ກ້ອງຮົ່ມໄມ້ທີ່ປູກໄວ້ຄ້ອຍຂອງໂນນພູ ທີ່ຕັ້ງຂອງມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ ຊາຍໜຸ່ມຜູ້ໜຶ່ງນັ່່ງອີງຕົ້ນໄມ້ ປິ່ນໜ້າລົງຫາຕີນຄ້ອຍ ໃນຊຸດນັກສຶກສາ ເອົາເສື້ອຂາວແຂນຍາວເຂົ້າໃນໂສ້ງ ມັດກາລະວັດຂອງຄະນະໜຶ່ງຂອງ ມະຫາວິທະຍາໄລແຫ່ງຊາດ ໃສ່ເກີບພັດມັນຢ່າງດີ ສ່ວນຊົງຜົມກໍສັ້ນຈັດດ້ວຍນ້ຳມັນຜົມ ຊະນິດແຂງ ເຮັດໃຫ້ຢູ່ຊົງຢ່າງຈົບງາມ ຂາເບື້ອງໜຶ່ງຢຽດຊື່ລົງຕາມພື້ນຫຍ້າ ແຕ່ອີກເບື້ອງໜຶ່ງພັດຕັ້ງເຂົ່າຂຶ້ນມາ ໃຊ້ແຂນເບື້ອງຊ້າຍກ່າຍເອົາໄວ້ ໃນມືຖືໃບປະກາດທີ່ຫາກໍຮັບອອກມາ ວ່າງຫ້ານາທີທີ່ແລ້ວ ສ່ວນແຂນເບື້ອງຂວາແມ່ນ ເທົ້າລົງກັບພື້ນຫຍ້າ ສາຍຕາເມີ່ລອຍ ຄ້າຍຄືວ່າເຂົາກຳລັງຈິນຕະນາການ ເຖິງເລື່ອງລາວໃດໜຶ່ງກໍບໍ່ຮູ້.
ຜູ້ຄົນຈຳນວນຫຼວງຫຼາຍ ມາຈາກທຸກທິດທົ່ວປະເທດລາວ ຕ່າງກໍນຸ່ງເຄື່ອງໃໝ່ໃສ່ເຄື່ອງງາມ ຫຼັ່ງໄຫຼເຂົ້າມາສູ່ຮົ້ວມະຫາວິທະຍາໄລແຫ່ງຊາດ ວິທະຍາເຂດດົງໂດກ ປານໄປບຸນທາດຫຼວງ ລົດຕິດຕໍ່ກັນຕາມສາຍທາງທີ່ຍາວຢຽດ ທຸກເສັ້ນທາງທີ່ມຸ່ງສູ່ມະຫາວິທະຍາໄລ ແຫ່ງຊາດ. ຕາມເສັ້ນທາງຕັ້ງແຕ່ປາກປະຕູໂຂງ ດ້ານໜ້າ ເຂົ້າມາສູ່ໃຈກາງຂອງມະຫາວິທະຍາໄລ ແໜ້ນອັ່ງໄປດ້ວຍຜູ້ຄົນ ບາງຄົນອຸ້ມຊໍ່ດອກໄມ້, ບາງຄົນອຸ້ມຕຸກກະຕາໝີ, ບາງຄົນອຸ້ມຫໍ່ຂອງຂວັນທີ່ມັດດ້ວຍໂບ ຢ່າງສວຍງາມ ແຕ່ສອງເຖົ້າ ລຸງບຸນມາ ກັບປ້າແດງ ພັດຖືດອກດາວເຮືອງທີ່ເດັດມາ ມັດລວມກັນໃຫ້ເປັນປຸ້ມ ຄົນລະປຸ້ມ ເບິ່ງແລ້ວກໍງາມໄປອີກແບບໜຶ່ງ.
ຢູ່ລະຫວ່າງກາງຂອງ ອາຄານ ຄະນະເສດຖະສາດແລະບໍລິຫານທຸລະກິດ ກັບອາຄານສຳນັກງານອະທິການບໍດີນັ້ນ ມີຮ້ານຖ່າຍຮູບທີ່ພາກສ່ວນເຄືອຂ່າຍ ໂທລະສັບໄດ້ຕັ້ງຂຶ້ນຢ່າງສວຍງາມ ເພື່ອໃຫ້ບັນດາບັນດິດໃໝ່ແລະຍາດພີ່ນ້ອງ ໄດ້ຮ່ວມສະແດງຄວາມຍິນດີ ດ້ວຍການມອບຂອງຂວັນ ແລະຖ່າຍຮູບຮ່ວມກັນຢ່າງຄຶກຄື້ນມ່ວນຊື່ນ ສຽງຫົວ ອວຍພອນ ສຽງສະແດງຄວາມຍິນດີ ແລະສຽງເວົ້າຢອກໃຍກັນດັງລະງົມ ບໍ່ຈັກວ່າສຽງໃຜເປັນສຽງໃຜ.
