spot_img
Homeຊີວິດແລະຄວາມຮັກບັນທຶກຂອງພໍ່

ບັນທຶກຂອງພໍ່

Published on

images

ຄຳຕາເປີດກ້ອງເສື່ອໃນຫ້ອງນອນ ທີ່່ພໍ່ເຂົາອາໄສຢູ່ໃນວາລະສຸດທ້າຍຂອງຊີວິດ ພົບວ່າມີຈົດໝາຍສະບັນໜຶ່ງ ທີ່ຂຽນໄວ້ຢ່າງບັນຈົງ ກະທັດຮັດ ແລະເຂົ້າໃຈງ່າຍວ່າ “ສິ່ງທີ່ພໍ່ບັນທຶກໄວ້ນີ້ ເປັນປະສົບການອັນເຈັບປວດ ທີ່ພໍ່ໄດ້ຮຽນຮູ້ມາ ມັນຈະເຮັດໃຫ້ລູກ ບໍ່ຕ້ອງເສຍເວລາໄປຮຽນຮູ້ມັນອີກ ໃນຊີວິດຂອງລູກ ຂໍໃຫ້ຈື່ສິ່ງຕ່າງໆ ເຫຼົ່ານີ້ໄວ້ໃຫ້ດີ:

1. ຄົນທີ່ບໍ່ດີຕໍ່ເຮົາ ບໍ່ຕ້ອງໄປໃສ່ໃຈມັນຫຼາຍ ໃນຊີວິດຄົນເຮົາບໍ່ມີໃຜມີໜ້າທີ່ ທີ່ຈະຕ້ອງມາດີຕໍ່ເຮົາ ຍົກເວັ້ນພໍ່ກັບແມ່ຂອງລູກ ສຳລັບຄົນທີ່ດີກັບລູກ ນອກຈາກລູກຕ້ອງຫວງແຫນ ແລະຂອບໃຈເຂົາແລ້ວ ຍັງຕ້ອງຄອຍລະວັງໂຕໄວ້ແດ່ ເພາະຄົນເຮົາທຸກຄົນເຮັດຫຍັງ ຍ່ອມມີຈຸດປະສົງ ເຂົາເຮັດດີນຳລູກບໍ່ໝາຍຄວາມວ່າ ເຂົາເຮັດເພາະເຂົາມັກລູກສະເໝີໄປ ລູກຕ້ອງນຶກເຖິງຈຸດນີ້ໃຫ້ດີ ຢ່າຟ້າວຮັບເຂົາເປັນໝູ່ໄວເກີນໄປ.

2. ບໍ່ມີຄົນທີ່ທົດແທນກັນບໍ່ໄດ້ ແລະບໍ່ມີສິ່ງໃດທີ່ຕ້ອງມີໃຫ້ໄດ້ ຖ້າເຂົ້າໃຈຈຸດນີ້ ຖ້າມື້ໃດຄົນຂ້າງກາຍຂອງລູກ ບໍ່ຕ້ອງການລູກອີກຕໍ່ໄປ ຫຼືມື້ໃດທີ່ລູກຕ້ອງເສຍສິ່ງທີ່ຮັກທີ່ສຸດໄປ ລູກຈະໄດ້ເຂົ້າໃຈວ່າ ນີ້ບໍ່ແມ່ນເລື່ອງຄໍຂາດບາດຕາຍ ອິຫຍັງເລີຍ.

3. ຊີວິດນີ້ແສນສັ້ນ ຖ້າລູກຍັງໃຊ້ຊີວິດຢ່າງບໍ່ເຫັນຄຸນຄ່າ ມື້ອື່ນນີ້ລູກຈະພົບວ່າຊີວິດຈະຫຼຸດ ລອຍໄປໄກຫຼາຍຂຶ້ນ ດັ່ງນັ້ນ, ຍິ່ງຮູ້ຈັກຖະໜອມຊີວິດໄວເທົ່າໃດ ເວລາທີ່ລູກຈະໄດ້ຮັບຄວາມສຸກ ຈາກຊີວິດ ກໍຈະມີຫຼາຍຂຶ້ນເທົ່ານັ້ນ ຫາຄວາມສຸກສາຕັ້ງແຕ່ມື້ນີ້ ດີກວ່ານັ່ງຫວັງໃຫ້ມີອາຍຸຍືນຍາວ.

4. ໃນໂລກນີ້ບໍ່ມີເລື່ອງຮັກນິລັນດອນ ຄວາມຮັກເປັນພຽງຄວາມຮູ້ສຶກຊົ່ວວູບ ໂດຍຄວາມຮູ້ສຶກນີ້ຍ່ອມປ່ຽນໄປ ຕາມການເວລາແລະອາລົມ ຖ້າຫາກສິ່ງທີ່ລູກຮັກຫຼາຍທີ່ສຸດຈາກລູກໄປ ຂໍໃຫ້ຄອຍຖ້າຢ່າງອົດທົນ ໃຫ້ເວລາຊ່ວຍຊະລ້າງ ໃຫ້ຈິດໃຈຄ່ອຍໆ ສະຫງົບລົງ ແລ້ວຄວາມທຸກຂອງລູກ ຈະຄ່ອຍໆ ຈາງຫາຍໄປ… ຢ່າວາດຫວັງຄວາມຮັກໃຫ້ສວຍງາມເກີນໄປ ແລະຢ່າຊ້ຳເຕີມການອົກຫັກໃຫ້ທຸກເກີນເຫດ.

