spot_img
Homeຂ່າວຕ່າງປະເທດຖືກລຸ້ນອ້າຍທໍລະມານຈົນເປັນບາດເໜົ່າຕິດເຊື້ອ 80%

ຖືກລຸ້ນອ້າຍທໍລະມານຈົນເປັນບາດເໜົ່າຕິດເຊື້ອ 80%

Published on

ໃນວັນທີ 14 ພະຈິກ 2023, ເຍົາວະຊົນຊາຍອາຍຸ 15 ປີ ແລະ ແມ່ຈາກແຂວງນະຄອນຣາຊະສີມາ ເດີນທາງໄປໂຮງໝໍທີ່ ແຂວງນົນທະບູລີ ປະເທດໄທ ເພື່ອປຶກສາການສັນຍາກຳຮັກສາໃຫ້ກັບເຍົາວະຊົນຊາຍອາຍຸ 15 ປີ ລັງຖືກລຸ້ນອ້າຍໃນໂຮງຮຽນຂົ່ມຂູ່ ແລະ ບັງຄັບຊີດຂີ້ເຜິ້ງເຂົ້າໃນອະໄວຍະວະເພດ ຕໍ່ມາເກີດອາການອັກເສບ ແລະ ເປັນບາດແຜເໜົ່າລາມ ສ້າງຄວາມທໍລະມານໃຈໃຫ້ເດັກນັກຮຽນຄົນນີ້ຫຼາຍ.

ຕໍ່ມາເມື່ອແມ່ຂອງເດັກນ້ອຍໄດ້ໄປຂໍຮ້ອງຄວາມເປັນທຳ ແຕ່ທາງໂຮງຮຽນບໍ່ໃຫ້ຄວາມຮ່ວມມື ແລະ ຍັງຂົ່ມຂູ່ອີກວ່າຖ້າຜູ້ປົກຄອງພະຍາຍາມໄປແຈ້ງຄວາມ ທາງໂຮງຮຽນຈະບໍ່ໃຫ້ນັກຮຽນລາຍນີ້ໄດ້ຮຽນຕໍ່ ເຊິ່ງຜູ້ເປັນແມ່ໄດ້ແຈ້ງຄວາມດຳເນີນຄະດີຕັ້ງແຕ່ເດືອນກັນຍາ 2023 ຜ່ານມາ, ແຕ່ບໍມີຄວາມຄືບໜ້າ ເຊິ່ງລຸ້ນອ້າຍທີ່ກໍ່ເຫດຍັງມາຮຽນຄືຍັງ-ໍມີຫຍັງເກີດຂຶ້ນ.

ດ້ານເດັກຊາຍຜູ້ເສຍຫາຍກ່າວວ່າ: ໃນມື້ທີ່ເກີດເຫດຕົນເອງໄດ້ນຸ່ງໂສ້ງເຕະບານ ແລະ ໄດ້ເຂົ້າໄປຫ້ອງນ້ຳ ແລະ ໄດ້ຖືກລຸ້ນອ້າຍມຸ່ງໜ້າເຂົ້າທາບັງຄັບ ແລະ ໄດ້ຍູ້ໃຫ້ໄປນັ່ງທີ່ໂທສ້ວມຈາກນັ້ນລຸ້ນອ້າຍຂູ່ວ່າຖ້າຮ້ອງຂໍຄວາມຊ່ວຍເຫຼືອ ຈະຖືກແທງ ຕົນເອງຈຶ່ງບໍ່ກ້າຮ້ອງ ກ່ອນລຸ້ນອ້າຍຈະນຳເອົາຂີ້ເຜິ້ງໃສ່ບ່ວງມາລົນໄຟ ແລະ ໃຊ້ເຂັມຊີດຢາດູດຂຶ້ນກ່ອນຈະນຳມາຊີດໃສ່ໃນອະໄວຍະວະເພດຂອງຕົນ.

ທາງດ້ານແມ່ໄດ້ເຂົ້າແຈ້ງຄວາມທີ່ສຳນັກງານຕຳຫຼວດ ໃນແຂວງນະຄອນຣາຊະສີມາ ແຕ່ຍັງບໍ່ມີຄວາມຄືບໜ້າ ເມື່ອທາງໂຮງຮຽນຮູ້ເລື່ອງມີແຕ່ນຳກະເຊົ້າດອກໄມ້ມາມອບ ແລະ ເງິນ 1 ພັນບາດເທົ່ານັ້ນ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...