spot_img
Home​ຂ່າວທ່ອງທ່ຽວແຂວງເຊກອງ ກຳນົດມີ 6 ກິດຈະກຳເພື່ອກະກຽມເປີດປີທ່ອງທ່ຽວລາວ 2024

ແຂວງເຊກອງ ກຳນົດມີ 6 ກິດຈະກຳເພື່ອກະກຽມເປີດປີທ່ອງທ່ຽວລາວ 2024

Published on

ແຂວງເຊກອງ ໄດ້ກະກຽມຄວາມພ້ອມເປີດປີທ່ອງທ່ຽວລາວ 2024 ໂດຍກຳນົດມີ 6 ກິດຈະກຳຄື: ບຸນຊ່ວງເຮືອເມືອງລະມາມ ປະຈໍາປີ 2023; ບຸນປະເພນີ 10 ເຜົ່າ ເສົາຫຼັກເມືອງ; ບຸນສະຫຼອງຜົນສໍາເລັດຂອງເຜົ່າກະຕູ ບ້ານກັນດອນໃໝ່ ເມືອງທ່າແຕງ; ບຸນຊ່ວງເຮືອ-ແພເມືອງດາກຈຶງ; ບຸນພາເຂົ້າໂດຍສານບ້ານຈະແຣະ ເມືອງກະລຶມ ແລະ ງານສະເຫລີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ ຊຶ່ງຄາດວ່າ ຈະມີນັກທ່ອງທ່ຽວເຂົ້າມາທ່ຽວໃນປີ 2024 ຈໍານວນ 50 ພັນຄົນ.

ທ່ານ ບຸນທົງ ຖິ່ນດອນໂຂງ ຮັກສາການຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງເຊກອງ, ຮອງປະທານ ຜູ້ປະຈໍາຄະນະຊີ້ນໍາເປີດປີທ່ອງທ່ຽວລາວ 2024 ຂັ້ນແຂວງ ໃຫ້ຮູ້ວ່າ: ພິທີເປີດປີທ່ອງທ່ຽວລາວ 2024 ທີ່ແຂວງເຊກອງ ແມ່ນຈະຈັດຂຶ້ນໃນທ້າຍເດືອນມັງກອນ 2024 ຕິດພັນກັບການຈັດງານບຸນປະເພນີ 10 ເຜົ່າ ເສົາຫຼັກເມືອງ ຊຶ່ງທາງແຂວງໄດ້ມີການກະກຽມຄວາມພ້ອມດ້ານຕ່າງໆ ໂດຍໄດ້ແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາ ແລະ ອະນຸກໍາມະການຕ່າງໆຂັ້ນແຂວງ; ເຄື່ອນໄຫວຕິດຕາມ ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດກິດຈະກໍາຕ່າງໆ ເປັນຕົ້ນ, ກິດຈະກໍາປະກວດສິລະປະ-ວັນນະຄະດີ; ເຄື່ອນໄຫວເກັບກໍາ-ຂໍ້ມູນຂຶ້ນບັນຊີແຫຼ່ງທ່ອງທ່ຽວ; ຊຸກຍູ້ການໂຄສະນາທ່າແຮງດ້ານການທ່ອງທ່ຽວ; ຜະລິດປະຕິທິນງານບຸນປະເພນີບັນດາເຜົ່າ; ປັບປຸງຍົກລະດັບທາງດ້ານການບໍລິການ ດ້ວຍຮູບການຈັດຝຶກອົບຮົມໃຫ້ແກ່ຫົວໜ່ວຍທຸລະກິດ, ຜູ້ປະກອບການສະຖານທີ່ພັກແຮມ, ຮ້ານອາຫານ, ຮ້ານກິນດື່ມ-ບັນເທີງ ແລະ ຮ້ານຄາຣາໂອເກະ.

ທ່ານ ບຸນທົງ ຖິ່ນດອນໂຂງ ໃຫ້ຮູ້ອີກວ່າ: ແຂວງເຊກອງມີແຫຼ່ງທ່ອງທ່ຽວທັງໝົດ 42 ແຫ່ງ. ໃນນີ້, ແຫຼ່ງທ່ອງທ່ຽວທໍາມະຊາດ 22 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 7 ແຫ່ງ, ແຫຼ່ງທ່ອງທ່ຽວປະຫວັດສາດ 9 ແຫ່ງ ແລະ ແຫຼ່ງທ່ອງທ່ຽວກະສິກໍາ 4 ແຫ່ງ; ນອກນີ້, ຍັງມີໂຮງແຮມ 8 ແຫ່ງ, ເຮືອນພັກ 33 ແຫ່ງ, ຮ້ານອາຫານ 19 ແຫ່ງ ແລະ ຮ້ານບັນເທີງ 2 ແຫ່ງ; ຊຶ່ງນັບແຕ່ເດືອນມັງກອນ ຫາ ເດືອນພະຈິກ 2023 ມີນັກທ່ອງທ່ຽວເຂົ້າມາທ່ຽວແຂວງທັງໝົດ 48.379 ຄົນ. ໃນນີ້, ນັກທ່ອງທ່ຽວພາຍໃນ 29.534 ຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 18.845 ຄົນ, ສາມາດສ້າງລາຍຮັບໄດ້ເກືອບ 3 ລ້ານໂດລາສະຫະລັດ.

ແຫຼ່ງຂ່າວ ຂ່າວເຊກອງ

ບົດຄວາມຫຼ້າສຸດ

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025

ກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຂອງສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄັ້ງທີ III ປະຈຳປີ 2025 ໃນອາທິດຜ່ານມາ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດກອງປະຊຸມຄະນະກຳມະການນະໂຍບາຍເງິນຕາ ຄັ້ງທີ...