ແຕງໂມພໍໄດ້ໃບປະກາດແລ້ວ ບໍ່ໄດ້ສົນໃຈກັບໃຜພໍແຕ່ຍ່າງອອກຫວິດ ຫ້ອງປະຊຸມແລ້ວທັນໄດ້ຖ່າຍຮູບ ກັບໝູ່ສອງສາມໂປ້ກໍປົດເກີບສົ້ນສູງ ມາຫິ້ວແລ້ວຍ່າງຜ່າຜູ້ຄົນອອກມາ ນອກຮົ້ວມະຫາວິທະຍາໄລກັບຄືນ ເຮືອນຂອງຕົນເອງຢ່າງຟ້າວຟັ່ງ ໂດຍບໍ່ຮູ້ສາເຫດ ຈົນຜູ້ຄົນທີ່ພົບເຫັນເກີດຄວາມງຸນງົງສົງໄສ.
ບັນດິດຈົບໃໝ່ບາງຄົນ ອ້າແຂນຫອບອຸ້ມເອົາຂອງຂວັນ ແລະຊໍ່ດອກໄມ້ເອົາໄວ້ເຕັມເອິກ ບາງຄົນໄດ້ໃຫ້ຍາດພີ່ນ້ອງອຸ້ມຊ່ອຍ, ແຕ່ສຳລັບຄຳປານແລ້ວ ແມ່ນບໍ່ເຫັນໜ້າແມ່ນແຕ່ຄົນຮູ້ຈັກ ທີ່ຈະມອບດອກໄມ້ໜຶ່ງໜຶ່ງໃຫ້ ເຂົາໄດ້ແຕ່ນັ່ງອີງກົກໄມ້ ແລ້ວຫຼັ່ງນ້ຳຕາອອກມາ ເຂົາບໍ່ໄດ້ເສຍໃຈດອກທີ່ເຂົາບໍ່ໄດ້ຮັບ ດອກໄມ້ສະແດງຄວາມດີໃຈ ຈາກໃຜ ແຕ່ເຂົາຫຼັ່ງນ້ຳຕາຍ້ອນເຂົາດີໃຈ ໃນຜົນງານທີ່ສຳເລັດແລ້ວ ແລະເສຍດາຍທີ່ແມ່ຂອງເຂົາໄດ້ຈາກເຂົາໄປ ຕອນໃກ້ຊິຮັບໃບປະກາດ ສ່ວນຍາດພີ່ນ້ອງກໍມາບໍ່ໄດ້ເພາະ ຕ່າງກໍອາໄສຢູ່ເຂດຊົນນະບົດ ຫ່າງໄກສອກຫຼີກ ບໍ່ມີເງິນແລະຄວາມສາມາດພໍ ທີ່ຈະມາສະແດງຄວາມຍິນດີກັບ ຜົນສຳເລັດຄັ້ງນີ້ຂອງເຂົາ.
ລຸງບຸນມາ ແລະປ້າແດງ ໃສ່ເກີບອີ່ແຕະເກົ່າໆ ນຸ່ງເຄື່ອງເກົ່າໆ ຍ່າງກອມເກາະກອມກ້ອຍ ຊອກຫາລູກສາວຫຼ້າຂອງຕົນ ທີ່ຊື່ນ້ອຍ, ເມື່ອຍຍ່າງເລາະ ແລ້ວກໍຖາມ ເມື່ອຍຖາມແລ້ວໃຜກໍບໍ່ຮູ້ ກໍເລີຍໄປຫາຄະນະຈັດຕັ້ງງານມອບ-ຮັບໃບປະກາດ ຕາມການແນະນຳຂອງຜູ້ຄົນ ທີ່ຕົນຖາມ.
