີໄພ

Published on

ພົຕ ສົມວັນ ສາຍລ້ອງພາ ຮອງລັດຖະມົນຕີ ກະຊວງ ປ້ອງກັນຄວາມສະຫງົບ ໄດ້ສະເໜີກ່ຽວກັບການປັບປຸງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 25 ມິຖຸນານີ້, ພາຍໃຕ້ການເປັນປະທານຂອງທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ.

May be an image of 3 people, dais and text

ພົຕ ສົມວັນ ສາຍລ້ອງພາ ໄດ້ກ່າວວ່າ: ຄວາມຈຳເປັນ ແລະ ເຫດຜົນໃນການປັບປຸງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພການປັບປຸງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພໃນຄັ້ງນີ້ແມ່ນຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ ກໍຄື ການບູລະນະອົງການອໍານາດລັດໃຫ້ມີຄວາມເຂັ້ມແຂງ ຕາມທິດຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍກົດໝາຍ ເວົ້າລວມ, ເວົ້າສະເພາະ ກໍເພື່ອເຮັດໃຫ້ກຳລັງສະກັດກັ້ນ ແລະ ຕ້ານອັກຄີໄພ ມີຄວາມເຂັ້ມແຂງ, ເຕີບໃຫຍ່, ຂະຫຍາຍຕົວຢ່າງໜັກແໜ້ນ ແລະ ຮັບປະກັນໄດ້ຄວາມສະຫງົບປອດໄພ ທີ່ເກີດຂຶ້ນຈາກອັກຄີໄພ, ສະພາບການຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພໂດຍປະຕິບັດຕາມແຜນການສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ (ປີ 2023-2025).

No photo description available.

ຫຼ້າສຸດໃນຄັ້ງວັນທີ 14 ມິຖຸນາ 2024 ກອງປະຊຸມຄົ້ນຄວ້າປັບປຸງ ຮ່າງກົດໝາຍສະບັບດັ່ງກ່າວ ລະຫວ່າງ ຄະນະຮັບຜິດຊອບກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບ ກົມກົດໝາຍ, ກົມ ປກສ ສະພາແຫ່ງຊາດ, ກົມກົດໝາຍ ກະຊວງຍຸຕິທຳ ແລະ ກົມນິຕິກຳ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຕາມຄໍາເຫັນຂອງຄະນະປະຈຳສະພາແຫ່ງຊາດ ແລະ ຄຳເຫັນຂອງສະມາຊິກສະພາແຫ່ງຊາດປະຊາຊົນຂັ້ນແຂວງ ຜ່ານການຄົ້ນຄວ້າກອງປະຊຸມ ສະເໜີຮັກສາເນື້ອໃນເກົ່າ 40 ມາດຕາ, ກວມເອົາ 154 ເນື້ອໃນ, ເຫັນດີປັບປຸງຕາມການສະເໜີ 10 ມາດຕາ, ກວມເອົາ 16 ເນື້ອໃນ, ໂຄງປະກອບ ແລະ ເນື້ອໃນຂອງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ ໂຄງປະກອບຂອງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພສະບັບປີ 2007 ປະກອບມີ 11 ໝວດ ແລະ 71 ມາດຕາ, ພາຍຫຼັງປັບປຸງ ຮ່າງກົດໝາຍສະບັບນີ້ ປະກອບມີ X ພາກ, 5 ໝວດ ແລະ 89 ມາດຕາ ໃນນັ້ນ ປັບປຸງ 64 ມາດຕາ, ເພີ່ມໃໝ່ 21 ມາດຕາ ແລະ ຮັກສາເດີມ 4 ມາດຕາ ຄາດຄະເນຜົນໄດ້ຮັບຈາກການປັບປຸງຮ່າງກົດໝາຍວ່າດ້ວຍການສະກັດກັ້ນ ແລະ ຕ້ານອັກຄີໄພ

