Homeຂ່າວພາຍ​ໃນທາງລົດໄຟ ຈີນ-ລາວ ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ

ທາງລົດໄຟ ຈີນ-ລາວ ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ

Published on

ວິທະຍຸສາກົນ ແຫ່ງປະເທດຈີນ (CRI) ໄດ້ລາຍງານວ່າ: ນັບມາຮອດວັນທີ 2 ທັນວາ 2023, ທາງລົດໄຟ ຈີນ-ລາວ ເປີດນຳໃຊ້ຄົບຮອບ 2 ປີ. ໃນສອງປີຜ່ານມາ, ທາງລົດໄຟ ຈີນ-ລາວ ຂົນສົ່ງຜູ້ໂດຍສານໄດ້ 24,2 ລ້ານເທື່ອຄົນ ແລະໄດ້ຂົນສົ່ງສິນຄ້າ 29,1 ລ້ານໂຕນ, ໄດ້ເສີມຂະຫຍາຍບົດບາດທີ່ເປັນຊ່ອງທາງຄຳດ້ານການຂົນສົ່ງນັບມື້ນັບພົ້ນເດັ່ນຂຶ້ນ, ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດສັງຄົມຂອງພາກພື້ນ.

ໃນດ້ານການຂົນສົ່ງຜູ້ໂດຍສານ, ຈຳນວນຂົນສົ່ງຜູ້ໂດຍສານຂອງທາງລົດໄຟ ຈີນ-ລາວ ຈາກ 6 ແສນກວ່າເທື່ອຄົນຕໍ່ເດືອນ ໃນໄລຍະຫາກໍເປີດນຳໃຊ້ໄດ້ເພີ່ມຂຶ້ນເປັນ 1,1 ລ້ານກວ່າເທື່ອຄົນຕໍ່ເດືອນໃນປັດຈຸບັນ, ລວມທັງໝົດໄດ້ຂົນສົ່ງຜູ້ໂດຍສານ 24,2 ລ້ານເທື່ອຄົນ. ພ້ອມກັນນັ້ນ, ທາງລົດໄຟ ຈີນ-ລາວ ໄດ້ເປີດນຳໃຊ້ລະບົບຂາຍປີ້ດ້ວຍ APP ທາງໂທລະສັບມືຖື ແລະໄດ້ເພີ່ມຊ່ອງທາງຊຳລະເງິນແບບເອເລັກໂຕຣນິກຂອງທະນາຄານທ້ອງຖິ່ນ, ເຮັດໃຫ້ປະສົບການດ້ານການອອກເດີນທາງສະດວກຂຶ້ນຕື່ມອີກ.

ໃນດ້ານການຂົນສົ່ງສິນຄ້າ, ຂະບວນລົດໄຟຂົນສົ່ງສິນຄ້າຂ້າມຊາດ ຈາກ 2 ຂະບວນຕໍ່ວັນໃນໄລຍະຫາກໍເປີດນຳໃຊ້ໄດ້ເພີ່ມຂຶ້ນເປັນ 14 ຂະບວນຕໍ່ວັນໃນປັດຈຸບັນ; ສິນຄ້າເຫຼົ່ານີ້ສາມາດສົ່ງໄປເຖິງ 12 ປະເທດທີ່ຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ເຊັ່ນ: ລາວ, ໄທ, ຫວຽດນາມ, ມຽນມາ ແລະອື່ນໆ ແລະ 31 ແຂວງ, ເຂດປົກຄອງຕົນເອງ ແລະກຳແພງນະຄອນຂອງຈີນ; ການຂົນສົ່ງສິນຄ້າຂ້າມຊາດ ຈາກ 10 ກວ່າຊະນິດໃນໄລຍະຫາກໍເປີດນຳໃຊ້ເພີ່ມຂຶ້ນເປັນ 2.700 ກວ່າຊະນິດໃນປັດຈຸບັນ, ໄດ້ຊຸກຍູ້ການຍົກລະດັບຂອງຂະແໜງການປະເພດຕ່າງໆຂອງປະເທດທີ່ຮ່ວມກັນສ້າງ ໜຶ່ງແລວໜຶ່ງເສັ້ນທາງ ແລະ ເພີ່ມການໄປມາຫາສູ່ກັນດ້ານເສດຖະກິດການຄ້າສາກົນ.

