Homeຂ່າວພາຍ​ໃນອັດຕາເງິນເຟີ້ ປະຈຳເດືອນຕຸລາ 2023 ຢູ່ທີ່ 25,83%

ອັດຕາເງິນເຟີ້ ປະຈຳເດືອນຕຸລາ 2023 ຢູ່ທີ່ 25,83%

Published on

ສະພາບລາຄາສິນຄ້າ ແລະ ບໍລິການ ໃນເດືອນຕຸລາ 2023 ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນ ເຮັດໃຫ້ດັດຊະນີລາຄາ ສິນຄ້າລວມ ຢູ່ໃນລະດັບ 206,7 ເຊິ່ງເພີ່ມຂຶ້ນຈາກ 164,3 ໃນເດືອນຕຸລາ 2022. ສະນັ້ນ, ເຮັດໃຫ້ອັດຕາເງິນ ເຟີ້ລວມຂອງ ສປປ ລາວ ໃນເດືອນຕຸລາ 2023 ຢູ່ໃນລະດັບ 25,8% (ເດືອນ ກັນຍາ 25,7%). ໃນນີ້, ໝວດສິນຄ້າ ທີ່ມີອັດຕາເງິນເຟີ້ສູງກວ່າໝູ່ແມ່ນ ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 34,6%, ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 29,0%, ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 28,1%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 27,3%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 24,5%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 24,4%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 21,1%, ໝວດທີພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 17,9%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 18,8%.

ເມື່ອທຽບລາຄາສິນຄ້າ ແລະ ບໍລິການ ເດືອນຕຸລາ 2023 ທຽບກັບເດືອນກັນຍາ 2023 ເຫັນວ່າລາຄາສິນຄ້າ ແມ່ນຍັງມີທ່າອ່ຽງເພີ່ມຂຶ້ນຢູ່ໃນລະດັບ 2,4%.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...