spot_img
Homeນານາສາລະເຮັດແນວໃດຖ້າ​ຕ້ອງ​ເຮັດວຽກ​ຮ່ວມ​ກັບ​ແຟນ​ເກົ່າ

ເຮັດແນວໃດຖ້າ​ຕ້ອງ​ເຮັດວຽກ​ຮ່ວມ​ກັບ​ແຟນ​ເກົ່າ

Published on

0893f9055ba747bad7519459caa11702

  1. ຕິດ​ຕໍ່​ສະເພາະ​ເລື່ອງ​ວຽກບໍ່​ວ່າ​ມີ​ເລື່ອງ​ຫຍັງ​ເກີດ​ຂຶ້ນ​ກໍ​ຕາມ​ພະຍາຍາມ​ຍຸ້ງ​ກ່ຽວກັບ​ແຟນ​ເກົ່າ​ໃຫ້​ນ້ອຍ​ທີ່ສຸດ ຕິດ​ຕໍ່​ຫາ​ກັນ​ສະເພາະ​ເລື່ອງ​ວຽກ​ເທົ່າ​ນັ້ນ ແລະ​ປະ​ເລື່ອງ​ສ່ວນ​ຕົວ​ເອົາ​ໄວ້​ທີ່​ບ້ານ ​ ຖ້າແຟນ​ເກົ່າ ​ຫລື ​ມີ​ໃຜ​ຈັກ​ຄົນ​ໃນ​ທີ່​ເຮັດວຽກ​ຖາມວ່າ​ເກີດ​ຫຍັງ​ຂຶ້ນ ໃຫ້​ປະຕິເສດ​ໄປ​ແບບ​ນຽນໆ ເລີ່ມ​ຈາກ​ຂໍ​ໂທດ​ພ້ອມ​ກັບ​ເຮັດໃຫ້​​ພວກເຂົາ​ຮູ້​ວ່າ​ບໍ່​ພ້ອມ​ຈະ​ເວົ້າເລື່ອງ​ນີ້​ຕອນ​ນີ້ ຫລັງ​ຈາກ​ນັ້ນ​ກໍ​ຂໍ​ຕົວ​ໄປ​ເຮັດວຽກ​
    2. ປະ​ຄວາມ​ຮູ້ສຶກ​ສ່ວນ​ຕົວ​ໄວ້​ທີ່​ບ້ານ ແທນ​ທີ່​ຈະ​ຜະເຊີນ​ໜ້າ​ກັບ​ບັນຫາ​ຕົງ​ໆ ກໍ​ຄວນ​ຫລີກ​ລ້ຽງ​ດ້ວຍ​ການເຮັດ​ເປັນ​ບໍ່​ຮູ້​ບໍ່​ເຫັນ​ເສຍ​ດີກວ່າ ບໍ່​ວ່າ​ໃຜ​ຈະ​ຖາມ​ຄຳ​ຖາມ​ໃດໆກໍ​ຕາມ ແລ້ວ​ໃຊ້​ຊີວິດຄືເກົ່າ ແລະ​ເຮັດວຽກ​ຮ່ວມ​ກັບ​ແຟນ​ເກົ່າ​ຢ່າງ​ທີ່​ເຄີຍ​ເປັນ ໂດຍ​ບໍ່​ມີ​ຫຍັງ​ໄປ​ຫລາຍກວ່າ​ເພື່ອນ​ຮ່ວມ​ງານ​ຄົນ​ໜຶ່ງ ກໍ​ຈະ​ຊ່ວຍ​ລຸດ​ຄວາມ​ອຶດ​ອັດ​ຂະນະ​ເຮັດວຽກ​ໃຫ້​ກັບ​ເຈົ້າ​ໄດ້
    3. ປຶກ​ສາ​ນອກ​ສະຖານທີ່ ນອກ​ຈາກ​ການ​ວາງ​ຕົວ​ໃຫ້ເປັນ​ປົກກະຕິ ​ແລະ​ ເມີນ​ເສີຍ​ຈະ​ຊ່ວຍ​ລຸດ​ຄວາມ​ໜ້າ​ອຶດ​ອັດ​ໃນ​ການເຮັດວຽກງານ​ແລ້ວ ຍັງ​ຊ່ວຍ​ໃຫ້​ເກີດ​ເລື່ອງ​ຊຸບ​ຊິບ​ໃນ​ທີ່​ເຮັດວຽກ​ນ້ອຍ​ລົງ​ຕາມ​ໄປ​ນຳ ສ່ວນ​ໃນ​ກໍລະນີ​ທີ່​ມີ​ເລື່ອງ​ຄຽດ ສົງ​ໄສ ຫລື​ ເຮັດໃຫ້​ຮູ້ສຶກ​ຂ້ອງ​ໃຈ ກໍ​ເກັບ​ເອົາ​ໄວ້​ລົມກັບ​ໝູ່ ຫລັງ​ອອກ​ນອກ​ສະຖານ​ທີ່​ເຮັດວຽກ​ດີກວ່າ ເພາະ​ບໍ່​ອາດ​ຮູ້​ໄດ້​ເລີຍ​ວ່າ​ມີ​ໃຜ​ບັງ​ເອີນ​ຍ່າງ​ຜ່ານມາ ຫລື ​ຢູ່​ບໍລິເວນ​ໃກ້​ຄຽງ​ກັບ​ຈຸດ​ທີ່​ເຈົ້າ​ກຳ​ລັງ​ເລົ່າເລື່ອງ​ສ່ວນ​ຕົວ​ໃຫ້​ໝູ່ຟັງ​ຂະນະ​ຢູ່ໃນ​ທີ່​ເຮັດວຽກ​ນຳ
  2. ຮຽນ​ຮູ້​ທີ່​ຈະ​ບໍ່​ຮັກ ເພື່ອນ​ຮ່ວມ​ງານ ເຈົ້າ​ຄົງ​ເຄີຍ​ໄດ້ຍິນ​ຄົນ​ເວົ້າ​ກັນ​ມາ​ວ່າ​ຢ່າ​ຄິດ​ມີ​ຮັກ​ໃນ​ບ່ອນເຮັດວຽກ​ກັນ​ມາແດ່ ແລະ ​ໃນ​ຕອນ​ນີ້​ເຊື່ອ​ວ່າ​ເຈົ້າ​ຄົງ​ຮູ້ສຶກ​ດີ​ແລ້ວ​ວ່າ​ຜົນ​ລັບ​ຂອງ​ການ​ມີ​ຮັກ​ໃນ​ທີ່​ເຮັດວຽກ​ເປັນ​ແບບໃດ ເພາະ​ສະ​ນັ້ນ​ກໍ​ບໍ່​ຄວນ​ຈະໃຫ້​ເກີດ​ເຫດການ​ແບບ​ນີ້​ຊ້ຳ​ໄປ​ຊ້ຳ​ມາ ໂດຍ​ການ​ມີ​ແຟນ​ທີ່ບ່ອນເຮັດວຽກ​ຮ່ວມ​ກັນ​ອີກ ຫາກ​ບໍ່​ຢ້ານ​ເຈັບ​ຢ່າງ​ນ້ອຍ​ກໍ​ຄິດ​ເຖິງ​ຜົນ​ກະທົບ​ທີ່​ຈະ​ເກີດ​ຂຶ້ນ​ນຳ ແລະ​ ຄົງ​ຈະ​ດີກວ່າ​ຫາກ​ແຟນ​ໃໝ່​ເປັນ​ຄົົນທີ່​ບໍ່​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ວຽກ ຫລື ​ເຮັດວຽກ​ຕ່າງ​ຫ້ອງການ