ສຽງໂທລະໂຄ່ງດັງກ້ອງກັງວານ ນັ້ນແມ່ນສຽງສຳພາດບັນດິດຈົບໃໝ່ ດົນໆກໍມີການປະກາດຫາຄົນຫຼົງກັນ ແລະຖ້າຜູ້ໃດມາຫາໃຜບໍ່ເຫັນກໍໃຫ້ໄປປະກາດ ລຸງບຸນມາກັບປ້າແດງໄດ້ບອກ ຊື່ຂອງຕົນທັງສອງ ຊື່ບ້ານ ຊື່ເມືອງ ແລະຊື່ແຂວງ ພ້ອມດ້ວຍຊື່ລູກສາວ ຄື ອີ່ນ້ອຍ ໃຫ້ກັບຄະນະຈັດຕັ້ງງານ ບໍ່ທັນໃດສຽງປະກາດກໍດັງກ້ອງກັງວານໄປທົ່ວ ມະຫາວິທະຍາໄລແຫ່ງຊາດ ປະກາດຫາ ນາງ ນ້ອຍ ບໍ່ຮູ້ວ່າສຶກສາຢູ່ຄະນະໃດ ພໍ່ໍຊື່ ລຸງບຸນມາ ແລະແມ່ຊື່ ປ້າແດງ ໄດ້ມາຫາລູກສາວ ຖ້າຫາກບັນດິດໃໝ່ທ່ານໃດ ຫາກມີຊື່ນ້ອຍ ແລະມີພໍ່ແມ່ຊື່ ລຸງບຸນມາແລະປ້າແດງ ໃຫ້ມາຫາເພິ່ນຢູ່ຕົ້ນປາມຂ້າງ ສຳນັກງານອະທິການບໍ່ດີເດີ !!
ສຽງປະກາດຫານາງນ້ອຍ ໄດ້ຜ່ານໄປຫຼາຍຫຼົບຫຼາຍຕ່າວ ນັກສຶກສາຮັບໃບປະກາດ ຈາກຄະນະນີ້ຕໍ່ໃສ່ຄະນະໃໝ່ ອອກມາຫຼາຍພັນຄົນ ແຕ່ຍັງບໍ່ປາກົດເຫັນນາງນ້ອຍມາຫາ ສອງເຖົ້າເມື່ອຍຢືນແລ້ວ ກໍປົດເກີບອີ່ແຕະຄູ່ເກົ່າໆ ອອກມາຮອງນັ່ງ, ຈາກຊົ່ວໂມງນີ້ຕໍ່ໃສ່ຊົ່ວໂມງໜ້າ, ທາງທ້ອງຫອດຫິວພໍສົມຄວນ ແຕ່ຄັນຊິໄປຊອກຊື້ກິນເຂົ້າ ກໍຢ້ານອີ່ນ້ອຍຊິບໍ່ມາຫາແລ້ວບໍ່ເຫັນ ທັງສອງກໍເລີຍອົດທົນເອົາ ຖ້າໄດ້ພົບລູກແລ້ວກໍຈະພາກັນ ໄປກິນເຂົ້າຮ່ວມກັນຢ່າງຄົບໜ້າຄົບຕາເລີຍ.
ຜູ້ຄົນໃນງານເລິ່ມໜ້ອຍລົງເທື່ອລະໜ້ອຍ ສາມາດສົ່ງສາຍຕາໄປໄດ້ໄກ ແຕ່ສອງເຖົ້າກໍຍັງບໍ່ພົບເຫັນໜ້າຄົນຊື່ອີ່ນ້ອຍ ລູກສາວຂອງຕົນເລີຍ. ຄຳປານທີ່ນັ່ງອີງຢູ່ຕົ້ນໄມ້ເມື່ອ ໄດ້ຍິນຄະນະກຳມະການປະກາດຫາ ຄົນຊື່ນ້ອຍບາດໃດ ແຮ່ງເກີດຄວາມຄ້ອຍໃຈ ນ້ຳຕາແຮ່ງຍ້ອຍອອກມາ ແລະແລ້ວເຂົາກໍອົດບໍ່ໄດ້ທີ່ຈະ ລຸກຈາກນັ່ງອີງຕົ້ນໄມ້ ກ້າວຂາຢ່າງຍາວໆ ມຸ່ງໜ້າໄປສູ່ຕົ້ນປາມຂ້າງ ອາຄານສຳນັກງານອະທິການບໍດີ ທີ່ລຸງບຸນມາກັບປ້າດີກຳລັງນັ່ງຢູ່ ຄຳປານຍົກມືໄຫວ້ແລ້ວແນະນຳໂຕ ທັນທີທີ່ປ້າແດງເຫັນໜ້າກໍຮູ້ໂລດວ່າ ຄຳປານ ເປັນລູກຫຼານຄົນບ້ານດຽວກັນ ຈຶ່ງຟ້າວລຸກຂຶ້ນຈັບມືຄຳປານແລະຖາມຫາອີ່ນ້ອຍທັນທີ.
