spot_img
Homeຂ່າວພາຍ​ໃນກວດກາຕິດຕາມການທຳລາຍສານເຄມີ 93 ໂຕນ

ກວດກາຕິດຕາມການທຳລາຍສານເຄມີ 93 ໂຕນ

Published on

ວັນທີ 17 ພະຈິກ 2023, ຄະນະກຳມະການກວດກາຕິດຕາມການທຳລາຍສານເຄມີ ລວມມີ 10 ພາກສ່ວນຄື: ຫ້ອງການກວດກາ ແລະ ຄວບຄຸມຢາເສບຕິດ, ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ, ຫ້ອງການກົມໃຫຍ່ຕໍາຫຼວດ ກະຊວງ ປກສ, ກົມອຸດສະຫະກຳ ແລະ ຫັດຖະກຳ ກະຊວງອຸດສະຫະກຳ ແລະ ການຄ້າ, ກົມອາຫານ ແລະ ຢາ ກະຊວງສາທາລະນາສຸກ, ກົມຄຸ້ມຄອງບໍ່ແຮ່ ກະຊວງພະລັງງານ ແລະ ບໍ່ແຮ່, ກົມພາສີ ກະຊວງການເງິນ, ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສະຖານີກໍາຈັດສີ່ງເສດເຫຼືອ EMAC ຄະນະສິ່ງແວດລ້ອມມະຫາວິທະຍາໄລແຫ່ງຊາດ, ບໍລິສັດສະຫວັນ EMC ໄດ້ພ້ອມກັນລົງຕິດຕາມກວດກາການທຳລາຍສານເຄມີ ຈໍານວນ 93 ໂຕນ ຊຶ່ງເປັນສານເຄມີຂອງບໍລິສັດເຄມີພັນລາວ ຂາເຂົ້າ-ຂາອອກຈຳກັດ ເຊິ່ງຖືກເຈົ້າໜ້າທີ່ ປກສ ແຂວງຫຼວງນໍ້າທາຍຶດໄດ້ ໃນນີ້, ມີສານເຄມີ ໄຮໂດຄໍລິກອາຊີດຈຳນວນ 63 ໂຕນ ແລະ ສານເຄມີ ໂຊດຽມໄຊຍາໄນ ຈຳນວນ 30 ໂຕນ.

ພັອ ພັອ ວົງເພັດ ແສນວົງສາ ຮອງຫົວໜ້າຫ້ອງການກວດກາ ແລະ ຄວບຄຸມຢາ ເສບຕິດ ກົມໃຫຍ່ຕຳຫຼວດ ໃຫ້ຮູ້ວ່າ: ໃນວັນທີ 14 ທັນວາ 2022 ກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ກວດລົດບັນທຸກ ໝາຍເລກທະບຽນ ນວ 7778 ກຳແພງນະຄອນ, ຜ່ານການກວດຄົ້ນລົດ ພົບເຫັນ ຖັງບັນຈຸສານເຄມີ ໂຊດຽມໄຊຍາໄນ ຈໍານວນ 600 ຖັງ ນໍ້າໜັກ 30 ໂຕນ ກອງບັນຊາການ ປກສ ແຂວງ ຫຼວງນໍ້າທາ ຈຶ່ງໄດ້ກັກຕົວພວກກ່ຽວມາສືບສວນ-ສອບສວນ ແລະ ໃນວັນທີ 12 ມັງກອນ 2023 ກອງບັນຊາການ ປກສ ແຂວງ ຫຼວງນໍ້າທາ ໄດ້ກວດລົດບັນທຸກໝາຍເລກທະບຽນ ຍກ 2615, ກວດພົບເຫັນສານເຄມີ ໄຮໂດຄໍລິກອາຊິດ ຈໍານວນ 27 ຄັ້ງ ນໍ້າໜັກ 32 ໂຕນ ແລະ ລົດບັນທຸກ ໝາຍເລກທະບຽນ ບກ 2986 ພົບເຫັນສານແຕ່ມີ ໄຮໂດຄໍລິກອາຊິດ ຈຳນວນ 26 ຫຼັງ ນ້ຳໜັກ 31 ໂຕນ ແລະ 10 ກິໂລ ກອງບັນຊາການ ປກສ ແຂວງ ຫຼວງນໍ້າທາ ຈຶ່ງໄດ້ກັກຕົວພວກກ່ຽວມາ ສືບສວນ-ສອບສວນ.

