Homeນານາສາລະເຂົ້າຈີ່ຕົກໂໝະ ສາມາດຕັດຈຸດດຳຖິ້ມແລ້ວກິນຕໍ່ໄດ້ບໍ່?

ເຂົ້າຈີ່ຕົກໂໝະ ສາມາດຕັດຈຸດດຳຖິ້ມແລ້ວກິນຕໍ່ໄດ້ບໍ່?

Published on

ເຂົ້າຈີ່ຕົກໂໝະ ສຳລັບບາງຄົນທີ່ເຫັນມັນຕົກໂໝະໜ້ອຍດຽວກໍພຽງຕັດອອກແລ້ວກໍກິນຕໍ່ ແຕ່ທ່ານຮູ້ຫຼືບໍ່ວ່າເຂົ້າຈີ່ຕົກໂໝະ ຫຼື ເຂົາຈີ່ຂຶ້ນເຊື້ອຣາ ມັນມີຮາກ ທີ່ແຜ່ຂະຫຍາຍອອກໄປເຖິງວ່າເຮົາບໍ່ສາມາດເຫັນກໍຕາມ.

ການທີ່ເຮົາພົບເຊື້ອຣາພຽງຈຸດໜ້ອຍໆພຽງຈຸດດຽວ ໃນເຂົ້າຈີ່ ຫຼື ອາຫານ ກໍຄວນຖິ້ມໄປທັງໝົດເລີຍ ບໍ່ຄວນເສຍດາຍແລ້ວເອົາມາກິນອີກ.

ແຕ່ຖ້າວ່າເຮົາກິນເຂົ້າຈີ່ ຫຼື ອາຫານ ທີ່ມີເຊື້ອຣາ ມັນກໍຈະເຮັດໃຫ້ເກີດອາການອາຫານເປັນພິດ, ວຽນຫົວ, ເຈັບທ້ອງ, ປວດຮາກ ບາງທີອາດເຮັດໃຫ້ເຮົາເກີດອາຫານແພ້, ຫອບຫືດ, ໂຣກທາງເດີນຫາຍໃຈ ອີກດ້ວຍ.

ສານພິດທີ່ຢູ່ໃນເຊື້ອຣາ ເປັນໂຕອັນຕະລາຍທີ່ສຸດຊື່ວ່າ “Aflatoxin” ຈະຢູ່ໃນປະເພດຖົ່ວ ແລະ ເມັດພືດ ທີ່ເປັນສ່ວນປະສົມຫຼັກຂອງເຂົ້າຈີ່ ເມື່ອກິນເຂົ້າໄປອາດຈະບໍ່ເຮັດໃຫ້ເກີດອາການໃນທັນທີ ແຕ່ສະສົມໃນຮ່າງກາຍເປັນສານກໍ່ມະເຮັງ.

ທີ່ມາ doctorv

ບົດຄວາມຫຼ້າສຸດ

ທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງຈໍາປາສັກ ໄດ້ຕ້ອນຮັບ ທ່ານ ເຫຼັກໄຫຼ ສີວິໄລ ກໍາມະການສູນກາງພັກ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ສປປ ລາວ ເຂົ້າຮ່ວມເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ (OAC)

ໃນວັນທີ 5 ພະຈິກ 2026 ທີ່ຜ່ານມາ, ສປປ ລາວ ໄດ້ເຂົ້າຮ່ວມການເປັນສະມາຊິກເຄືອຂ່າຍພັນທະມິດດ້ານທຸລະກິດປະຊາສຳພັນໃນອາຊີ ຫຼື One Asia Communications (OAC) ໃນເວທີປຶກສາຫາລືດ້ານການສື່ສານ...

ແກ້ໄຂຫຼາຍບັນຫາ ນະຄອນຫຼວງວຽງຈັນ ແກ້ໄຂບັນຫາຄວາມທຸກຍາກ ການຂາດແຄນຄູສອນ ການບໍລິຫານຈັດການຂີ້ເຫຍື້ອ

ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ V ໄດ້ດໍາເນີນມາຮອດວັນທີ 13 ພະຈິກ 2026 ໄດ້ປິດລົງດ້ວຍຜົນສໍາເລັດອັນຈົບງາມ ພາຍໃຕ້ການເປັນປະທານຂອງ ທານ...

ກົດລະບຽບພາຍໃນ, ບໍ່ຈອດຊ້ອນຄັນ ຫຼື ກີດຂວາງທາງເຂົ້າ-ອອກ, ບໍ່ຈອງບ່ອນຈອດລົດສາທາລະນະດ້ວຍວັດຖຸ ແລະ ບໍ່ຫຼົບຫຼີກການຊຳລະຄ່າບໍລິການ.

ການຊອກຫາບ່ອນຈອດລົດໃນຕົວເມືອງຍັງກາຍເປັນບັນຫາທີ່ສ້າງຄວາມຫຍຸ້ງຍາກໃຫ້ແກ່ຜູ້ຂັບຂີ່ ໂດຍສະເພາະ ການຈອດລົດບໍ່ເປັນລະບຽບ, ທັງກີດຂວາງການສັນຈອນ ແລະ ສ່ຽງຕໍ່ການເກີດອຸບັດຕິເຫດ ເພື່ອແກ້ໄຂບັນຫາດັ່ງກ່າວ. ດັ່ງນັ້ນນະຄອນຫຼວງວຽງຈັນ (ນວ) ຈຶ່ງໄດ້ຮ່າງຂໍ້ຕົກລົງວ່າດ້ວຍ ການຄຸ້ມຄອງ ແລະ ພັດທະນາສະຖານທີ່ຈອດລົດ ເພື່ອວາງລະບຽບການຈອດລົດໃຫ້ເປັນລະບົບ...