Homeຂ່າວພາຍ​ໃນມາສັ່ງອາຫານແລ້ວຕົວະວ່າຈະມີຄົນມາຈ່າຍເງິນ

ມາສັ່ງອາຫານແລ້ວຕົວະວ່າຈະມີຄົນມາຈ່າຍເງິນ

Published on

ຊາວຄ້າຂາຍຈົ່ງລະວັງ ມິດສາຊີບມາຕົວະສັ່ງອາຫານ ແລ້ວບອກວ່າຈະມາຈ່າຍເງິນ ແຕ່ກໍບໍ່ໄດ້ຈ່າຍ.

ໃນວັນທີ 25 ຕຸລາ 2023 ທີ່ຜ່ານມາ ຜູ້ໃຊ້ເຟສບຸກ Tookta Sompoou ໄດ້ອອກມາໂພສເຕືອນໄພຕໍ່ຊາວຄ້າຂາຍ ໂດຍສະເພາະຮ້ານອາຫານ ເພາະໄດ້ພົບມິດສາຊີບເຂົ້າມາສັ່ງອາຫານໃນຮ້ານ ພາຍຫຼັງທີ່ໄດ້ອາຫານແລ້ວກໍບອກວ່າດຽວຄົນຮູ້ຈັກຈະມາຈ່າຍເງິນ ແຕ່ສຸດທ້າຍກໍພຽງແຕ່ເອົາອາຫານໄປແລ້ວບໍ່ມີການຈ່າຍເງິນແຕ່ຢ່າງໃດ.

ທັ້ງນີ້ ມິດສາຊີບທີ່ມາຕົວະຮ້ານອາຫານແຫ່ງນີ້ ເປັນຜູ້ຍິງ ມີລັກສະນະອວບອ້ວນ ໃສ່ຊຸດສີດຳ.

ດັ່ງນັ້ນ ຈຶ່ງຢາກມາຂໍເຕືອນບັນດາຮ້ານຄ້າ ຫຼື ຮ້ານອາຫານ ໃຫ້ລະວັງ ບໍ່ຄວນໃຫ້ສິນຄ້າ ຫຼື ອາຫານແກ່ຜູ້ອື່ນໂດຍທີ່ຍັງບໍ່ມີການຈ່າຍເງິນເດັດຂາດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...