spot_img
Homeຂ່າວພາຍ​ໃນກອງປະຊຸມທ່ອງທ່ຽວອາຊຽນ 2024 ຫຼື ASEAN Tourism Forum ​(ATF) 2024

ກອງປະຊຸມທ່ອງທ່ຽວອາຊຽນ 2024 ຫຼື ASEAN Tourism Forum ​(ATF) 2024

Published on

ກອງປະຊຸມທ່ອງທ່ຽວອາຊຽນ 2024 ຫຼື ASEAN Tourism Forum ​(ATF) 2024 ຈະໄດ້ຈັດຂຶ້ນລະຫວ່າງວັນທີ 22-27 ມັງກອນ 2024 ຢູ່ທີ່ນະຄອນຫຼວງວຽງຈັນ ຕາມຂໍ້ມູນຈາກກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ເຫັນວ່າ ປັດຈຸບັນມີຜູ້ແທນລົງທະບຽນເຂົ້າຮ່ວມ 105 ຄົນ ຈາກ 8 ປະເທດອາຊຽນ.

ສຳລັບຜູ້ແທນລົງທະບຽນເຂົ້າຮ່ວມມາຈາກ ບຣູໄນ 2 ທ່ານ ມາເລເຊຍ 30 ທ່ານ ມຽນມາ 1 ທ່ານ ສິງກາໂປ 1 ທ່ານ ໄທ 5 ທ່ານ ຫວຽດນາມ 11 ທ່ານ ແລະ ລາວເຈົ້າພາບ 24 ທ່ານ ສ່ວນຕົວແທນທ່ອງທ່ຽວທີ່ເຂົ້າຮ່ວມວາງສະແດງປະກອບມີປະມານ 90 ຮ້ານ ແລະ ປະມານ 22 ຮ້ານ ຈະເປັນຜະລິດຕະພັນທ່ອງທ່ຽວຂອງ ສປປ ລາວ.

ພ້ອມນັ້ນ, ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຄາດວ່າຈະມີຜູ້ເຂົ້າ ຮ່ວມໃນງານປະກາດລາງວັນມາດຕະຖານທ່ອງທ່ຽວອາຊຽນ ເຊິ່ງລາງວັນປີນີ້ລວມມີ ລາງວັນມາດຕະຖານໂຮງແຮມສີຂຽວ 50 ລາງວັນ ລາງວັນເມືອງທ່ອງທ່ຽວສີຂຽນອາຊຽນ 30 ລາງວັນ ລາງວັນມາດຕະຖານສະຖານທີ່ຈັດງານອາຊຽນ 150 ລາງວັນ ແລະ ລາງວັນມາດຕະ ຖານທ່ອງທ່ຽວຍືນຍົງອາຊຽນ 20 ລາງວັນ, ສຳລັບກອງປະຊຸມໃນປີນີ້ແມ່ນດຳເນີນໃນຄຳຂວັນ Quality and Responsible Tourism-Sustaining ASEAN Future.

ທີ່ມາ: Vientiane Ma

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...