spot_img
Homeຂ່າວພາຍ​ໃນປກສ ແຂວງໄຊຍະບູລີ ກວດພົບເຫັນລົດຈັກມີການດັດແປງສະພາບເຕັກນິກລົດ

ປກສ ແຂວງໄຊຍະບູລີ ກວດພົບເຫັນລົດຈັກມີການດັດແປງສະພາບເຕັກນິກລົດ

Published on

ວັນທີ 27 ຕຸລາ 2023, ເຈົ້າໜ້າທີ່ກອງຕຳຫຼວດຈະລາຈອນ ເມືອງຫົງສາ ແຂວງໄຊຍະບູລີ ສຶກສາອົບຮົມກ່າວເຕືອນ ແລະ ເຮັດບົດບັນທຶກຕໍ່ຜູ້ຂັບຂີ່ທີ່ລະເມີດກົດລະບຽບຈະລາຈອນທາງບົກ.

ຮອ ເສກສັນ ສີວິໄລທອງ ຫົວໜ້າໜ່ວຍງານຈະລາຈອນ ກອງບັນຊາການ ປກສ ເມືອງ ໄດ້ຂຶ້ນລາຍງານສະພາບລວມຂອງຜູ້ຂັບຂີ່ທີ່ລະເມີດກົດລະບຽບໂດຍລະອຽດ ເຊິ່ງທ່ານໄດ້ກ່າວໃຫ້ຮູ້ວ່າ: ໃນຄ່ຳຄືນຂອງວັນທີ 13-14 ຕຸລາ 2023, ທາງເຈົ້າໜ້າທີ່ຈະລາຈອນໄດ້ອອກປະຕິບັດໜ້າທີ່ກວດກາໃນເທສະບານເມືອງ ແລະ ເຂດຮ້ານບັນເທີງ ໄດ້ພົບເຫັນພາກສ່ວນຂັບຂີ່ລົດທີ່ລະເມີດກົດລະບຽບການສັນຈອນ ຈຳນວນ 6 ຄົນ ຄື: ທ້າວ ຂວັນໄຊ, ທ້າວ ສົງການ, ທ້າວ ດິດ, ທ້າວ ຄຳພຸດ, ທ້າວ ສົມສັກ ແລະ ທ້າວ ກອນ.

ຜ່ານການລົງກວດກາຕົວຈິງ ກວດພົບເຫັນລົດຈັກມີການດັດແປງສະພາບເຕັກນິກລົດ ຢາງລໍ້ນ້ອຍດັດແປງທໍ່ອາຍເສຍ ບໍ່ຕິດປ້າຍທະບຽນ ແລະ ບໍ່ມີເອກະສານລົດ ຈຶ່ງກັກລົດໄວ້ຊົ່ວຄາວ ເພື່ອລໍຖ້າການແກ້ໄຂຕາມລະບຽບການ. ຫຼັງຈາກນັ້ນ, ເຈົ້າໜ້າ ທີ່ຈຶ່ງໄດ້ເຊີນອົງການປົກຄອງບ້ານ ແລະ ພໍ່-ແມ່ ຜູ້ປົກຄອງ ພ້ອມດ້ວຍຜູ້ຂັບຂີ່ທີ່ລະ ເມີດກົດລະບຽບດັ່ງກ່າວ ມາປຶກສາຫາລື ແລະ ສຶກສາອົບຮົມ ສ້າງບົດບັນທຶກກ່າວເຕືອນ ໂດຍຊ່ອງໜ້າອົງການປົກຄອງບ້ານ ພໍ່ແມ່ຜູ້ປົກຄອງ ແລະ ເຈົ້າໜ້າທີ່ ໂດຍໃຫ້ເຈົ້າຂອງລົດມີຄວາມຄິດເຫັນຕໍ່ບັນຫາດັ່ງກ່າວ ພ້ອມທັງຂຽນຄຳປະຕິ ຍານດ້ວຍຕົນເອງ ຖ້າຫາກວ່າມີການລະເມີດອີກຄັ້ງໃໝ່ ແມ່ນໃຫ້ເຈົ້າໜ້າທີ່ປັບໃໝຄູນສອງຂອງມູນຄ່າການປັບໃໝ ພາຍຫຼັງສ້າງບົດບັນທຶກແລ້ວ ເຈົ້າຂອງລົດ ກໍໄດ້ປ່ຽນຖ່າຍສິນສ່ວນທີ່ດັດ ແປງສະພາບເຕັກນິກ (ທໍ່ອາຍເສຍ) ໃຫ້ຖືກຕາມສະພາບເດີມສຳລັບ ສິ້ນສ່ວນທີ່ເຈົ້າໜ້າທີ່ຢຶດໄວ້ນັ້ນແມ່ນຈະໄດ້ເອົາມາທຳລາຍຖິ້ມຕາມລະບຽບການ.

ແຫຼ່ງຂ່າວ ຄວາມສະຫງົບ Lao Security News

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...