Homeຂ່າວພາຍ​ໃນປືກສາຫາລືສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງໜີ້ສິນສາທາລະນະຢູ່ລາວ

ປືກສາຫາລືສ້າງຄວາມເຂັ້ມແຂງດ້ານການຄຸ້ມຄອງໜີ້ສິນສາທາລະນະຢູ່ລາວ

Published on

ທະນາຄານພັດທະນາອາຊີ ຫຼື ເອດີບີ ຮ່ວມກັບກະຊວງການເງິນຂອງລາວ ຈັດກອງປະຊຸມລະດັບສູງ ເພື່ອປືກສາຫາລືກ່ຽວກັບການສ້າງຄວາມເຂັ້ມແຂງທາງດ້ານການຄຸ້ມຄອງໜີສິນສາທາລະນະຢູ່ລາວ ໃນວັນທີ 4 ຫາວັນທີ 5 ຕຸລາ 2023ນີ້ ທີ່ໂຮງແຮມແລນມາກ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ ມີຜູ້ຕາງໜ້າ ຈາກ ກົມອາຊີຕາເວັນອອກສ່ຽງໄຕ້ຂອງທະນາຄານພັດທະນາອາຊີ ບັນດາ ສະຖານທູດປະຈໍາລາວ ຜູ້ຊ່ຽວຊານ ກະຊວງການເງິນ ທະນາຄານແຫ່ງ ສປປ ລາວ ບັນດາປະເທດຄູ່ຮ່ວມພັດທະນາ ສະຖາບັນການເງິນສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້ ໄດ້ສູມໃສ່ ກໍານົດການພົວພັນ ລະຫວ່າງການຄຸ້ມຄອງໜີ້ສິນສາທາລະນະ ແລະ ນະໂຍບາຍການເງິນ, ເງິນຕາ ເພື່ອຊ່ວຍສ້າງວິທີການຂອງລັດຖະບານທັງໝົດ ທີ່ແນ່ໃສ່ເພີ່ມທະວີການຄຸ້ມຄອງໜີ້ສິນສາທາລະນະ ການຖອດຖອນບົດຮຽນຈາກພາກພື້ນ ແລະ ສາກົນ ບັນດາເຈົ້າໜ້າທີ່ພາກລັດ ຜູ້ຕາງໜ້າພາກເອກະຊົນ ນັກຊ່ຽວຊານ ຄູ່ຮ່ວມພັດທະນາ ຈາກພາກພື້ນ ແລະ ສາກົນ ໄດ້ທົບທວນຄືນບົດຮຽນ ແລະ ຂໍ້ສະເໜີແກ່ລັດຖະບານລາວ ພິຈາລະນາເຂົ້າໃນແຜນການທີ່ຈະສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານການຄຸ້ມຄອງໜີ້ສິນສາທາລະນະ.

ທ່ານ ສຸລິວັດ ສຸວັນນະຈູມຄໍາ ຫົວໜ້າກົມຄຸ້ມຄອງໜີ້ສິນສາທາລະນະ ກະຊວງການເງິນໃຫ້ຮູ້ວ່າ : ໃນການປືກສາຫາລືໃນຄັ້ງນີ້ ຈະຊ່ວຍໃຫ້ລັດຖະບານກໍ່ຄືກະຊວງການເງິນ ໃນການກໍານົດມາດຕະການສະເພາະ ແລະ ເພີ່ມທະວີໃນການຄຸ້ມຄອງໜີ້ສິນສາທາລະນະໃຫ້ດີຂື້ນເປັນກ້າວ.

ນອກນີ້ ຍັງເນັ້ນໜັກ ເຖິງຄວາມຈໍາເປັນຕ້ອງຮັບປະກັນການແກ້ໄຂບັນຫາທີ່ຫຼີກລ່ຽງບໍ່ໄດ້ ລະຫວ່າງນະໂຍບາຍເງິນຕາ, ງົບປະມານ ນະໂຍບາຍທາງການເງິນ ແລະ ການຄຸ້ມຄອງໜີ້ສິນສາທາລະນະ ຕ້ອງໄດ້ຮັບການບູລະນະ ປັບປຸງ ແລະ ແກ້ໄຂ ນອກນີ້ ຍັງມີຄວາມຈໍາເປັນຫຼາຍ ໃນການຕິດຕາມກວດກາ ໜີ້ສິນ ພາກລັດຢ່າງຮອບດ້ານ ຖືກຕ້ອງ ທັນການ ແລະ ໂປ່ງໃສຫຼາຍຂື້ນໃນການຕິດຕາມໜີ້ສິນພາກລັດທັງໝົດ ການຄໍ້າປະກັນ ການປ່ອຍເງິນກູ້ຕໍ່ ພ້ອມທັງໜີ້ສິນສໍາຮອງຂອງບັນດາລັດວິສະຫະກິດ ແລະ ຈາກການລົງທືນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ , ຜ່ານມາລັດຖະບານລາວ ໄດ້ປະຕິບັດຫຼາຍມາດຕະການແກ້ໄຂຢ່າງຕໍ່ເນື່ອງ ເພື່ອຫຼຸດຜ່ອນອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ ເພື່ອຮັບມື ກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ການເພີ່ມຂື້ນຂອງອັດຕາເງິນເຟີ້ໃນທົ່ວໂລກ ເຊິ່ງໄດ້ກະທົບຕໍ່ການເຕີບໂຕຂອງເສດຖະກິດ ແລະ ກະທົບຕໍ່ມາດຕາສ່ວນໜີ້ສິນສາທາລະນະຕໍ່ ລວມຍອດຜະລິດຕະພັນພາຍໃນຂອງລາວ ກະຊວງການເງິນຍັງໄດ້ປະກອບສ່ວນເຂົ້າໃນການສັງລວມງົບປະມານໂດຍເພີ່ມການເກັບລາຍຮັບ ແລະ ຫຼຸດຜ່ອນລາຍຈ່າຍ.

ຜ່ານມາລັດຖະບານລາວ ໄດ້ປະຕິບັດຫຼາຍມາດຕະການແກ້ໄຂຢ່າງຕໍ່ເນື່ອງ ເພື່ອຫຼຸດຜ່ອນອັດຕາເງິນເຟີ້ ແລະ ຮັກສາສະຖຽນລະພາບຂອງອັດຕາແລກປ່ຽນ ເພື່ອຮັບມື ກັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ແລະ ການເພີ່ມຂື້ນຂອງອັດຕາເງິນເຟີ້ໃນທົ່ວໂລກ.

ແຫຼ່ງຂ່າວ Lao National Radio

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...