Homeຂ່າວກິລາອາລິຍາ ພູນສະຫວັດ ຄວ້າແຊ໋ມຖີບລົດຊີງແຊ໋ມປະເທດລາວ ປະຈຳປີ 2024 ສ່ວນອັນດັບທີ 2 ເປັນຂອງ ຖາວອນ ເພື່ອນຮ່ວມທີມດຽວກັນ ສະໂມສອນ ທີຊີທີ

ອາລິຍາ ພູນສະຫວັດ ຄວ້າແຊ໋ມຖີບລົດຊີງແຊ໋ມປະເທດລາວ ປະຈຳປີ 2024 ສ່ວນອັນດັບທີ 2 ເປັນຂອງ ຖາວອນ ເພື່ອນຮ່ວມທີມດຽວກັນ ສະໂມສອນ ທີຊີທີ

Published on

ສະຫະພັນລົດຖີບແຫ່ງຊາດລາວ ຈັດການແຂ່ງຂັນລົດຖີບ 3 ລາຍການ ຮຸ່ນອາຍຸ 36 ປີ ຂຶ້ນໄປ, ຮຸ່ນຊາວໜຸ່ມທົ່ວໄປ ແລະ ຮຸ່ນເຍົາວະຊົນ ປະເພດຊາຍ ໃນໄລຍະທາງໄກ ຫຼາຍກວ່າ 100 ກິໂລແມັດ ຊີງແຊ໋ມປະເທດລາວ ປະຈຳປີ 2024 ໃນຕອນເຊົ້າມື້ນີ້ 22 ມິຖຸນາ 2024 ເພື່ອເປັນການຄັດເລືອກນັກກິລາຜູ້ທີ່ມີພອນສະຫວັນດີເດັ່ນ ກຽມຕິດທີມຊາດ ເຂົ້າຮ່ວມແຂ່ງຂັນລາຍການຕ່າງໆ ລະດັບນາໆຊາດ ໂດຍສະເພາະແມ່ນກຽມຮ່ວມງານກິລາຊີເກມ ຄັ້ງທີ 32 ທີ່ປະເທດໄທ ເປັນເຈົ້າພາບ ປີ 2025.

ການແຂ່ງຂັນລາຍການດັ່ງກ່າວ ສະເພາະຮຸ່ນຊາວໜຸ່ມທົ່ວໄປ ຈຸດປ່ອຍທີ 1 ເລີ່ມຕົ້ນຈາກ ປໍ້ານໍ້າມັນ ໂຊກໄຊ ເຂດບ້ານໜອງດາ ເມືອງສີໂຄດຕະບອງ ມຸ້ງໜ້າສູ່ ເມືອງຊະນະຄາມ ແຂວງວຽງຈັນ ແລະ ຈຸດທີ 2 ເລີ່ມຄ້ອຍແລນມາກ ເມືອງສັງທອງ ໄປຫາ ເມືອງຊະນະຄາມ ເຊັນກັນດ້ວຍໄລຍະທາງໄກ ຫຼາຍກວ່າ 100 ກິໂລແມັດ ລາຍການນີ້ ມີນັກກິລາເຂົ້າຮ່ວມຊີງໄຊເກືອບ 50 ຄົນ, ໃນນັ້ນ ມາຈາກແຂວງບໍ່ແກ້ວ, ແຂວງອັດຕະປື, ແຂວງວຽງຈັນ ແລະ ບັນດາສະໂມສອນອ້ອມຂ້າງ ນະຄອນຫຼວງວຽງຈັນ.

ສະຫຼຸບການແຂ່ງຂັນ ຮຸ່ນຊາວຮຸ່ນຊາວໜຸ່ມ ທົ່ວໄປ ແຊ໋ມເປັນຂອງ ອາລິຍາ ພູນສະຫວັດ ນັກປຣັ່ນມື 1 ປະເທດລາວ ຈາກສະໂມສອນ ທີຊີທີ ສ່ວນອັນດັບທີ 2 ແມ່ນ ຖາວອນ ພົນອາສາ ສະໂມສອນ ທີຊີທີ, ອັນດັບທີ 3 ຟອງສະໝຸດສະໂມສອນ ແອວຊີທີຊີ, ອັນດັບທີ 4 ສອນສຸລິສັກ ແມນວິໄລ ແອວຊີທີຊີ ແລະ ອັນດັບທີ 5 ທະນະກອນ ວົງເດືອນ ສະໂມສອນ ທີຊີທີ.

ສ່ວນຮຸ່ນເຍົາວະຊົນ ແຊ໋ມເປັນຂອງ ອະພິຊາດ ສຸດທະວີ ຈາກແຂວງບໍ່ແກ້ວ, ອັນດັບທີ 2 ອະນຸພົງ ທຳມະວົງ ສະໂມສອນ ແອວຊີທີຊີ, ອັນດັບທີ 3 ນິລະພອນ ນະວົງສາ ຈາກແຂວງອັດຕະປື, ອັນດັບທີ 4 ບຸດປະເສີດ ຈັນທະຜາລີ ສະໂມສອນ ທີຊີທີ ແລະ ອັນດັບທີ 5 ໂຊກທະວີ ອິນອຸ່ນສາ ຈາກແຂວງບໍ່ແກ້ວ.

ຂະນະທີ່ ຮຸ່ນ 36 ປີ ແຊ໋ມເປັນຂອງ ລຳເງິນ ສະໂມສອນ ແອວຊີທີຊີ, ອັນດັບທີ 2 ເຈໂຣມ ສະໂມສອນ ທີຊີທີ, ອັນດັບທີ 3 ທີໂມທີ ທີມໄດ, ອັນດັບທີ 4 ຟ້າກັດ ທີມໄດ ແລະ ອັນດັບທີ 5 ພຸດທະສອນ ສະໂມສອນ ທີຊີທີ.

ແຫຼ່ງຂ່າວ: Laos Sport Media

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...