ໃນດ້ານການທ່ອງທ່ຽວ, ພາກສ່ວນທາງລົດໄຟທັງສອງປະເທດ ຈີນ-ລາວ ລາວ-ຈີນ ຕັ້ງໜ້າຮ່ວມມືກັບພາກສ່ວນທ່ອງທ່ຽວຂອງສອງປະເທດ, ໄດ້ເປີດເສັ້ນທາງທ່ອງທ່ຽວຫຼາຍເສັ້ນ ລະຫວ່າງ ນະຄອນຄຸນໝິງ ກັບນະຄອນຫຼວງວຽງຈັນ, ເຊິ່ງໄດ້ຊຸກຍູ້ໃຫ້ເສດຖະກິດທ່ອງທ່ຽວຂອງກິ່ງແຂວງສິບສອງພັ່ນນາ ຂອງຈີນ ແລະ ແຂວງຫຼວງພະບາງຂອງລາວ ພັດທະນາຢ່າງວ່ອງໄວ. ແຕ່ເດືອນມັງກອນ ຫາເດືອນກັນຍາ 2023, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດລາວ ໄດ້ບັນລຸເຖິງ 2,4 ລ້ານເທື່ອຄົນ, ເພີ່ມຂຶ້ນ 285% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ນອກນີ້, ທາງລົດໄຟ ຈີນ-ລາວ ໄດ້ອອກແຮງອົບຮົມຜູ້ມີຄວາມຮູ້ຄວາມສາມາດດ້ານທາງລົດໄຟໃຫ້ແກ່ປະເທດລາວ, ພະນັກງານລາວ 800 ກວ່າຄົນຂອງບໍລິສັດທາງລົດໄຟ ລາວ-ຈີນ ນັ້ນມີ 90% ຂຶ້ນໄປໄດ້ມີຕຳແໜ່ງງານແລ້ວ, ໄດ້ເຂົ້າຮ່ວມການດຳເນີນງານຂອງທາງລົດໄຟ ຈີນ-ລາວ ແລະ ກາຍເປັນຜູ້ມີຄວາມຮູ້ຄວາມສາມາດດ້ານເຕັກນິກທາງລົດໄຟຮຸ່ນທຳອິດຂອງປະເທດລາວ.

ອີງຕາມຕົວເລກສະຖິຕິທີ່ກ່ຽວຂ້ອງໃຫ້ຮູ້ວ່າ, ແຕ່ເດືອນມັງກອນ ຫາເດືອນສິງຫາປີນີ້, ມູນຄ່າການຄ້າລະຫວ່າງ ຈີນກັບລາວບັນລຸເຖິງ 4,39 ຕື້ໂດລາ, ທຽບໃສ່ໄລຍະດຽວກັນຂອງປີ 2022 ໄດ້ເພີ່ມຂຶ້ນ 410 ລ້ານໂດລາ, ເທົ່າກັບ 34%.

ປັດຈຸບັນ, ທາງລົດໄຟ ຈີນ-ລາວໄດ້ຕິດຕັ້ງເຄື່ອງຈັກໃຫ້ແກ່ການພັດທະນາຂະແໜງການຕ່າງໆທີ່ລຽບຕາມທາງລົດໄຟ ຈີນ-ລາວ, ທັງໄດ້ເພີ່ມພະລັງຊີວິດໃໝ່ໃຫ້ແກ່ການພັດທະນາເສດຖະກິດຂອງເຂດອາຊີຕາເວັນອອກສຽງໃຕ້. ຄຽງຄູ່ກັບການດຳເນີນງານຂອງທາງລົດໄຟ ຈີນ-ລາວ ໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ທາງລົດໄຟ ຈີນ-ລາວ ຈະກາຍເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງການສ້າງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນທັງສອງປະເທດ ຈີນ-ລາວ ຢ່າງແນ່ນອນ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...