Homeຂ່າວພາຍ​ໃນສັ່ງໂຈະກິນຢາຂ້າແມ່ທ້ອງຊົ່ວຄາວໃນຂອບເຂດທົ່ວປະເທດ

ສັ່ງໂຈະກິນຢາຂ້າແມ່ທ້ອງຊົ່ວຄາວໃນຂອບເຂດທົ່ວປະເທດ

Published on

ກົມຄວບຄຸມພະຍາດພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ອອກແຈ້ງການເມື່ອມໍ່ໆມານີ້ເຖິງຫົວໜ້າພະແນກສາທາລະນະສຸກ 17 ແຂວງໃນຂອບເຂດທົ່ວປະເທດລວມທັງນະຄອນຫຼວງວຽງຈັນ ໃຫ້ໂຈະການກິນຢາຂ້າແມ່ທ້ອງຊົ່ວຄາວຢູ່ບັນດາແຂວງ ເມືອງທີ່ຍັງບໍ່ທັນຈັດຕັ້ງປະຕິບັດ ຍ້ອນພົບຜົນຂ້າງຄຽງ (ວິນຫົວ ປວດຮາກ ແລະ ອື່ນໆ) ທີ່ເກີດຈາກການກິນຢາຂ້າແມ່ທ້ອງຢູ່ຫຼາຍແຂວງ ໂດຍໃຫ້ລໍຖ້າຜົນການສືບສວນຄຸນນະພາບຂອງຢາຈາກອົງການອະນາໄມໂລກກ່ອນ ຈຶ່ງຈະສືບຕໍ່ຢາຍຢາໃນປີໜ້າຮອບໃໝ່.

ໂດຍເມື່ອບໍ່ດົນທີ່ຜ່ານມາ ໄດ້ມີການລາຍງານຈາກສັງຄົມອອນລາຍຈຳນວນໜຶ່ງ ວ່າ: ໄດ້ພາລູກໄປສັກຢາຄົບ 1 ປີ ເອົາຢາຂ້າແມ່ທ້ອງໃຫ້ເມັດ 1 ກິນຢາຂ້າແມ່ທ້ອງວັນຈັນ ວັນຄານມາເລີຍມີຕຸ່ມຂຶ້ນ ແລະ ອີກຄົນກໍລາຍງານວ່າ ພາຍຫຼັງກິນຢາຂ້າແມ່ທ້ອງປາກົດວ່າມີຕຸ່ມຂຶ້ນເຊັ່ນກັນ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...