ນ້ອຍ ເປັນສາວບ້ານນາ ທີ່ໜ້າຕາສວຍງາມ ຜິວຂາວສົດໃສ ຫຸ່ນຮອຍໄດ້ວາດໄດ້ຊົງ ຍາມຍິ້ມແກ້ມບ່ອງທັງສອງເບື້ອງ ໃນຕາດຳມັນ ເບິ່ງແລ້ວບໍ່ເບື່ອ ຈົນບໍ່ເຊື່ອວ່ານາງຈະເປັນຄົນ ມັກຫຼິ້ນມັກກິນເອົາແທ້ເອົາວ່າ ຄຳປານໄດ້ພະຍາຍາມຊ່ວຍເຫຼືອ ໃນການຮ່ຳຮຽນມາແຕ່ຕອນຮຽນຢູ່ ປີໜຶ່ງ ຍ້ອນວ່າຕ່າງກໍມາແຕ່ບ້ານນອກ ຊ້ຳບໍ່ພໍຍັງຈົບມັດທະຍົມປາຍມາຈາກ ຫ້ອງຮຽນດຽວກັນ ຂອງໂຮງຮຽນ ມັດທະຍົມ ໃນເຂດພູດອຍແຫ່ງໜຶ່ງ. ເບິ່ງຈັ່ງໜຶ່ງນ້ອຍກໍເປັນຄົນຂີ້ອາຍ ບໍ່ກ້າທີ່ຈະເລົ່າເລື່ອງຖານະ ຄອບຄົວຂອງຕົນໃຫ້ໝູ່ຄູ່ຟັງ ແຕ່ເບິ່ງອີກຈັ່ງໜຶ່ງນ້ອຍພັດ ເປັນຄົນກ້າຫາ ກ້າທີ່ຈະອອກສັງຄົມ ກ້າທີ່ຈະໄປພົບໜ້າພໍ້ຕາ ກັບແຂກຄົນ ກ້າພົວພັນກັບຄົນມີເງິນ ມີຖານະດີ… ແລະແລ້ວກໍຫາຍໂຕໄປໂດຍບໍ່ໄດ້ ບອກຄຳປານໃຫ້ຮູ້ເລື່ອງເລີຍ.
ແຕງໂມຟ້າວໄປຫາຄອກລົດ ເພື່ອເອົາລົດຈັກຄູ່ຊີບຂອງຕົນ ແລ້ວເລັ່ງອອກຈາກຄອກຢ່າງໄວ ເພື່ອຈະເມືອໃຫ້ຮອດເຮືອນຕອນ 16 ໂມງ ແຕ່ຟ້າເອີຍ ລົດຕິດຕໍ່ກັນຫຼາຍຄັນ ແຕງໂມຄ່ອຍໆ ແຫຍ້ລົດຈັກໄປຕາມຫວ່າງ ແຕ່ກໍພໍຕູດໄປເທື່ອລະເລັກເທື່ອລະໜ້ອຍ ແຕງໂມຄິດວ່າຈະປະລົດແລ້ວຍ່າງ ອອກມາທາງໃຫຍ່ກໍລ້ຽວລົດໄປໄວ້ຢູ່ຄອກບໍ່ໄດ້ອີກແລ້ວ ສະພາບຕອນນີ້ຈະໄປໜ້າກໍບໍ່ໄດ້ ຈະລ້ຽງກັບກໍບໍ່ໄດ້ ສ່ວນຫົວໃຈຂອງແຕງໂມພໍຢາກແຕກ ອອກມາແລ້ວ ເຂົາຢາກມີພະລັງທີ່ສາມາດຂີ່ລົດຈັກ ຄູ່ຊີບຂອງເຂົາໂດດຂ້າມລົດໃຫຍ່ຫຼາຍໆ ຄັນນັ້ນໄປ ຢາກມີປີກບິນຂ້າມເສັ້ນທາງທີ່ອັ່ງອໍດ້ວຍ ຍານພາຫະນະ ແຕ່ເຂົາກໍໄດ້ແຕ່ຄິດ… ຕອນນີ້ເວລາ 15:45 ແລ້ວ ແຕ່ແຕງໂມຍັງບໍ່ອອກຫວິດວິທະຍາເຂດເລີຍ ບາງເທື່ອເຂົາກໍຢາກຮ້ອງອອກມາດັງໆ ຢາກປົດຄ່ອຍຄວາມເຄັ່ງຄຽດກັບການ ເດິນທາງກັບເຮືອນໃນມື້ນີ້…
