Homeຂ່າວຕ່າງປະເທດບ່າວອາເມຣິກາເຊື້ອຊາດລາວເຜີຍແຜ່ວັດທະນາທຳ ແລະ ອາຫານລາວ

ບ່າວອາເມຣິກາເຊື້ອຊາດລາວເຜີຍແຜ່ວັດທະນາທຳ ແລະ ອາຫານລາວ

Published on

Cook with Mr. International ຫຼື ແຮລິສ ບ່າວອາເມຣິກາເຊື້ອຊາດລາວ ໄດ້ຮັບກະແສຕອບຮັບເປັນຢ່າງດີໃນການເຮັດຄອນເທັ້ນກ່ຽວກັບການແຕ່ງກິນ ໂດຍສະເພາະການເຮັດອາຫານລາວ ພ້ອມທັງຍັງມີການເຜີຍແຜ່ວັດທະນະທຳລາວໃຫ້ຄົນອາເມຣິກາໄດ້ຮັບຮູ້ໄປພ້ອມກັນ.

ຈາກການສຳພາດຂອງ ລາວໂພສ ໄດ້ຮູ້ວ່າ: ແຮລິສ (Harriss) ເປັນຄົນອາເມຣິລາ ເຊື້ອຊາດລາວ ພໍ່ແມ່ເປັນຄົນລາວທັງສອງ ພໍ່ເປັນຄົນນະຄອນຫຼວງວຽງຈັນ ສ່ວນແມ່ເປັນຄົນແຂວງບໍລິຄຳໄຊ ສ່ວນແຮວລິສແມ່ນເກີດ ແລະ ເຕີບໃຫຍ່ຢູ່ອາເມຣິກາ.

ຈຸດເລີ່ມຕົ້ນຂອງການເຮັດຊ່ອງເຮັດອາຫານລາວນີ້ກໍຍ້ອນວ່າ ບໍ່ຄ່ອຍມີໃຜເຮັດອາຫານ ແບບລາວ-ອາເມຣິກາເລີຍ ຈຶ່ງເຮັດໃຫ້ມີຄວາມຄິດລິເລີ່ມທີ່ຈະເຮັດຊ່ອງທາງ TikTok ເພື່ອຊ່ວຍໂປຣໂມດ ແລະ ສອນອາຫານລາວແກ່ຄົນອາເມຣິກາ.

ໃນຄວາມສົນໃຈຂອງການເຮັດອາຫານລາວ ແມ່ນຕັ້ງແຕ່ຮຽນມັດທະຍົມຕອນປາຍ ກໍມັກສັງເກດໃນເວລາແມ່ແຕ່ງກິນ ເຊິ່ງແຮລິສກໍໄດ້ກຽມອາຫານຊ່ວຍແມ່ມາຕະຫຼອດ ຈົນເຖິງເວລາທີ່ຈະໄປຮຽນມະຫາວິທະຍາໄລກໍໄດ້ຮຽນຮູ້ວິທີເຮັດອາຫານລາວກິນເອງ.

ແຮງບັນດານໃຈໃນການເຮັດອາຫານລາວກໍຍ້ອນວ່າ ຮ້ານອາຫານລາວໃນອາເມຣິການີ້ຊອກຫາຍາກຫຼາຍ ແລ້ວອາຫານລາວທີ່ຕົນເອງມັກກໍແມ່ນ “ໝົກໄກ່” ແລະ ເກືອບຈະບໍ່ມີເມນູນີ້ໃນຮ້ານອາຫານລາວທີ່ອາເມຣິກາເລີຍ, ດັ່ງນັ້ນ ມັນຈຶ່ງເປັນແຮງບັນດານໃຈທີ່ແຮລິສ ຕ້ອງຮຽນຮູ້ ເຮັດອາຫານລາວ ແລະ ເມື່ອຢາກກິນອາຫານລາວກໍຕ້ອງແຕ່ງກິນດ້ວຍຕົນເອງ.

ຈາກການເຮັດຄອນເທັ້ນທີ່ໄດ້ເຜີຍແຜ່ທາງ TikTok ໂດຍມີບັນຊີື່ Cook with Mr. International ຕອນທຳອິດກໍບໍ່ໝັ້ນໃຈ ແຕ່ປັດຈຸບັນ ເນື່ອງຈາກມີຄວາມຊຳນານຂຶ້ນຕື່ມໃນການແຕ່ງກິນ ຈຶ່ງເຮັດໃຫ້ວິດີໂອທີ່ສະແດງອອກໄປນັ້ນມີຄວາມເປັນທຳມະຊາດ ແລະ ລຶ້ງເຄີຍໃນການແຕ່ງກິນຫຼາຍຂຶ້ນ.

ຈາກທີ່ເຮົາເຫັນແຕ່ ແຮລິສ ຢູ່ຄົນດຽວຕະຫຼອດໃນເວລາແຕ່ງກິນ ແມ່ນແຮສລິສເຮັດທຸກຢ່າງດ້ວຍຕົນເອງ ບໍ່ວ່າຈະເປັນການແຕ່ງກິນ ການຖ່າຍວິດີໂອ ລວມເຖິງການຕັດຕໍ່, ແຕ່ໃນເມື່ອກ່ອນແມ່ນພັນລະຍາເປັນຄົນຊ່ວຍຖ່າຍວິດີໂອ.

ກ່ຽວກັບການມາປະເທດລາວ ຄັ້ງຫຼ້າສຸດທີ່ແຮລິສກັບມາກໍແມ່ນປີ 2020 ເຊິ່ງກໍໄດ້ໄປສຳຜັດກັບວັດທະນະທຳ ອາຫານ ແລະ ດົນຕີລາວ.

ທ້າຍນີ້ ແຮລິສ ກໍຝາກມາບອກວ່າ: ຂອບໃຈສຳລັບທຸກໆການສະໜັບສະໜູນ ແລະ ດີໃຈຫຼາຍທີ່ມີຄົນອາເມຣິກາຈຳນວນຫຼາຍ ໄດ້ໄປລອງເຮັດອາຫານລາວ ຈາກການທີ່ໄດ້ມາເບິ່ງຊ່ອງຂອງຂ້ອຍໃນຕະຫຼອດຫຼາຍປີທີ່ຜ່ານມາ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...