Homeຂ່າວທ້ອງຖິ່ນພິທີເປີດນໍາໃຊ້ຮູບຈໍາລອງແຄນລາວຢູ່ເມືອງໃໝ່ແຂວງຜົ້ງສາລີ

ພິທີເປີດນໍາໃຊ້ຮູບຈໍາລອງແຄນລາວຢູ່ເມືອງໃໝ່ແຂວງຜົ້ງສາລີ

Published on

ໃນຕອນເຊົ້າວັນທີ 19 ທັນວາ 2023 ໄດ້ມີພິທີເປີດນໍາໃຊ້ຮູບຈໍາລອງແຄນລາວຢ່າງເປັນທາງການ ທີ່ເທດສະບານເມືອງໃໝ່ ແຂວງຜົ້ງສາລີ.

[metaslider id=”150313″]

ໃນໂອກາດນີ້, ທ່ານ ສອນສະໜຸກ ສີສຸລາດ ເຈົ້າເມືອງໆໃໝ່ ໄດ້ລາຍງານໃຫ້ຮູ້ວ່າ: ແຄນ ແມ່ນເຄື່ອງດົນຕີປະເພດເປົ່າຊະນິດໜຶ່ງ ຂອງຄົນລາວ, ມີປະຫວັດຄວາມເປັນມາ ຄຽງຄູ່ຊາດລາວເຮົາ ເປັນເວລາຫຼາຍພັນປີ. ສຽງແຄນລາວ ເປັນມໍລະດົກທາງວັດທະນາທຳຂອງຄົນລາວ ເຊິ່ງໄດ້ຖືກຮັບຮອງເປັນມໍລະດົກໂລກ ຈາກອົງການສຶກສາວິທະຍາສາດ ແລະ ວັດທະນາທຳ ແຫ່ງສະຫະປະຊາຊາດ ໃນວັນທີ 7 ທັນວາ 2017 ທີ່ເກາະເຊຈຸ, ສ.ເກົາຫຼີ.

ສຳລັບການສ້າງແຄນລາວຢູ່ເມືອງໃໝ່ ແມ່ນໄດ້ຮັບການເຫັນດີຈາກ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຜົ້ງສາລີ ໄດ້ເລີ່ມກໍ່ສ້າງໃນວັນທີ 28 ກັນຍາ ແລະ ສຳເລັດ ໃນວັນທີ 19 ຕຸລາ 2023 ມີມູນຄ່າໃນການກໍ່ສ້າງ 21 ລ້ານກ່ວາກີບ ເຊິ່ງແມ່ນການລະດົມທຶນຂອງທ່ານລັດຖະມົນຕີ, ຫົວໜ້າ ຫສນຍ ແລະ ໄດ້ຮັບການສະໜັບສະໜູນທຶນ ຈາກບໍລິສັດ ຊີໂນ ອາກຣີ ຈຳກັດ.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...