Homeຂ່າວພາຍ​ໃນເຊກອງສືບຕໍ່ລະດົມທຶນພັດທະນາໃຫ້ໄດ້ 1.600 ຕື້ກວ່າກີບ

ເຊກອງສືບຕໍ່ລະດົມທຶນພັດທະນາໃຫ້ໄດ້ 1.600 ຕື້ກວ່າກີບ

Published on

ທ່ານ ສາກົນ ພອນປະເສີດ ຫົວໜ້າພະແນກແຜນການ ແລະ ການລົງທຶນ (ຜທ) ແຂວງເຊກອງ ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ II ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 2 ປີເຄິ່ງທ້າຍສະໄໝ ແຂວງເຊກອງ ຈະສືບຕໍ່ລະດົມແຫຼ່ງທຶນເຂົ້າໃນການພັດທະນາພື້ນຖານໂຄງລ່າງໃຫ້ໄດ້ທັງໝົດ 1.649,81 ຕື້ກີບ, ໃນນີ້ ການລົງທຶນຂອງລັດ 64,43 ຕື້ກີບ, ທຶນຊ່ວຍເຫຼືອ ແລະ ກູ້ຢືມ 92,09 ຕື້ກີບ, ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ 1.649,81 ຕື້ກີບ.

ທ່ານຫົວໜ້າພະແນກ ຜທ ແຂວງເຊກອງ ຍັງໃຫ້ຮູ້ອີກວ່າ: ເພື່ອຮັບປະກັນໃຫ້ການລະດົມແຫຼ່ງທຶນ ບັນລຸໄດ້ຕາມແຜນການໃນແຕ່ລະກຸ່ມເປົ້າໝາຍນັ້ນ, ກ່ອນອື່ນໝົດຕ້ອງຕັ້ງໜ້າສ້າງ ແລະ ປັບປຸງບັນຍາກາດເອື້ອອໍານວຍຄວາມສະດວກໃຫ້ແກ່ການລົງທຶນຂອງພາກເອກະຊົນພາຍໃນ ແລະ ຕ່າງປະເທດ; ສືບຕໍ່ປັບປຸງກົນໄກການບໍລິການລົງທຶນປະຕູດຽວໃຫ້ມີຄວາມວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນ; ສ້າງບັນຊີຮຽກການລົງທຶນ, ສືບຕໍ່ໂຄສະນາດຶງດູດການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດໃຫ້ກວ້າງຂວາງ; ເອົາໃຈໃສ່ຕິດຕາມຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ແກ່ບັນດາໂຄງການລົງທຶນທີ່ໄດ້ອະນຸມັດໄປແລ້ວ ຕົ້ນຕໍແມ່ນໂຄງການຂະໜາດກາງ ແລະ ຂະໜາດໃຫຍ່ ໃຫ້ສາມາດດໍາເນີນກິດຈະການໄປຕາມແຜນການ ແລະ ສັນຍາທີ່ໄດ້ກໍານົດໄວ້; ເຄັ່ງຄັດປະຕິບັດຕາມກົດໝາຍ ແລະ ສັນຍາຕໍ່ບັນດາໂຄງການທີ່ແກ່ຍາວ, ບໍ່ມີຄວາມຄືບໜ້າ ແລະ ຖ່ວງດຶງເວລາ.

ທັງນີ້, ກໍເພື່ອເຮັດໃຫ້ເສດຖະກິດມີການຂະຫຍາຍຕົວ ຕາມຄາດໝາຍແຜນການວາງໄວ້ ແລະ ຮັບປະກັນໃຫ້ເສດຖະກິດມະຫາພາກມີຄວາມໝັ້ນທ່ຽງ; ໃນໄລຍະກາງສະໄໝຜ່ານມາ ແຂວງເຊກອງ ສາມາດລະດົມແຫຼ່ງທຶນເຂົ້າໃນການພັດທະນາ 1.473,19 ຕື້ກີບ ປະຕິບັດໄດ້ 47,17% ຂອງແຜນການ.

ໃນນີ້, ການລົງທຶນຂອງລັດ 184,57 ຕື້ກີບ; ທຶນຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) 219,91 ຕື້ກີບ; ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ 1.068,71 ຕື້ກີບ ໂດຍທຸກໆແຫຼ່ງທຶນທີ່ແຂວງລະດົມໄດ້ນັ້ນ ແມ່ນສຸມໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ສ້າງສິ່ງອໍານວຍຄວາມສະດວກໃຫ້ແກ່ວຽກງານການຄ້າ, ການລົງທຶນ ແລະ ການບໍລິການດ້ານຕ່າງໆ ເຮັດໃຫ້ເສດຖະກິດ-ສັງຄົມຂະຫຍາຍຕົວ ແລະ ປະຊາຊົນມີຊີວິດການເປັນຢູ່ນັບມື້ດີຂຶ້ນເປັນກ້າວໆ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...