spot_img
Homeຂ່າວທ້ອງຖິ່ນລາວ-ຣັດເຊຍຮ່ວມມື ກວດກາການເກັບກູ້ລະເບີດບໍ່ທັນແຕກ

ລາວ-ຣັດເຊຍຮ່ວມມື ກວດກາການເກັບກູ້ລະເບີດບໍ່ທັນແຕກ

Published on

ວັນທີ 18 ມັງກອນ 2024 ຜ່ານມາ, ທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ກະຊວງປ້ອງກັນປະເທດ ຕາງໜ້າຄະນະພັກ-ຄະນະນໍາກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ ເຄື່ອນໄຫວຢ້ຽມຢາມ ພາກສະໝາມເກັບກູ້ລະເບີດບ້ານໂພນທ່ຽງ ເມືອງກາສີ ເເຂວງວຽງຈັນ ໃນໂອກາດສະເຫລີມສະຫລອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ(20 ມັງກອນ 1949-20 ມັງກອນ 2024) ໂດຍມີນາຍ ແລະ ພົນທະຫານ ຝ່າຍ ສປປ ລາວ ແລະ ຣັດເຊຍ, ພ້ອມດ້ວຍປະຊາຊົນພາຍໃນບ້ານເຂົ້າຮ່ວມ ເຊິ່ງໄລຍະຜ່ານມາ, ກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດ ຮ່ວມກັບ ໜ່ວຍງານ ເກັບກູ້ລະເບີດ ສູນກູ້ມິນສາກົນ ກໍາລັງປະກອບອາວຸດ ເເຫ່ງສະຫະພັນຣັດເຊຍ ເອົາໃຈໃສ່ຢ່າງເເຂງເເຮງໃນການກກວດກູ້ລະເບີດບໍ່ທັນເເຕກທີ່ຕົກຄ້າງຢູ່ລາວ ໂດຍສະເພາະຢູ່ 5 ບ້ານຄື: ບ້ານວຽງເເກ້ວ, ໂພນທ່ຽງ, ໂພນສີດາ, ວຽງສະໄໝ ເເລະ ບ້ານນາມົນ ເມືອງກາສີ ເເຂວງວຽງຈັນ ເພື່ອຮັບປະກັນໃຫ້ປະຊາຊົນມີການດໍາລົງຊີວິດທີ່ປອດໄພ ເເລະ ສາມາດຂະຫຍາຍເນື້ອທີ່ການຜະລິດໃຫ້ປະຊາຊົນ.

ທ່ານ ພັນໂທ ມາກຊິມ ເຕີຄາເຊັນ ຫົວໜ້າໜ່ວຍງານເກັບກູ້ລະເບີດ ສູນກູ້ມິນສາກົນ ກຳລັງປະກອບອາວຸດແຫ່ງສະຫະພັນຣັດເຊຍ ໄດ້ລາຍງານວ່າ: ປັດຈຸບັນ, ໜ່ວຍງານເກັບກູ້ລະເບີດຂອງສູນກູ້ມິນສາກົນ ກໍາລັງປະກອບອາວຸດ ແຫ່ງ ສະຫະພັນ ຣັດເຊຍ ກໍາລັງປະຕິບັດໜ້າທີ່ຢູ່ພື້ນທີ່ ໝາຍເລກ 1, ມີເນື້ອທີ່ລວມທັງໝົດ 9,4 ເຮັກຕາ ແລະ ພື້ນທີ່ໝາຍເລກ 2 ມີເນື້ອທີ່ລວມທັງໝົດ 1,9 ເຮັກຕາ ໂດຍໜ່ວຍງານເກັບກູ້ລະເບີດ ໄດ້ແບ່ງດິນທີ່ຈະກວດກູ້ອອກເປັນລັອກ 25×25 ແມັດ ໂດຍນໍາໃຊ້ອຸປະກອນກວດກູ້ລະເບີດຄື: ອຸປະກອນກວດຫາບົມ (ກວດເລິກ) ອີແອັມແປ-ແປ2, ອຸປະກອນກວດຫາລະເບີດ (ກວດຕື້ນ) ອີແອັມແປ-3, ອຸປະກອນກວດຫາລະເບີດໜ້າດິນ ແປແປໂອ-2ອີ. ໃນນັ້ນ, ພື້ນທີ່ສໍາລັບການຜະລິດກະສິກຳ ໄດ້ກວດຫາວັດຖຸລະເບີດເລິກ 25 ຊັງຕີແມັດ ແລະ ພື້ນທີ່ສໍາລັບການຂະຫຍາຍຜັງເມືອງແມ່ນໄດ້ກວດຫາວັດຖຸລະເບີດເລິກ 2,5 ແມັດ. ການເຮັດວຽກໃນຄັ້ງນີ້, ແມ່ນເຮັດຮ່ວມກັບກອງເກັບກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບປະຊາຊົນລາວ, ມາຮອດວັນທີ 18 ມັງກອນ 2024 ສາມາດເກັບກູ້ພື້ນທີ່ສໍາເລັດ 10,1 ເຮັກຕາ, ກວດພົບລະເບີດ 656 ໜ່ວຍ, ພື້ນທີ່ໝາຍເລກ 1 ກວດກູ້ສໍາເລັດ 9,1 ເຮັກຕາ. ໃນນັ້ນໜ່ວຍງານເກັບກູ້ລະເບີດຣັດເຊຍ ກວດກູ້ສໍາເລັດ 6 ເຮັກຕາ ແລະ ກອງເກັບກູ້ລະເບີດເພື່ອມະນຸດສະທໍາ 58 ກອງທັບປະຊາຊົນຊາວ ກວດກູ້ສໍາເລັດ 3,1 ເຮັກຕາ; ພື້ນທີ່ໝາຍເລກ 2 ກວດກູ້ສໍາເລັດແລ້ວ 1 ເຮັກຕາ ພົບວັດຖຸລະເບີດ 3 ໜ່ວຍ.

ທ່ານ ພົນຈັດຕະວາ ໄພວັນ ຈັນທະພົມມາ ໄດ້ກ່າວວ່າ: ວ່າການປະຕິບັດໜ້າທີ່ຂອງ ໜ່ວຍງານເກັບກູ້ລະເບີດເພື່ອມະນຸດສະທໍາ 58 ກະຊວງປ້ອງກັນປະເທດ ແລະ ໜ່ວຍງານເກັບກູ້ລະເບີດຂອງສູນກູ້ມິນສາກົນ ກໍາລັງປະກອບອາວຸດ ແຫ່ງ ສະຫະພັນ ຣັດເຊຍ ແມ່ນມີຜົນສຳເລັດໃນການເກັບກູ້ເປັນລຳດັບ ເຊິ່ງຜົນສຳເລັດດັ່ງກ່າວ ສະແດງໃຫ້ເຫັນຄວາມຕັ້ງໃຈ, ຄວາມເອົາໃຈໃສ່ຂອງທີມງານທັງສອງຝ່າຍ ທີ່ສາມາດເກັບກູ້ໄດ້ສໍາເລັດຕາມຄາດໝາຍທີ່ວາງໄວ້. ປັດຈຸບັນ, ເນື້ອທີ່ທີ່ຍັງເຫລືອ ແມ່ນຈະປະຕິບັດໃຫ້ສໍາເລັດໃນໄວໆນີ້ ເພື່ອສາມາດປິດສະໜາມ ແລະ ມອບດິນຄືນໃຫ້ປະຊາຊົນ ໄດ້ທໍາການຜະລິດດ້ວຍຄວາມປອດໄພ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເປັນກ້າວໆ.

ທີ່ມາ: ປະເທດລາວ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...