spot_img
Homeຂ່າວພາຍ​ໃນເປີດເປັນທາງການ! ງານບຸນວັດພູຈຳປາສັກ 2024

ເປີດເປັນທາງການ! ງານບຸນວັດພູຈຳປາສັກ 2024

Published on

ພິທີເປີດງານບຸນນະມັດສະການ ຜາສາດຫີນວັດພູຈໍາປາສັກ ປະຈໍາປີ 2024 ຈັດຂຶ້ນຢ່າງເປັນທາງການໃນຕອນຄໍ່າຂອງວັນທີ 22 ກຸມພາທີ່ຜ່ານມາ, ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ກ່າວເປີດງານໂດຍ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ໂດຍມີຜູ້ແທນຈາກ ສສ ຫວຽດນາມ, ຣາຊະອານາຈັກກໍາປູເຈຍ, ຣາຊະອານາຈັກໄທ, ການນໍາຂອງແຂວງຈໍາປາສັກ, ນະຄອນ, ເມືອງ, ຕະຫຼອດຮອດມວນຊົນເຂົ້າຮ່ວມ.

อาจเป็นรูปภาพของ 6 คน, ฉาบ และ ข้อความ

ທ່ານ ວິໄລລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ ກ່າວເປີດງານຢ່າງເປັນທາງການວ່າ: ງານບຸນນະມັດສະການ ຜາສາດຫີນວັດພູ ແມ່ນຈັດຂຶ້ນໃນທຸກໆ ປີ (ໃນມື້ຂຶ້ນ 15 ຄ່ໍາ ເດືອນ 3), ສະຖານທີ່ດັ່ງກ່າວ ເປັນແຫຼ່ງອະລິຍະທຳບຸຮານທີ່ເກົ່າແກ່ ແລະ ໄດ້ຖືກຈົດທະບຽນຮັບຮອງເຂົ້າເປັນມໍລະ ດົກໂລກ ໃນຄັ້ງວັນທີ 16 ທັນວາ 2001 ໂດຍອົງການ UNESCO, ເປັນສະຖານທີ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ວັດທະນະທຳຂອງຊາດລາວເຮົາ ມາແຕ່ສະໄໝບຸນຮານນະການ, ສະຖານທີ່ມໍລະດົກໂລກວັດພູຈຳປາສັກແຫ່ງນີ້ ແມ່ນໄດ້ ຖືກສ້າງຂຶ້ນໃນລະຫວ່າງສະຕະວັດທີ 5 ແຫ່ງຄິດຕະສັກກະຫຼາດ ເຊິ່ງໄດ້ມີການສືບຕໍ່ບູລະນະປະຕິສັງຂອນ ແລະ ຈັດງານສັກກາລະບູຊາມາໃນແຕ່ລະໄລຍະ ຈິ່ງໄດ້ຄ່ອຍປັບປ່ຽນມາເປັນງານບຸນ ສໍາຄັນທາງດ້ານພະພຸດທະສາສະໜາ ໂດຍເປັນວັນມາຄະບູຊາ ບຸນນະມັດສະການ ຜາສາດຫີນວັດພູຈຳປາສັກ ຈົນຮອດປັດຈຸບັນນີ້.

อาจเป็นรูปภาพของ การจัดแสง และ ฝูงชน

ການຈັດງານປີນີ້ແມ່ນໃນທ່າມກາງບັນຍາກາດທີ່ທົ່ວ ພັກ, ທົ່ວລັດ,ທົ່ວປວງຊົນລາວທັງຊາດ, ປະຊາຊົນບັນດາເຜົ່າໃນທົ່ວແຂວງຈໍາປາສັກ ພວມຕັ້ງໜ້າ ຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຄັ້ງທີ 11 ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 8 ຂອງອົງຄະນະພັກແຂວງ, ແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ແຂວງ ຕິດພັນກັບການອອກແຮງແຂ່ງຂັນ ເພື່ອຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງວັນເກີດຂອງ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ ແລະ ການເປີດປີທ່ອງທ່ຽວ ລາວ ປີ 2024, ພິເສດໃນປີນີ້, ລັດຖະບານໄດ້ຮັບຮອງເອົາບຸນນະມັດສະການ ຜາສາດຫີນວັດພູ ມໍລະດົກໂລກ ເປັນການເປີດປີທ່ອງທ່ຽວລາວ 2024 ຂອງແຂວງຈຳປາສັກ.

อาจเป็นรูปภาพของ สะพานสตารีมอสต์, ปราสาท และ วัด

ເຈົ້າແຂວງຈໍາປາສັກ ຍັງໄດ້ກ່າວເຊີນຊວນທຸກພາກສ່ວນໃນສັງຄົມ,ບັນດາແຂກ, ນັກທ່ອງທ່ຽວທັງພາຍໃນແຂວງ,ຕ່າງແຂວງ ແລະ ຕ່າງປະເທດ ທີ່ເຂົ້າຮ່ວມງານບຸນນະມັດສະການຜາສາດຫີນວັດພູ ກໍຄືງານຕ່າງໆທີ່ທາງແຂວງຈັດຂຶ້ນຢ່າງມີຄວາມເບີກບານມ່ວນຊື່ນ.ພ້ອມນີ້ບັນດາທ່ານການນໍາກໍຄືມວນຊົນ ຍັງໄດ້ຊົມການສະແດງສິລະປະວັນນະຄະດີ ແລະ ລະຄອນຢ້ອນຍຸກທີ່ມີເນື້ອໃນສະແດງໃຫ້ເຫັນເຖິງປະຫວັດການກໍ່ສ້າງວັດພູຈໍາປາສັກ ຊຶ່ງເປັນສະຖານບູຮານທີ່ສໍາຄັນແຫ່ງນີ້. ຈາກນັ້ນກໍເຂົ້າສູ່ພິທີທາງສາສະໜາເພື່ອເປັນສີລິມຸງຄຸນຕື່ມອີກ ແລະ ງານບຸນນະມັດສະການຜາສາດຫີນວັດພູ ຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ຂອງແຂວງຈໍາປາສັກ ຈະດໍາເນີນແຕ່ວັນທີ 22-24 ກຸມພາ 2024.

ຂ່າວ: ປະພິດ ສີສົມບູນ

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...