spot_img
Homeຂ່າວຕ່າງປະເທດລັດຖະມົນຕີກະຊວງກະສິກຳຂອງອິນໂດເນເຊຍລາອອກຕຳແໜ່ງ ຫຼັງຖືກກ່າວຫາວ່າສໍ້ລາດບັງຫຼວງ

ລັດຖະມົນຕີກະຊວງກະສິກຳຂອງອິນໂດເນເຊຍລາອອກຕຳແໜ່ງ ຫຼັງຖືກກ່າວຫາວ່າສໍ້ລາດບັງຫຼວງ

Published on

ລັດຖະມົນຕີກະຊວງກະສິກຳຂອງອິນໂດເນເຊຍ ຍື່ນໜັງສືລາອອກຈາກຕຳແໜ່ງ ໃນຂະນະການສອບສວນຄະດີສໍ້ລາດບັງຫຼວງ ຮັບສິນບົນພິຈາລະນາເລື່ອນຕຳແໜ່ງທີ່ກະຊວງ.

ອີງຕາມ The JakartaPost ຂອງອິນໂດເນເຊຍ ໄດ້ລາຍງານວ່າ: ໃນວັນທີ 5 ຕຸລາ 2023 ທ່ານ ຊະຍາລຸນ ລິມໂປ ລັດຖະມົນຕີກະຊວງກະສິກຳຂອງອິນໂດເນເຊຍ ຍື່ນໜັງສືລາອອກຈາກຕຳແໜ່ງເຖິງປະທານາທິບໍດີ ໂຈໂກ ວິໂດໂດ ໂດຍໃຫ້ເຫດຜົນວ່າ ເພື່ອເປັນການຕັ້ງໃຈທີ່ຈະປະເຊີນກັບຄະດີສໍ້ລາດບັງຫຼວງທີ່ຖືກກ່າວຫາວ່າອາດຈະມີສ່ວນພົວພັນ ແລະ ກຳລັງເລີ່ມມີການສືບສວນຄະດີ ແລະ ຫວັງມວນຊົນຈະຖືວ່າລາວບໍລິສຸດຈົນກວ່າຈະມີຄຳຕັດສິນຂອງສານ.

ການລາອອກໃນຄັ້ງນີ້ ມີຂຶ້ນຫຼັງຈາກຄະນະກຳມະການປາບປາມການສໍ້ລາດບັງຫຼວງ ຫຼື KPK ເປີດເຜີຍວ່າ ມີການຕິດສິນບົນທີ່ກ່ຽວຂ້ອງກັບການພິຈາລະນາເລື່ອນຕຳແໜ່ງໃນກະຊວງກະສິກຳ ລວມເຖິງໂຄງການສໍ້ໂກງໃນນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ.

ກ່ອນໜ້ານີ້ ລິມໂປ ຢູ່ໃນລະຫວ່າງການຢ້ຽມຢາມ ອິຕາລີ ແລະ ສະເປນ ເມື່ອເຈົ້າໜ້າທີ່ເຂົ້າກວດບ້ານພັກຂອງລາວໃນນະຄອນຫຼວງຈາກາຕາກໍພົບປືນ 12 ກະບອກ ທະນາບັດຫຼາຍສະກຸນເງິນ ມູນຄ່າ 30.000 ລ້ານລູເປຍ ນອກນີ້ກໍຍັງຍຶດເອກະສານສຳຄັນຫຼາຍສະບັບ.

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...