5. ເຖິງແມ່ນວ່າຄົນຫຼາຍຄົນ ທີ່ປະສົບຄວາມສຳເລັດ ໃນໂລກນີ້ບໍ່ໄດ້ຮຽນມາສູງ ແຕ່ບໍ່ໄດ້ໝາຍຄວາມວ່າ ການຄ້ານຮຽນແລ້ວຈະໄດ້ດີ ຄວາມຮູ້ຄືອາວຸດ ຄົນເຮົາອາດຈະສູ້ແລ້ວລວຍ ແຕ່ບໍ່ມີທາງລວຍໄດ້ ຖ້າປາສະຈາກອາວຸດສູ້ ອາວຸດນີ້ກໍຄືຄວາມຮູ້.

6. ພໍ່ຈະບໍ່ລ້ຽງລູກໃນເຄິ່ງຫຼັງຂອງຊີວິດລູກ ເມື່ອລູກໃຫຍ່ພໍຈົນເປັນອິດສະຫຼະແລ້ວ ພໍ່ກໍໝົດໜ້າທີ່ແລ້ວ ຫຼັງຈາກນັ້ນໄປ ລູກຈະນັ່ງລົດເມ ຂີ່ລົດຖີບ ຫຼືຂີ່ລົດເບັ້ນ ຈະກິນຫູສະຫຼາມຫຼືຈະກິນຕົ້ມໝີ່ ລູກຕ້ອງເລືອກເອົາເອງ.

7. ຕ້ອງເຮັດດີຕໍ່ຜູ້ອື່ນ ແຕ່ຢ່າຫວັງວ່າຜູ້ອື່ນຕ້ອງເຮັດດີຕໍ່ເຮົາ ເຮົາປະຕິບັດຕໍ່ຜູ້ອື່່ນແນວໃດ ບໍ່ໄດ້ໝາຍຄວາມວ່າຜູ້ອື່ນກໍຈະ ປະຕິບັດຕອບເຮົາໃນແບບດຽວກັນ ລູກຕ້ອງເຂົ້າໃຈໃນຂໍ້ນີ້ຈະໄດ້ບໍ່ ຫາທຸກໃສ່ໂຕເອງ ໂດຍບໍ່ຈຳເປັນ.

8. ພໍ່ເລກມາຕະຫຼອດຊີວິດ ຍັງທຸກຍາກຄືເກົ່າ ແມ່ນແຕ່ລາງວັນເລກ 3 ໂຕ ຍັງບໍ່ເຄີຍຖືກເລີຍ ນີ້ເປັນບົດພິສູດວ່າ ຄົນເຮົາຈະເລີນກ້າວໜ້າໄດ້ ຕ້ອງດຸໝັ່ນຂະຫຍັນພຽນຢ່າງດຽວເທົ່ານັ້ນ ໃນໂລກນີ້ບໍ່ມີຄາບເຂົ້າໃດທີ່ໄດ້ມາໂດຍ ບໍ່ເສຍຫຍັງໄປ (No free lunch).

9. ຍາດ ມິດ ຫຼືສ່ຽວເຫີຍ ລ້ວນແຕ່ເປັນກັນຊາດນີ້ຊາດດຽວ ສະນັ້ນ ຈົ່ງຫວງແຫນ ໂອກາດທີ່ໄດ້ຢູ່ດ້ວຍກັນ ແລະແສນມີຄ່ານີ້ ເພາະໃນຊາດໜ້າ ບໍ່ວ່າລູກຈະຮັກໃຜຫຼືຊັງໃຜ ລູກກໍຈະບໍ່ມີໂອກາດໄດ້ພົບກັນອີກ.

ຄຳຕາສຸດເສຍດາຍທີ່ບໍ່ມີຂໍ້ທີ 10 ໃຫ້ອ່ານ ແລະແລ້ວຄຳຕາກໍເອົາບັນທຶກນີ້ໃສ່ຂອບແວ່ນ ຕິດໄວ້ຂ້າງຝາເອົາໄວ້ໃຫ້ລູກໆ ຫຼານໆ ໄດ້ອ່ານແລະຄິດ.

ຫາກເຫັນວ່າບົດຄວາມນີ້ມີປະໂຫຍດ ຢ່າລືມສົ່ງຕໍ່ແດ່ເດີ ເປັນການສ້າງບຸນແບບງ່າຍໆ

 

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...