Homeຂ່າວພາຍ​ໃນເປີດທົດລອງແລ່ນລົດໄຟລາວ-ໄທ ກຽມພ້ອມເປີດບໍລິການຢ່າງເປັນທາງການ

ເປີດທົດລອງແລ່ນລົດໄຟລາວ-ໄທ ກຽມພ້ອມເປີດບໍລິການຢ່າງເປັນທາງການ

Published on

ລັດວິສາຫະກິດລົດໄຟແຫ່ງຊາດລາວ, ກະຊວງໂຍທາທິການ ແລະ ຂົນສົ່ງ ຮ່ວມກັບ ການລົດໄຟແຫ່ງປະເທດໄທ ໄດ້ເປີດທົດລອງແລ່ນລົດໄຟຈາກສະຖານີ ທ່ານາແລ້ງ ຫາ ສະຖານີວຽງຈັນຄຳສະຫວາດ ເພື່ອກວດກາດ້ານເຕັກນິກໃນລະຫວ່າງວັນທີ 14-17 ພຶດສະພາ 2024 ເພື່ອເປັນການກະກຽມຄວາມພ້ອມໃຫ້ແກ່ການເປີດໃຫ້ບໍລິການ ແຕ່ສະຖານີໜອງຄາຍ ຣາຊະອານາຈັກໄທ ຫາ ສະຖານີວຽງຈັນຄໍາສະຫວາດ ສປປ ລາວ ຢ່າງເປັນທາງການ ໂດຍຈະແລ່ນທົດລອງ 9 ຖ້ຽວຕໍ່ວັນ ເຊິ່ງເລີ່ມແຕ່ເວລາ 08:30-15:30 ໂມງ.

ສ່ວນວັນທີ 18-20 ພຶດສະພາ 2024 ແມ່ນຈະທົດລອງແລ່ນຂະບວນລົດໄຟ ຈາກສະຖານີອຸດອນທານີ-ສະຖານີໜອງຄາຍ-ສະຖານີທ່ານາແລ້ງ ແລະ ສະຖານີວຽງຈັນຄຳສະຫວາດ. ທັງນີ້, ກໍເພື່ອຮັບປະກັນຄວາມພ້ອມຮອບດ້ານໃຫ້ແກ່ມື້ເປີດໃຫ້ບໍລິການ ເຊິ່ງມື້ເປີດໃຫ້ບໍລິການຢ່າງເປັນທາງການ ພາກສ່ວນກ່ຽວຂ້ອງຈະແຈ້ງໃຫ້ຊາບຕາມພາຍຫຼັງ.

ທ່ານ ຄອນສະຫວັນ ຄໍາພິວົງ ຫົວໜ້າສະຖານີລົດໄຟທ່ານາແລ້ງ ໃຫ້ໄດ້ຮູ້ໃນວັນທີ 14 ພຶດສະພາ 2024 ນີ້ວ່າ: ພວກເຮົາເລີ່ມທົດລອງການແລ່ນລົດໄຟ ຈາກສະຖານີທ່ານາແລ້ງ ຫາ ສະຖານີຄຳສະຫວາດ ເປັນຄັ້ງທໍາອິດທີ່ໃຊ້ຄົນຂັບລົດໄຟຄົນລາວ ໂດຍໄດ້ສະຫລັບກັນລະຫວ່າງຄົນຂັບຝ່າຍໄທ ແລະ ຝ່າຍລາວເຊິ່ງຄົນຂັບລົດໄຟໄທ ມາຈອດຢູ່ສະຖານີທ່ານາແລ້ງ ແລ້ວປ່ຽນໃຫ້ຄົນຂັບຝ່າຍລາວຂັບຕໍ່ໄປສະຖານີວຽງຈັນຄຳສະຫວາດ. ຜ່ານການທົດລອງໃນມື້ນີ້, ເຫັນວ່າດຳເນີນໄປດ້ວຍດີ, ທາງດ້ານເຕັກນິກ ແລະ ເສັ້ນທາງບໍ່ມີຫຍັງຂັດຂ້ອງ ແລະ ຈະສືບຕໍ່ທົດລອງແລ່ນ ໄປຈົນເຖິງວັນທີ 20 ພຶດສະພາ 2024.

ຕາມກຳນົດການມື້ເປີດແມ່ນເລື່ອນມາຈາກກາງເດືອນເມສາ  ສຳລັບມື້ເປີດຢ່າງເປັນທາງການຕ້ອງລໍຖ້າຕິດຕາມໄປພ້ອມໆກັນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...