Homeຂ່າວພາຍ​ໃນປກສ ນະຄອນ ໄກສອນ ພົມວິຫານ ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

ປກສ ນະຄອນ ໄກສອນ ພົມວິຫານ ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ

Published on

ໃນໄລຍະປີ 2021-2023, ກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໄດ້ສຸມໃສ່ໃນການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ດ້ວຍຄວາມຮັບຜິດຊອບສູງ ສາມາດຍາດໄດ້ຜົນງານ ແລະ ຜົນສໍາເລັດຫຼາຍດ້ານ.

ພັທ ຄໍາສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນໄກສອນ ພົມວິຫານ ໄດ້ໃຫ້ສໍາພາດຕໍ່ນັກຂ່າວກົມສື່ມວນຊົນ ປກສ ໃນວັນທີ 12 ທັນ ວາ ນີ້ວ່າ: ກອງບັນຊາການ ປກສ ນະຄອນໄກສອນພົມວິຫານ ໄດ້ເປັນເຈົ້າ ການປະຕິບັດຕາມ 3 ຫຼັກການ ແລະ 6 ວຽກຈຸດສຸມ ທີ່ກໍານົດໄວ້ໃນວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໂດຍໄດ້ຜັນຂະຫຍາຍເປັນແຜນງານອັນລະອຽດ, ຮັດກຸ່ມ ແລະ ຮອບດ້ານ ເຮັດໃຫ້ການຈັດຕັ້ງປະຕິບັດວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ນັບແຕ່ປີ 2021-2023 ມີຜົນສໍາເລັດໂດຍພື້ນຖານ ໃນນີ້, ໄດ້ສໍາເລັດໃນການໂຄສະນາ, ສຶກສາອົບຮົມ ແລະ ເຜີຍແຜ່ບັນດາເອກະສານ ທີ່ກ່ຽວຂ້ອງກັບວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຄະນະພັກຂັ້ນນະຄອນ, ກຸ່ມບ້ານ 13 ກຸ່ມ, ມີ 67 ບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 5.887 ຄົນ ຍິງ 2.819 ຄົນ, ໄດ້ລົງໂຄສະນາເຜີຍແຜ່ຜົນຮ້າຍໄພອັນຕະລາຍຂອງຢາເສບຕິດຢູ່ບັນດາໂຮງຮຽນ, ສະຖາບັນການສຶກສາ ໄດ້ 10 ຄັ້ງ ມີຜູ້ເຂົ້າຮ່ວມທັງໝົດ 1.625 ຄົນ, ຍິງ 1.295 ຄົນ, ໄດ້ລົງຊຸກຍູ້ວຽກງານກໍ່ສ້າງຮາກຖານການເມືອງ ເພື່ອສ້າງບ້ານປອດຢາເສບຕິດ ແລະ ບ້ານປ້ອງກັນຄວາມສະຫງົບດີ ໃຫ້ມີຄຸນ ນະພາບ; ວຽກງານການແກ້ໄຂຄະດີ ສາມາດແກ້ໄຂຄະດີຢາເສບຕິດໄດ້ທັງ ໝົດ 236 ເລື່ອງ, ກັກຕົວຜູ້ຖືກຫາ 628 ຄົນ ຍິງ 145 ຄົນ, ຢຶດຂອງກາງຢາບ້າ 1.113.097 ເມັດ, ຢາໄອ໌ 6 ຖົງໃຫຍ່ ກັບ 23 ຖົງນ້ອຍ, ຢາອີ 381 ເມັດ, ຢາເຄ 1 ຖົງໃຫຍ່ ກັບ 12 ຖົງນ້ອຍ, ນໍ້າໃບກະທ້ອມ 2.099 ລິດ ນອກນີ້ຍັງມີເຄື່ອງຂອງກາງ ແລະ ພາຫະນະ ທີ່ພົວພັນກັບຄະດີຢາເສບຕິດອີກຈໍານວນຫຼາຍລາຍການ.

ພັທ ຄໍາສີ ທູນທະວົງສັກ ຫົວໜ້າກອງບັນຊາການ ປກສ ນະຄອນ ໄກສອນ ພົມວິຫານ ຍັງໄດ້ໃຫ້ຮູ້ຕື່ມອີກວ່າ: ສໍາລັບທິດທາງແຜນການໃນຕໍ່ໜ້າຈະໄດ້ເອົາໃຈໃສ່ໃນການເຮັດວຽກງານໂຄສະນາສຶກສາອົບຮົມ ແລະ ປຸກລະດົມ ປູກຈິດສໍານຶກ ໃຫ້ທຸກພາກສ່ວນໃນສັງຄົມ ເຫັນໄດ້ເຖີງຄວາມໝາຍຄວາມສໍາຄັນຂອງການຈັດຕັ້ງປະຕິບັດວາລະແຫ່ງຊາດ ວາດ້ວຍການແກ້ໄຂບັນ ຫາຢາເສບຕິດ ໂດຍສະເພາະແມ່ນແຜນການສືບຕໍ່ວາລະແຫ່ງຊາດຂອງລັດຖະບານຈົນໄປເຖີງປີ 2025, ສຸມໃສ່ແກ້ໄຂບັນດາເປົ້າໝາຍທີ່ພົວພັນກັບຢາເສບຕິດໃຫ້ນັບມື້ຫຼຸດໜ້ອຍຖ້ອຍລົງ ໄປພ້ອມໆກັບການສ້າງຄອບ ຄົວ, ບ້ານ, ໂຮງຮຽນ, ສະຖາບັນການສຶກສາ ແລະ ບັນດາຂະແໜງການຕ່າງໆ ພາຍໃນນະຄອນ ໄກສອນ ພົມວິຫານ ໃຫ້ປອດຈາກຢາເສບຕິດ.

ທີ່ມາ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...