spot_img
Homeຊີວິດແລະຄວາມຮັກເນື້ອຄູ່ຂອງທ່ານ ຈັດຢູ່ໃນແບບໃດ? ອ່ານເບິ່ງ!!

ເນື້ອຄູ່ຂອງທ່ານ ຈັດຢູ່ໃນແບບໃດ? ອ່ານເບິ່ງ!!

Published on

740412-topic-ix-0

ເນື້ອຄູ່ນັ້ນ ຕາມຄວາມຈິງແລ້ວ ມີທັງຄູ່ບຸນຄູ່ບາບ ແລະມີທັງຄູ່ຢູ່ກິນນຳກັນຢ່າງມີຄວາມສຸກ ຖືໄມ້ເທົ້າຍອດທອງ ກະບອງຍອດເພັດ ມີລູກເຕັມບ້ານ ຫຼານເຕັມເມືອງ ແລະມີທັງຄູ່ທຸກຄູ່ຍາກ ຍິ່ງູຢູ່ຍິ່ງຍາກໄຮ້ເຂັນໃຈ ເຊິ່ງສາມາດຈຳແນກໄດ້ 4 ປະເພດຄື:

1. ເນື້ອຄູ່ແບບຜີຢູ່ກັບສາງ: ໝາຍເຖິງຄູ່ຄອງທີ່ທັງຍິງແລະຊາຍ ເປັນຄົນບໍ່ດີທັງສອງ ທັງຂີ້ລັກ ມັກເຫຼົ້າ ເຝົ້າການພະນັນ ມັກຫຼິນ ມັກທ່ຽວ ຂີ້ໂກງ ຫຼອກລວງ ຂີ້ຄ້ານ ບໍ່ຫາວຽກເຮັດ ແລະອື່ນໆ ເຂົ້າທຳນອງ ຍິງຮ້າຍ ຊາຍເລງ.

2. ເນື້ອຄູ່ແບບຜີຢູ່ກັບເທບ: ໝາຍເຖິງ ຝ່າຍຊາຍເປັນຄົນບໍ່ດີ ຫຼາຍໃຈ ຜິດສິນຕະຫຼອດ ມັກຂີ້ຕົວ ຫຼອກລວງ ການພະນັນ ກິນເຂົ້າ ສູບຢາ ມີເມຍນ້ອຍຫ້ອຍເມຍປາຍ ສາລະພັດຄວາມຊົ່ວ. ສ່ວນຝ່າຍຍິງເປັນຄົນຢູ່ໃນສິນກິນໃນທຳ ນິໄສໃຈຄໍດີ ອາດຈະຖືສິນເປັນປະຈຳ ບໍ່ມັກເຮັດບາບ ມັກໃຫ້ອະໄພ ອາດຈະເປັນຍິງທີ່ມາຈາກຄອບຄົວດີ ມີຖານະ ຮູບຮ່າງໜ້າຕາດີ ເຂົ້າທຳນອງ ຊາຍຊົ່ວກັບແມ່ພະ.

3. ເນື້ອຄູ່ແບບເທບຢູ່ກັບຜີ: ໝາຍເຖິງ ຝ່າຍຊາຍເປັນຄົນດີ ຢູ່ໃນສິນກິນໃນທຳ ມັກເຮັດບຸນ ສຳລວມວາຈາໃຈ ຮັກຄວາມສະຫງົບ ປ່ອຍວາງ ບໍ່ຫຼາຍໃຈ ໃຫ້ອະໄພສະເໝີ ມັກສຶກສາຫາຄວາມຮູ້ ເປັນຄົນທຳມະທຳໂມ ມັກໄປວັດຟັງທຳ. ສ່ວນຝ່າຍຍິງ ກົງກັນຂ້າມໝົດທຸກຢ່າງ ເອີ້ນໄດ້ວ່າ ເປັນຮອຍກ່ານດຳເທິງຜ້າຂາວ ເປັນນັກບຸນກັບຄົນບາບນັ້ນເອງ.

4. ເນື້ອຄູ່ແບບເທບຢູ່ກັບເທບ: ໝາຍເຖິງທັງຝ່າຍຍິງແລະຊາຍ ຕ່າງກໍເປັນຄົນດີ ມີສິນທຳ ປະຕິບັດທຳ ມັກການເຮັດບຸນສິນກິນທານ ມັກຊ່ວຍເຫຼືອສັງຄົມ ບໍ່ຕິດສຸລາ ຢາເມົາ ບໍ່ນອກໃຈກັນ ຄູ່ຊະນິດນີ້ສົມກັນ ເພິ່ນຈຶ່ງເອີ້ນວ່າ ຄູ່ສ້າງ ຄູ່ສົມ ຢູ່ນຳກັນແລ້ວມີຄວາມສຸກ ມີຄວາມຈະເລີນຮຸ່ງເຮືອງ ຜູ້ຄົນນັບໜ້າຖືຕາ.

ທ່ານຜູ້ອ່ານໄດ້ອ່ານໝົດແລ້ວ ລອງເບິ່ງໂຕເອງເບິ່ງ ວ່າຄູ່ຂອງທ່ານັ້ນ ຈັດຢູ່ໃນແບບໃດ?

ຖ້າອ່ານແລ້ວຮູ້ສຶກຈັ່ງໃດ ປະກອບຄຳຄິດເຫັນແດ່ເດີ! ແລະຢ່າລືມບອກໝູ່ເພື່ອນຂອງທ່ານ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...