spot_img
Homeຂ່າວກິລາ2 ນັກກິລາລາວ ຄວ້າລາງວັນຊະນະເລີດ ລາຍການ Duathlon Powerman ທີ່ປະເທດມາເລເຊຍ

2 ນັກກິລາລາວ ຄວ້າລາງວັນຊະນະເລີດ ລາຍການ Duathlon Powerman ທີ່ປະເທດມາເລເຊຍ

Published on

ປີ້ ວາຕາຊິ ແລະ ຖາວອນ ພົນອາສາ ຄວ້າລາງວັນຊະນະເລີດ ລາຍການ Duathlon Powerman (ແລ່ນ 5 ກິໂລແມັດ, ຖີບລົດຖີບ 30 ກິໂລແມັດ ແລະ ແລ່ນອີກ 5 ກິໂລແມັດ) ທີ່ປະເທດມາເລເຊຍ ໃນວັນທີ 9 ມິຖຸນາ 2024 ຜ່ານມາ.

ສຳລັບ ຖາວອນ ພົນອາສາ ໄດ້ອັນດັບທີ 1 ປະເພດຊາຍທົ່ວໄປ Overall ເຊິ່ງສາມາດພິຊິດເປົ້າໝາຍຕາມຄວາມໄຝ່ຝັນ ພາຍຫລັງປີຜ່ານມາຈົບອັນດັບທີ 4, ຂະນະທີ່ ປີ້ ວາຕາຊິ ຫລື ວົງວິເສດ ໄຊຍະວົງ ໃນຖານະແຊ້ມເກົ່າ ປະເພດ Powerman Short (ກຸ່ມອາຍຸ 40-49 ປີ) ເວລາລວມ Run Bike Run 01:30:35 ສາມາດຄວ້າແຊ້ມໄດ້ ແລະ ສ້າງປະຫວັດສາດເປັນຄົນທຳອິດຂອງປະເທດລາວ ສຳເລັດການເຂົ້າຮ່ວມການແລ່ນມາຣາທອນ 6 ລາຍການໃຫຍ່ລະດັບໂລກ ກໍຄື: ໂຕກຽວ ມາຣາທອນ, ບອສຕັນ ມາຣາທອນ, ເບີລິນ ມາຣາທອນ, ຊິຄາໂກ້ ມາຣາທອນ, ນິວຢ໊ອກ ມາຣາທອນ ແລະ ລອນດອນ ມາຣາທອນ.

ສ່ວນທາງດ້ານເພດຍິງໜຶ່ງດຽວຈາກລາວ ທີ່ເຂົ້າຮ່ວມ Duathlon Powerman ທີ່ປະເທດມາເລເຊຍ ຈັນຈູລີ ອາທະນາພອນ ຈົບອັບດັບ 11 ກຸ່ມຮຸ່ນອາຍຸ 50 ປີ ຂຶ້ນໄປ.

ຂ່າວຈາກ: ຂ່າວກິລາ Lao National TV

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...