ການ​ເລີກ​ກັບ​ແຟນ​ວ່າ​ເປັນ​ເລື່ອງທ່ີ່​ຍາກ​ແລ້ວ ຈະ​ເປັນ​ເລື່ອງ​ຍາກ​ສຳລັບ​ເຈົ້າ​ຫລາຍ​ຂຶ້ນ​ຫາກ​ຕ້ອງ​ເຈີ​ໜ້າ​ ຫລື ​ຮ່ວມ​ງານ​ກັນ​ທຸກມື້ ດັ່ງ​ນັ້ນຮຽນ​ຮູ້​ວິທີ​ຮັບ​ມື​ກັບ​ສະຖານນະການ​ເຫລົ່າ​ນີ້​ເອົາ​ໄວ້​ນຳ ເລື່ອງ​ສ່ວນ​ຕົວ​ຈະ​ໄດ້​ບໍ່​ກາຍ​ເປັນ​ເລື່ອງ​ສ່ວນ​ລວມ ແລະ ​ບໍ່​ເອົາ​ເລື່ອງ​ສ່ວນ​ຕົວ​ມາ​ປົນ​ກັບ​ເລື່ອງ​ວຽກ​ຈົນ​ເຮັດໃຫ້​ວຽກເສຍ​ ແລະ ​ເບິ່ງ​ບໍ່​ເປັນ​ມື​ອາ​ຊີບ​ຢ່າງ​ທີ່​ເຄີຍ​ຜ່ານມາ

 

 

ບົດຄວາມຫຼ້າສຸດ

ປະຊາຊົນຊາວມາເລເຊຍຮວມຕົວກັນຫຼາຍພັນຄົນ ເພື່ອຮຽກຮ້ອງຄວາມຍຸຕິທຳ ໃຫ້ຊາຣາ ທີ່ເສຍຊີວິດຢ່າງປິສະໜາ

#JusticeForZara ແຮັດແທັກ (hastag) ເຕັມສື່ສັງຄົມອອນລາຍໃນປະເທດມາເລເຊຍ ເພື່ອຮຽກຮ້ອງຄວາມຍຸຕິທຳໃຫ້ ຊາຣາ ເດັກຍິງອາຍຸ 13 ປີ ເສຍຊີວິດປິດສະໜາ, ທ່າມກາງຂ່າວລືວ່າ ຊາຣາ ເປັນເຫຍື່ອຈາກການຖືກບູລີ້ ແລະ...

ເສຍຊີວິດເວທີດຽວກັນ! ຂ່າວເສົ້າວົງການມວຍຍີ່ປຸ່ນ ເມື່ອ 2 ນັກຊົກຈາກແດນປາດິບເສຍຊີວິດຫຼັງຂຶ້ນຊົກມວຍ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ.

ວົງການມວຍຍີ່ປຸ່ນເສົ້າ! 2 ນັກຊົກມວຍເສຍຊີວິດເວທີດຽວກັນ ຫຼັງໄດ້ຮັບອາການບາດເຈັບ ໝໍເຜີຍເລືອດອອກໃນເຫຍື້ອຫຸ້ມສະໝອງ. ສຳນັກຂ່າວຕ່າງປະເທດລາຍງານເຫດການສຸດສະຫຼົດ ຂອງວົງການມວຍຍີ່ປຸ່ນ ໄດ້ເກີດເຫດການສຸດຊ໋ອກ ຫຼັງຈາກຊິເງໂຕຊິ ນັກຊົກອາຍຸ 28 ປີ ເສຍຊີວິດ ເມື່ອວັນສຸກ 8...

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...