May be an image of fire and text

ເມື່ອກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດຄະເນຜົນໄດ້ຮັບດັ່ງນີ້: ການຄຸ້ມຄອງ, ກວດກາ, ສະກັດກັ້ນ ແລະ ແກ້ໄຂ ຂອດຊ່ອງວ່າງ, ຂໍ້ຄົງຄ້າງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ແລະ ການຈັດຕັ້ງປະຕິບັດກົດໝາຍ ກໍຄື ສະພາບປະກົດການຫຍໍ້ທໍ້ໃນສັງຄົມ. ຊຶ່ງພົວພັນເຖິງວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ຫັນເຂົ້າສູ່ລະບົບກົດໝາຍຢ່າງເຂັ້ມງວດ ເທື່ອລະກ້າວ; ເປັນມາດຕະການທາງດ້ານກົດໝາຍເພື່ອເຮັດໃຫ້ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາກລັດ ແລະ ເອກະຊົນ ມີສ່ວນຮ່ວມ ແລະ ໃຫ້ການຮ່ວມມື ໃນການຈັດຕັ້ງເຄື່ອນໄຫວວຽກງານສະກັດກັ້ນ ແລະ ຕ້ານອັກຄີໄພ; ເຮັດໃຫ້ສັງຄົມມີຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຈາກອັກຄີໄພທັງເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ແນໃສ່ປົກປັກຮັກສາສະຖຽນລະພາບ ທາງດ້ານການເມືອງ ແລະ ຄວາມໝັ້ນຄົງຂອງຊາດ; ເປັນບ່ອນອີງພື້ນຖານອັນສໍາຄັນ ໃຫ້ແກ່ເຈົ້າໜ້າທີ່ສະກັດກັ້ນ ແລະ ຕ້ານອັກຄີໄພ ແລະ ເຈົ້າໜ້າທີ່ ຂະແໜງການທີ່ກ່ຽວຂ້ອງ ໃນການເຄື່ອນໄຫວປະຕິບັດໜ້າທີ່ວຽກງານວິຊາສະເພາະສະກັດກັ້ນ ແລະ ຕ້ານອັກຄີໄພໃຫ້ດີຂຶ້ນກວ່າເກົ່າ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ໃນ 2 ປີທີ່ (2024-2025) Felix ໄດ້ບໍລິຈາກໃຫ້ປະເທດລາວ ລວມມູນຄ່າທັງໝົດປະມານ 3 ຕື້ກີບ

ທັງໜ້າຕາດີ ທັງຈິດໃຈດີ Felix Stray kids ຂອບໃຈທີ່ໃຫ້ການສະໜັບສະໜູນມາຕະຫຼອດ 2 ປີ (2024-2025) ທີ່ໄດ້ເຂົ້າມາຊ່ວຍເຫຼືອເດັກນ້ອຍໃນປະເທດລາວໃຫ້ມີຊີວິດການເປັນຢູ່ ແລະ ສະພາບເວດລ້ອມທີ່ດີຂຶ້ນ, ໃນ 2...

ຕ້ອງກະກຽມຂໍ້ມູນຫຍັງແນ່ ເພື່ອຂຽນປະກອບເອກະສານເຮັດບັດປະຈໍາຕົວດິຈິຕອນ ກຽມພ້ອມໄວ້ ເພື່ອຄວາມສະດວກ ແລະ ວ່ອງໄວ

ໃນປັດຈຸບັນໃນນະຄອນຫຼວງວຽງຈັນສາມາດເຮັດບັດປະຈໍາຕົວໄດ້ແລ້ວ ຢູ່ທີ່ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ບ້ານແສງສະຫວ່າງ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ເຊິ່ງກ່ອນທີ່ຈະເຮັດບັດປະຈຳຕົວດິຈິຕອນແມ່ນ ຕ້ອງໄດ້ຊື້ແບບຟອມປະກອບຂໍ້ມູນ ລາຄາ 30,000 ກີບ ແລະ ຈະເປີດບໍລິການເຮັດບັດປະຈຳຕົວໃນທົ່ວປະເທດໃນຕົ້ນເດືອນຕຸລາ...

ອົບພະຍົບຫຼາຍກວ່າ 1,000 ຄົນ ເຫດໄຟໄໝ້ເຂດຊຸມຊົນແອອັດ ໃນນະຄອນຫຼວງມະນິລາ ປະເທດຟິລິປິນ

ເກີດເຫດໄຟໄໝ້ຮຸນແຮງຢູ່ເຂດຊຸມຊົນແອອັດ ໃນເມືອງຫຼວງຂອງຟິລິບປິນ ປະຊາຊົນຫຼາຍກວ່າ 500 ຄອບຄົວບໍ່ມີທີ່ຢູ່ອາໄສ. ສຳນັກຂ່າວຕ່າງປະເທດລາຍງານວ່າ: ໃນວັນທີ 15 ກັນຍາ 2025 ຜ່ານມາ, ເກີດເຫດໄຟໄໝ້ຮຸນແຮງໃນຊ່ວງກາງຄືນໃນດເຂດຊຸມຊົນ ແຮບປີ້ແລນ ເຮັດໃຫ້ອາຄານບ້ານເຮຶືອນໄດ້ຮັບຄວາມເສຍຫາຍຫຼາຍຮ້ອຍຫຼັງ ເຮັດໃຫ້ປະຊາຊົນກວ່າ...

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...