ນາທີນີ້ ຕໍ່ໃສ່ນາທີໃໝ່ ຕໍ່ໄປເປັນຊົ່ວໂມງ ແລະຫຼາຍຊົ່ວໂມງ ແຕງໂມພາລົດຈັກຄູ່ຊີບ ກັບຮອດເຮືອນໃນຕອນເກືອບຄ່ຳ ພໍຮອດເຮືອນນາງບໍ່ເວົ້າຫຼາຍເລື່ອງ ປະລົດແລ້ວຈັບໃບປະກາດແລ່ນ ເຂົ້າໃນເຮືອນເອົາໄປມອບໃຫ້ແມ່ ທີ່ກຳລັງນັ່ງຢູ່ເທິງລໍ້(ສຳລັບຄົນພິການ) ພ້ອມກັບໝອບລົງກັບພື້ນເຮືອນ ຂາບຕິນແມ່ຢ່າງສຸພາບ ແລະໂອບກອດເອົາແມ່ ພ້ອມກັບບອກແມ່ວ່າ “ແມ່!, ລູກຮຽນຈົບແລ້ວ!” ແຕງໂມເວົ້າໄດ້ພຽງປະໂຫຍກດຽວ ກໍເວົ້າຫຍັງບໍ່ອອກ ຍ້ອນຄວາມຕື້ນຕັນໃຈ ຄ້າຍຄືມີຫຍັງມາອັດຮູຄໍເອົາໄວ້ ສອງແມ່ລູກໂອບກອດກັນດ້ວຍນ້ຳຕາ ມັນເປັນນ້ຳຕາແຫ່ງຄວາມຮັກ ຄວາມພາກພູມໃຈໃນຜົນສຳເລັດຄັ້ງນີ້ ມື້ນີ້ ເປັນມື້ທີ່ແມ່ແຕງໂມລໍຄອຍມາເປັນເວລາຫ້າປີ ແລະມື້ນີ້ກໍເປັນມື້ທີ່ແຕງໂມຢາກໃຫ້ຮອດໄວທີ່ສຸດ, ເວລາຫ້າປີທີ່ຜ່ານມາມັນເໝືອນກັບ ຫ້າສິບປີຈັ່ງຊັ້ນລະ, ແຕງໂມຢາກເລັ່ງ ຢາກຟ້າວ ຢາກໄດ້ໃບປະລິນຍາມາໃຫ້ແມ່ໄດ້ຈັບ. ແຕງໂມເລົ່າວ່າ ແມ່ເປັນອຳມະພາດ ຊ່ວຍເຫຼືອໂຕເອງບໍ່ໄດ້ຫຼາຍປີແລ້ວ ແຕ່ແມ່ກໍຍັງຢູ່ເປັນກຳລັງໃຈໃຫ້ແຕງໂມ ຈົນມື້ທີ່ແຕງໂມປະສົບຜົນສຳເລັດ, ແຕງໂມສັນຍາວ່າຈະຫາວຽກເຮັດ ແລະລ້ຽງດູແມ່ໃຫ້ດີຕະຫຼອດໄປ…
ເລື່ອງລາວຂອງແຕງໂມ ຖືກເຜີຍແຜ່ອອກສູ່ເຄືອຂ່າຍສື່ສານ ເຮັດໃຫ້ຜູ້ພົບເຫັນຕ່າງກໍຍ້ອງຍໍ ຊົມເຊີຍ ແລະສົ່ງຕໍ່ຈົນກາຍເປັນຂ່າວດັງໄປຊົ່ວຂ້າມຄືນ ດັງໄປຮອດຕ່າງປະເທດ ຈົນລາຍການດັງໆ ຂອງຕ່າງປະເທດອົດບໍ່ໄດ້ ທີ່ຈະເອົາເລື່ອງລາວດີໆ ຂອງແຕງໂມໄປເລົ່າໃນລາຍການ… ເພາະນັ້ນຄືການສະແດງອອກຂອງລູກກະຕັນຍູ…
ແອັດມິນຊຽງ