Homeຂ່າວລົດໄຟລາວ-ຈີນກຽມເພີ່ມຂະບວນລົດໄຟ EMU ອີກ 1 ຂະບວນ ເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ

ກຽມເພີ່ມຂະບວນລົດໄຟ EMU ອີກ 1 ຂະບວນ ເພື່ອຮອງຮັບຜູ້ໂດຍສານທີ່ເພີ່ມຂຶ້ນ

Published on

ບໍລິສັດທາງລົດໄຟລາວ-ຈີນ ຈັດຊື້ລົດໄຟ EMU ເພີ່ມອີກຫນຶ່ງ 1 ຂະບວນ, ຄາດວ່າຈະເດີນທາງມາເຖີງ ສປປ ລາວ ໃນໄວໆ ນີ້.
ທ່ານ ອານົງເດດ ເພັດໄກສອນ, ຮອງຜູ້ອໍານວຍການບໍລິສັດທາງລົດໄຟລາວ-ຈີນ ໃຫ້ສໍາພາດຕໍ່ສື່ມວນຊົນລາວ- ຈີນ ໃນວັນທີ 20 ກັນຍາ 2023 ທີ່ສະຖານີລົດໄຟຫລວງພະບາງ ວ່າ: ລົດໄຟ EMU ທີ່ຈັດຊື້ມາໃຫມ່ນີ້ ເພື່ອເອົາມາຮອງຮັບການຂົນສົ່ງໂດຍສານ ທັງສາຍພາຍໃນ ແລະສາຍສາກົນ ເພື່ອຮອງຮັບການເພີ່ມຂື້ນຂອງຜູ້ໂດຍສານ ໂດຍສະເພາະໃນໂອກາດປີທ່ອງທ່ຽວລາວ 2024 ທີ່ຈະມາເຖີງນີ້.

ປັດຈຸບັນ ບໍລິສັດທາງລົດໄຟລາວ-ຈີນ ບໍລິການລົດໄຟໂດຍສານທັງຫມົດ ຈໍານວນ 5 ຂະບວນຂະບວນຕໍ່ວັນ, ໃນນີ້ ມີຂະບວນ EMU ຈໍານວນ 4 ຂະບວນ ແລະ ອີກ 1 ຂະ ບວນແມ່ນຂະບວນທໍາມະດາ.

ອິງຕາມຂໍ້ມູນຈາກບໍລິສັດທາງລົດໄຟລາວ-ຈີນ, ນັບແຕ່ມື້ເປີດນໍາໃຊ້ລົດໄຟ ລາວ – ຈີນ ມາຮອດ ວັນທີ 17 ກັນຍາ 2023 ໄດ້ຂົນສົ່ງຜູ້ໂດຍສານທັງຫມົດຈຳນວນ 3.197.600 ຄົນ, ສະເລ່ຍ 4.889ຄົນ/ມື້ ແລະ ສະຖິຕິສູງ ສຸດ 10.197ຄົນ/ມື້.
ໃນນີ້ ສະເພາະພາຍໃນປີ 2023 ມາຮອດວັນທີ 17 ກັນ ຍານີ້ ສາມາດຂົນສົ່ງໂດຍສານໄດ້ຈຳນວນ 1.759.900 ເທື່ອຄົນ ເພີ່ມຂຶ້ນ 103,7% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2022, ຂົນສົ່ງໂດຍສານສະເລ່ຍ 6.768 ຄົນ/ມື້. ໃນນີ້ນັບແຕ່ໄດ້ເປີດບໍລິການຂະບວນລົດໄຟຂ້າມແດນນັບແຕ່ວັນທີ 13 ເມສາ 2023 ເປັນຕົ້ນມາ ໄດ້ຂົນສົ່ງຜູ້ໂດຍ ສານຂ້າມແດນບັນລຸໄດ້ 61.698 ຄົນ. ໃນນັ້ນຈຳນວນຜູ້ໂດຍສານເດີນທາງອອກນອກປະເທດ ຈຳນວນ 31.781ຄົນ, ສະເລ່ຍ 201 ຄົນ/ມື້ ແລະ ຜູ້ໂດຍສານທີ່ເດີນທາງເຂົ້າມາລາວຈຳນວນ 29.917 ຄົນ, ສະເລ່ຍ 190 ຄົນ/ມື້.

ທີ່ມາ: ວິທະຍຸກະຈາຍສຽງແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...