ຜ່ານການສືບສວນ-ສອບສວນ ແລະ ເກັບກຳຂໍ້ມູນລັກຖານ ເຫັນວ່າ: ສານເຄມີ ໂຊດ້ຽມໄຊຍາໄນ ແລະ ໄຮໂດຄໍລິກອາຊິດ ເປັນຂອງບໍລິສັດ ເຄມີພັນລາວ ການຄ້າ ຂາອອກ-ຂາເຂົ້າ ທີ່ ໄດ້ຮັບອານຸຍາດນຳເຂົ້າສານເຄມີ ໂດຍຖືກຕ້ອງຕາມກົດໝາຍ ເພື່ອຂາຍໃຫ້ບໍລີສັດ ຂຸດຄົ້ນແຮ່ທາດ ຢູ່ພາຍໃນ ສປປ ລາວ ແຕ່ບໍລິສັດ ເຄມີພັນລາວ ໄດ້ຂາຍສານໂຊດ້ຽມໄຊຍາໄນ ໃຫ້ທ້າວ ຊຽງຈູນ ເພື່ອນຳສົ່ງໄປປະເທດ ມຽນມ້າ ແລະ ຂາຍສານເຄມີ ໄຮໂດຄໍລິກອາຊີດ ໃຫ້ບຸກຄົນອື່ນໂດຍບໍ່ໄດ້ຮັບອານຸຍາດ ແລະ ບໍ່ມີເອກະສານເຄື່ອນຍ້າຍຈາກພາກສ່ວນທີ່ກ່ຽວຂ້ອງ ເຊິ່ງເປັນການລັກລອບສົ່ງອອກສິນຄ້າໂດຍບໍ່ຖືກຕ້ອງ ຕາມມາດຕາ 284 ຂອງປະມວນກົດໝາຍອາຍາ.

ທ່ານ ປອ ດາວອນ ແກ້ວມະນີ ຜູ້ອຳນວຍການສູນວິຊາການດ້ານການຈັດການ ສິ່ງແວດລ້ອມ ຄະນະວິທະຍາສາດສິ່ງແວດລ້ອມ ມະຫາວິທະຍາໄລແຫ່ງຊາດ ໃຫ້ຮູ້ຕື່ມອີກວ່າ: ຄວາມເປັນອັນຕະລາຍຂອງທາດໂຊດຽມໄຊຍາໄນ ເປັນພິດຫຼາຍເມື່ອສູດດົມ, ຖືກຜິວໜັງ ແລະ ເມື່ອກືນກິນ; ສານນີ້ ກໍ່ໃຫ້ເກີດອັນຕະລາຍຢ່າງຮ້າຍແຮງຕໍ່ລະບົບທາງເດີນຫາຍໃຈສ່ວນເທິງ, ດວງຕາ ແລະ ຜິວໜັງ, ການສູດດົມອາດຈະເຮັດໃຫ້ເກີດການຫົດຂອງກ້າມເນື້ອ ແລະ ເປັນພິດຮ້າຍແຮງຕໍ່ສິ່ງທີ່ມີຊີວິດ ເມື່ອເກີດປະຕິກິລິຍາກັບທາດກົດຈະປ່ອຍແກັສທີ່ມີພິດຢ່າງຮຸນແຮງຫຼາຍ ແລະ ເປັນພິດຢ່າງຫຼວງຫຼາຍຕໍ່ສີ່ງທີ່ມີຊີວິດໃນນໍ້າ ແລະ ອາດຈະເຮັດໃຫ້ເກີດຜົນກະທົບໄລຍະຍາວຕໍ່ສະພາບແວດລ້ອມໃນນໍ້າ; ສ່ວນໄຮໂດຄໍລິກອາຊິດ ເປັນທາດກັດຫ້ຽນໂລຫະ ແລະ ຜິວໜັງຢ່າງຮຸນແຮງ ແລະ ອັນຕະລາຍຕໍ່ດວງຕາ.

ພັອ ວົງເພັດ ແສນວົງສາ ກ່າວຕື່ມອີກວ່າ: ພາຍຫຼັງທຳລາຍສານເຄມີ ຈຳນວນ 93 ໂຕນສຳເລັດແລ້ວ ຍັງສືບຕໍ່ທຳລາຍສານເຄມີທີ່ກົມ ຕໍາຫຼວດສິ່ງແວດລ້ອມຍຶດໄດ້ ມີສານເຄມີປະເພດ ໂສດາຝຸ່ນຈຳນວນ 33 ເປົ່າ ແລະ ເປັນກົດອາຊິດຊູນຟູລິກ ອີກ ໃນຈຳນວນ 10 ຕຸກ ແລະ ຈະສືບຕໍ່ທຳລາຍ ສານເຄມີສ່ວນທີ່ເຫຼືອ ຢູ່ແຂວງຫຼວງນໍ້າທາ ຕື່ມອີກ.

ແຫຼ່ງຂ່າວ ຄວາມສະຫງົບ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...