spot_img
Homeຂ່າວການຢ້ຽມຢາມເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ລາວ-ບຣູໄນ

ເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ລາວ-ບຣູໄນ

Published on

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ, ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມທາງລັດຖະກິດ ທີ່ ສປປ ລາວ ແຕ່ວັນທີ 2-4 ຕຸລາ 2023, ເພື່ອເພີ່ມທະວີຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ທ່າມກາງການສະເຫຼີມສະຫຼອງການສ້າງຕັ້ງສາຍພົວພັນການທູດລະຫວ່າງສອງປະເທດ ລາວ-ບຣູໄນ ຄົບຮອບ 30 ປີ.

ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດ ທີ່ ທໍານຽບປະທານປະເທດ ໃນຕອນເຊົ້າຂອງວັນທີ 3 ຕຸລາ 2023. ພາຍຫຼັງສໍາເລັດພິທີ, ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ແຫ່ງ ບຣູໄນ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງທັງສອງປະເທດ ພົບປະສອງຝ່າຍຢ່າງເປັນທາງການ ເພື່ອປຶກສາຫາລື ແລະ ທົບທວນຄືນການພົວພັນຮ່ວມມືສອງຝ່າຍ ໃນໄລຍະ 30 ປີຜ່ານມາ ພ້ອມທັງກໍານົດທິດທາງການຮ່ວມມືໃນຕໍ່ໜ້າ.

ຖືໄດ້ວ່າປັນການເດີນທາງຢ້ຽມຢາມລັດຖະກິດ ຄັ້ງທີ 3 ທີ່ ສປປ ລາວ ນັບແຕ່ສອງປະເທດ ໄດ້ສ້າງຕັ້ງສາຍພົວພັນການທູດຮ່ວມກັນ ໃນປີ 1993, ພ້ອມດຽວກັນນີ້ ພະນະທ່ານ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ປະຊາຊົນລາວບັນດາເຜົ່າ ສະແດງຄວາມຂອບໃຈ ຕໍ່ການສະໜັບສະໜູນຊ່ວຍເຫຼືອຂອງ ລັດຖະບານ ບຣູໄນ ໃຫ້ແກ່ ສປປ ລາວ ໃນຕະຫຼອດໄລຍະຜ່ານມາ ໂດຍສະເພາະໃນຂົງເຂດການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດ ລວມທັງການເປັນປະທານອາຊຽນຂອງ ສປປ ລາວ ໃນຄັ້ງຜ່ານມາ ແລະ ໃນປີ 2024 ທີ່ຈະມາເຖິງນີ້.

ໃນໂອກາດພົບປະຄັ້ງນີ້, ຜູ້ນໍາສອງປະເທດ ລາວ-ບຣູໄນ ໄດ້ແຈ້ງສະພາບການພັດທະນາເສດຖະກິດ-ສັງຄົມ ພາຍໃນປະເທດໂດຍຫຍໍ້ ໃຫ້ກັນຊາບ, ໄດ້ຕີລາຄາສູງຕໍ່ການພົວພັນດ້ານການເມືອງຂອງສອງປະເທດ ທີ່ຢູ່ບົນພື້ນຖານຄວາມເຂົ້າອົກເຂົ້າໃຈກັນ, ມີຄວາມເຊື່ອໝັ້ນ, ສະໜັບສະໜູນ ແລະ ແລກປ່ຽນທັດສະນະເຊິ່ງກັນ ແລະ ກັນ ຢູ່ເວທີພາກພື້ນ ແລະ ສາກົນ, ພ້ອມທັງມີການແລກປ່ຽນຢ້ຽມຢາມກັນຢ່າງເປັນປົກກະຕິຂອງການນໍາຂັ້ນສູງຂອງສອງປະເທດ ມາໂດຍສະຫຼອດ, ພິເສດ ໃນໂອກາດສະເຫຼີມສະຫຼອງ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລາວ-ບຣູໄນ ແລະ ໃນໂອກາດການຢ້ຽມຢາມທາງລັດຖະກິດຂອງ ສົມເດັດ ຊຸນຕານ ແຫ່ງ ບຣູໄນ ໃນຄັ້ງນີ້, ສອງປະເທດ ໄດ້ເຫັນດີເປັນເອກະພາບກັນ ຍົກລະດັບການພົວພັນຂຶ້ນເປັນ ຄູ່ຮ່ວມຍຸດທະສາດ ແລະ ສອງຝ່າຍ ໄດ້ເຫັນດີຈະສືບຕໍ່ສົ່ງເສີມການຮ່ວມມືດ້ານເສດຖະກິດ ກໍຄື ການຄ້າ ແລະ ການລົງທຶນ ໃຫ້ຫຼາຍຂຶ້ນ ໂດຍສະເພາະແມ່ນຂະແໜງການທີ່ສອງຝ່າຍມີທ່າແຮງ ເປັນຕົ້ນແມ່ນ ການບໍລິການຂົນສົ່ງ, ການກະສິກໍາສະອາດ, ການຜະລິດສິນຄ້າເພື່ອສົ່ງອອກ, ພະລັງງານ, ການທ່ອງທ່ຽວສີຂຽວ ແລະ ອື່ນໆ.

ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ ກໍໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້ ແລະ ສະແດງຄວາມປິຕິຍິນດີເປັນຢ່າງຍິ່ງທີ່ ລັດຖະບານ ແຫ່ງ ສປປ ລາວ ໄດ້ຕົກລົງເຫັນດີປະດັບຫຼຽນຄໍາແຫ່ງຊາດ ໃຫ້ຕົນເອງໃນຄັ້ງນີ້, ເຊິ່ງສະແດງເຖິງການພົວພັນຮ່ວມມືສອງຝ່າຍ ມີຄວາມໃກ້ຊິດກັນຫຼາຍຂຶ້ນ. ສົມເດັດ ຊຸນຕານ ຢືນຢັນວ່າ ບຣູໄນ ຈະສືບຕໍ່ສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ ໃນປີ 2024 ໃຫ້ມີຜົນສໍາເລັດຢ່າງຈົບງາມ.

ພາຍຫຼັງສໍາເລັດການພົບປະ, ພະນະທ່ານ ທອງລຸນສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ ກໍໄດ້ຮ່ວມກັນລົງນາມ ຖະແຫຼງການຮ່ວມ ວ່າດ້ວຍ ຄູ່ຮ່ວມຍຸດທະສາດ ລາວ-ບຣູໄນ. ຫຼັງຈາກນັ້ນ, ພະນະທ່ານ ທອງລຸນ ສີສຸລິດ ກໍໄດ້ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ປະດັບຫຼຽນຄໍາແຫ່ງຊາດ ໃຫ້ແກ່ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບຍເກຍ ແຫ່ງ ບຣູໄນ, ເພື່ອເປັນການສ່ອງແສງໃຫ້ເຫັນເຖິງຄວາມຮູ້ບຸນຄຸນອັນເລິກເຊິ່ງ, ເປັນການຍ້ອງຍໍສັນລະເສີນ ແລະ ການຕີລາຄາສູງຂອງ ລັດຖະບານ ແລະ ປະຊາຊົນລາວບັນດາເຜົ່າ ຕໍ່ການປະກອບສ່ວນຂອງ ສົມເດັດ ຊຸນຕານ ທີ່ຍາມໃດກໍ່ເອົາໃຈໃສ່ຖະນຸບໍາລຸງ ແລະ ເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດ ຕະຫຼອດໄລຍະ 30 ປີຜ່ານມາ ພ້ອມທັງໃຫ້ການສະໜັບສະໜູນ ໃຫ້ແກ່ ສປປ ລາວ ມາໂດຍຕະຫຼອດ.

ໃນຕອນເຊົ້າຂອງວັນດຽວກັນ, ສົມເດັດ ຊຸນຕານ ແລະ ຄະນະ ກໍໄດ້ໄປວາງພວງມາລາ ຢູ່ ອະນຸສາວະລີນັກຮົບນິລະນາມ ເພື່ອສະແດງຄວາມເຄົາລົບ ແລະ ລະນຶກເຖິງອ້າຍນ້ອງທະຫານນັກຮົບ ທີ່ໄດ້ຕໍ່ສູ້ເສຍສະຫຼະເລືອດເນື້ອ ເພື່ອປະເທດຊາດ ແລະ ປະຊາຊົນ ໃນສະໄໝສົງຄາມ. ໃນຕອນຄໍ່າຂອງວັນດຽວກັນ, ສົມເດັດ ຊຸນຕານ ກໍໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ຈັດໂດຍ ພະນະທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ.

ແຫຼ່ງຂ່າວ ປະຊາຊົນ

ບົດຄວາມຫຼ້າສຸດ

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...

ພິທີປະກາດຊື່ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ – ສປປ ເກົາຫຼີ ແລະ ປາຖະກະຖາວັນສ້າງຕັ້ງພັກແຮງງານເກົາຫຼີ ຄົບຮອບ 80 ປີ

ສະມາຄົມມິດຕະພາບລາວ - ສປປ ເກົາຫຼີ, ໂຮງຮຽນມັດທະຍົມສົມບູນມິດຕະພາບລາວ - ສປປ ເກົາຫຼີ ຮ່ວມກັບສະຖານເອກອັກຄະລັດຖະທູດແຫ່ງ ສປປ ເກົາຫຼີ ປະຈຳ ສປປ ລາວ...

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ຢ່າງເປັນທາງການ

ໄຂກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025. ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນກັນຍາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 9 ຕຸລາ 2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ...