spot_img
Homeນານາສາລະສິ່ງ​ທີ່​ມັກ​ພາດ..... ໃນ​ການ​ແຕ່ງ​ຕົວ​ຂອງ​ທ່ານຍິງ

ສິ່ງ​ທີ່​ມັກ​ພາດ….. ໃນ​ການ​ແຕ່ງ​ຕົວ​ຂອງ​ທ່ານຍິງ

Published on

page3

1. ໃສ່​ເສື້ອ​ຄໍ​ເລິກ ໂຊໜ້າ​ເອິກ​ຫລາຍ​ເກີນ​ໄປ ຍິ່ງ​ເປັນ​ເສື້ອ​ຄໍ​ເລິກ ທີ່​ລົງ​ຈົນ​ເຫັນ​ຮ່ອງ​ເອິກ ຫລື ​ທັງ​ເລິກ​ທັງ​ກວ້າງ​ຈົນ​ໂຊເ​ອິກ​ແລ້ວ​ເກືອບ​ເຄິ່ງ​ໜຶ່ງ ເບິ່ງ​ແນວໃດກໍ​ບໍ່​ເຫັນ​ງາມ
2. ແຟ​ຊັ່ນ​ລ້າ​ສະໄໝ ບໍ່​ໄດ້​ວ່າ​ຫຍັງ​ຖ້າ​ເຈົ້າ​ເປັນ​ຄົນ​ບໍ່​ຕາມ​ກະ​ແສ​ແຟ​ຊັ່ນ (ອັນ​ທີ່​ຈິງ​ນັບ​ວ່າ​ເປັນ​ເລື່ອງ​ດີ​​ທີ່​ບໍ່​ບ້າ​ແຟ​ຊັ່ນ) ແຕ່​ຢ່າງ​ນ້ອຍ​ກໍ​ຕ້ອງ​ເບິ່ງ​ໃຫ້​ມັນ​ເໝາະ​ສົມ​ກັບ​​​ສັງຄົມ​ນຳ ບາງ​ຄົນ​ຢຶດ​ຕິດ​ກັບ​ການ​ແຕ່ງ​ຕົວ​ສະ​ໄຕ​ເກົ່າໆ ຫລາຍ​ເກີນ​ໄປ​ບໍ່​ວ່າ​ຈະ​ອາ​ຍຸ​ເທົ່າ​ໃດ ​ຫລື ​ເວລາ​ຜ່ານ​ໄປ​ຫລາຍ​ປີ​ແລ້ວ​ກໍ​ຕາມ ເຮັດໃຫ້​ເບິ່ງ​ເຊີຍ​ແບບສຸດໆ ລອງ​ປ່ຽນ​ເປັນ​ໃສ່​ເສື້ອ​ຜ້າ​ຕາມ​ປົກກະຕິ ແລ້ວ​ແຊກ​ເສື້ອ​ຜ້າ​ແຟ​ຊັ່ນ​ຍຸກ​ເກົ່າ​ສະ​ໄຕ​ທີ່​ເຈົ້າ​ມັກ​ລົງ​ໄປ​ນຳ ແບບ​ນີ້​ຈະ​ໜ້າ​ເບິ່ງ​ກວ່າ​
3. ເສື້ອ​ຜ້າ​ບໍ່​ພໍ​ດີ​ຕົວ ເສື້ອ​ຜ້າ​ທີ່​ຄັບ​ເກີນໄປ ຫລື ​ຫລົມເກີນ​ໄປ ໃສ່​ແລ້ວ​ກໍ​ຍິ່ງ​ເຮັດໃຫ້​ບຸກຄະລິກ​ເບິ່ງ​ບໍ່ງາມ​​ ແຖມ​ເຄື່ອນ​ໄຫວ​ຕົວ​ກໍ​ບໍ່​ສະ​ດວກ​ອີກ​ຕ່າງ​ຫາກ
4. ໃສ່​ເຄື່ອງ​ປະ​ດັບ​ຫລາຍເກີນ​ໄປ ນອກ​ຈາກ​ຈະ​ໃສ່ສາຍຄໍເສັ້ນ​ໜາ​ຢູ່​ແລ້ວ ຍັງ​ໃສ່ປອກແຂນ​ເປັນ​ພວງ,ໃສ່​ແຫວນ ເຮັດໃຫ້ມັນຫລາຍ​ເກີນ​ໄປ
  5. ເສື້ອ-ກະ​ໂປງ ຂໍ້​ຜິດ​ພາດ​ທີ່​ໜ້າ​ອາຍ​ຫລາຍ​ ສຳລັບ​ທ່ານຍິງ ຄື​ການ​ໃສ່​ເສື້ອ​ ຫລື​ ກະ​ໂປງ​ບາງໆ ຫລື ​ມີ​ເນື້ອ​ແພຕິດໂຕ​ຈົນ​ເຫັນ​ຂອບ​ສະຫລິບ (ໂດຍ​ສະເພາະ​ກັບ​​ເລກ​ກິ້ງ ) ບາງ​ທີ​ຄົງ​ຕ້ອງ​ເລືອກ​ສະຫລິບ​ທີ່​ຂອບ​ບາງໆ ຫລື​ ໃສ່​ແບບ​ເກັບ​ຂອບ​ເພື່ອ​ໃຫ້​ເໝາະ​ກັບ​ເສື້ອ​ຜ້າ​ແບບນີ້​ໂດຍ​ສະເພາະ
6. ໜ້າ​ໂຊມ ຕໍ່​ໃຫ້​ເຄື່ອງ​ສຳ​ອາງ​ທີ່​ເຈົ້າ​ໃຊ້​ນັ້ນ​ຕິດ​ທົນ​ດົນ ກັນ​ນ້ຳ ກັນ​ເຫື່ອ ດີ​ເທົ່າໃດ ການ​ເຊັກ​ຄວາມ​ຮຽບຮ້ອຍ​ຂອງ​ເມກ​ອັບ ແລະ ​ການ​ເຕີມ​ໜ້າ​ລະຫວ່າງ​ມື້​ຈັກ 1 ເທື່ອ ກໍ​ເປັນ​ເລື່ອງ​ທີ່​ທ່ານ​ຍິງ​ຜູ້​ຮັກ​ການ​ແຕ່ງ​ໜ້າ ​ແລະ ​ຕ້ອງ​ການເຮັດໃຫ້​ຕົວ​ເອງ​ເບິ່ງ​ດີ​ຕະຫລອດ​ເວລາ​ຄວນ​ຈະເຮັດ ເຊື່ອ​​ວ່າ​ຮ້ອຍ​ທັງ​ຮ້ອຍ​ຂອງ​ຜູ້ຍິງ ບໍ່​ມີ​ໃຜ​ແຕ່ງ​ໜ້າ​ເປ໊ະ​ຕັ້ງ​ແຕ່​ເຊົ້າ ແລ້ວ​ງາມ​ຕະຫລອດ​ລອດ​ຝັ່ງ​ໄປ​ເຖິງ​ຕອນ​ແລງ​ໂດຍ​ບໍ່​ຕ້ອງ​ເຕີມ​ເຄື່ອງ​ສຳ​ອາງ​ໄດ້​ດອກ
  7. ແຕ່ງ​ຕົວ​ໄປ​ເຮັດວຽກ​ຄືກັບ​ໄປ​ຍ່າງ​ແຟ​ຊັນ ການ​ແຕ່ງ​ຕົວ​ໄປ​ເຮັດວຽກ​ຢ່າງໃດ​ກໍ​ຕ້ອງ​ໃຫ້​ເບິ່ງ​ດີ​ເຂົ້າ​ໄວ້ ແຕ່​ນັ້ນ​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຈົ້າ​ຕ້ອງ​ເບິ່ງ​ດີ​ແຍ່ງ​ປານກັບ​ນາງ​ແບບ​ເທິງ​ເວທີ ມັນ​ເບິ່ງ​ມີ​ລູກ​ຫລິ້ນ​ຫລາຍ​ເກີນ​ໄປ​ສຳລັບ​ສາວ​ຫ້ອງການ ຍົກ​ເວັ້ນ​ເສຍ​ແຕ່​ວ່າ​ເຈົ້າ​ຕ້ອງ​ເຮັດວຽກ​ທີ່​ກ່ຽວກັບ​ແຟ​ຊັ່ນ​ ຫລື ​ການ​ແຕ່ງ​ຕົວ​ຢູ່​ແລ້ວ
8. ເກີບຫົວ​ແຫລມ​ ເກີບຕີນ​ຫົວ​ແຫລມ​ລຽວ​ນ້ອຍ​ອາດ​ເຮັດໃຫ້​ເຈົ້າ​ເບິ່ງ​ເປັນ​ສາວ​​ໝັ່ນໃຈ ແຕ່​ເຊື່ອ​ບໍ​ວ່າ​ທ່າມ​ກາງ​ສາຍ​ຕາ​ທີ່ເບິ່ງ​ມາ ໃນ​ໃຈ​ເຂົາ​ບໍ່​ໄດ້​ຊື່ນ​ຊົມ​ເຈົ້າ​ດອກ​ ອອກ​ຈະ​ເບິ່ງ​ດ້ວຍ​ຄວາມ​ຮູ້ສຶກ​ວ່າ “ກ້າ​ເນາະທີ່ໃສ່​ເກີບ​ແບບ​ນີ້” ທີ່​ສຳຄັນ​ມັນ​ຍັງ​ບີບ​ນິ້ວ​ຕີນ​ຂອງ​ເຈົ້າ​ໃສ່​ໄປ​ເລື້ອຍໆ ອາດ​ມີ​ບັນຫາ​ເລື່ອງ​ກະດູກ ປວດ​ນິ້ວ ຊົງ​ຕົວ​ລຳ​ບາກ ລວມ​ເຖິງ​ໜັງ​ສ່ວນ​ທີ່​ຖືກ​ບີບ​ເລື້ອຍໆ ກໍ​ຈະ​ໜາ​ຂຶ້ນ​ ແລະ ​ດ້ານ​ໄດ້
9. ເກີບເປື້ອນ ​ກໍ​ເປັນ​ອີກ​ເລື່ອງ​ໜຶ່ງ​ທີ່​ເຮັດໃຫ້​ຜູ້ຍິງ​ເສຍ​ບຸກຄະລິກ​ໄດ້​ຫລາຍ​ທີ່ສຸດ ເກີບ​ສົ້ນ​ສູງ​ຍໍ່ໆ ແຫ້ງໆ ທັງ​ດຳ​ທັງ​ໂຊມ ແຖມ​ຍັງ​ຫລຸດ​ລຸ່ຍ​ອີກ​ຕ່າງ​ຫາກ ຫລື ເກີບ​ຜ້າ​ໃບ​ເນົ່າ​ໆ ຖ້າ​ມັນ​ເປື້ອນ​ກໍ​ຊັກ​ເຮັດ​ຄວາມ​ສະ​ອາດ​ແດ່​ ແຕ່​ຖ້າ​ໂຊມ​ຈົນ​ເກີນ​ຍຽວ​ຢາ ກໍ​ຫາ​ຊື້​ຄູ່​ໃໝ່​ໃສ່
  10. ຊຸດ​ວາບ​ຫວິວ​ເກີນ​ໄປ ຊຸດ​​ໃສ່​ອອກ​ກຳ​ລັງ​ກາຍ ບໍ່​ວ່າ​ຈະ​ແລ່ນ​ຈັອກ​ກິ້ງ ຫລິ້ນ​ໂຍ​ຄະ ຫລື ​ເຕັ້ນ​ແອ​ໂລ​ບິກ ຄວນ​ໃສ່​ໃຫ້​ລັດ​ກຸມ​ແຕ່​ບໍ່​ລັດ​ຮູບ​ເວົ້າ​ແຫວກ​ເກີນ​ງາມ ມັນ​ບໍ່​ໄດ້​ເຮັດໃຫ້​ເຈົ້າ​ເບິ່ງ​ມີ​ເໜ່ຂຶ້ນ​ເລີຍ
11. ເລືອກ​ໃຊ້​ແຕ່​ຂອງ​ແບ​ນຫລູ ເຈົ້າ​ຈະ​ຄິດ​ແນວໃດ​ຖ້າ​ເຈີ​ຄົົນທີ່​ແຕ່ງ​ຕົວ​ຕັ້ງ​ແຕ່​ຫົວ​ຈຳ​ຕີນ ເຕັມ​ໄປ​ດ້ວຍ​ຂອງ​ແບ​ລນ​ເນມ​ສາລະພັດ​ຍີ່​ຫໍ້ ເບິ່ງ​ຢ່າງໜື່ງກໍ​ຄື​ຄົນ​ແຕ່ງ​ຕົວ​ບໍ່​ເປັນ​ຫລາຍກວ່າ​ຄົນ​ມີ​ລົດສະ​ນິຍົມ ລອງ​ປ່ຽນ​ເປັນ​ເລືອກ​ເອົາ​ແບ​ລນ​ຫລູ​ຈັກ​ອັນ​ມາ​ເປັນ​ຕົວ​ເອກ ແລ້ວ​ມິກ​ກັບ​ເສື້ອ​ຜ້າ​ທຳມະດາ​ໆ ບໍ່​ຕ້ອງ​ແບ​ນເນມ​ໝົດດີກວ່າ
12. ສາລະພັດ​ລາຍ​ສັດ​ໃນ​ຊຸດ​ດຽວ​ກັນ ເສື້ອ​ລາຍ​ເສືອ​ດາວ ໂສ້ງ​ໜັງ​ງູ ກະ​ເປົ໋າ​ໜັງເ​ເຂ້ ເກີບລາຍ​ມ້າ​ລາຍ.. ລອງ​ຄິດ​ເບິ່ງ​​ວ່າ​ເຈົ້າ​ຈະ​ເບິ່ງ​ຄົນ​ແຕ່ງ​ຕົວ​ແບບ​ນີ້​ແນວໃດ ເພາະ​ສະ​ນັ້ນ​ຢ່າ​ແຕ່ງ​ຕົວ​ແບບ​ນີ້​ເປັນ​ອັນ​ຂາດ
13. ເສື້ອ​ຜ້າ​ຂາດ​ໂຊມ ມີ​ຮອຍ​ເປື້ອນ ຖ້າ​ເສື້ອ​ຜ້າ​ຂາດກໍ​ຈັດການ​ຫຍິບ​ຊ່ອມ​ແຊມ​ເສຍ ຫລື ​ຖ້າ​ມີ​ຮອຍ​ເປື້ອນ​ກໍ​ຊັກ​ອອກ​ໃຫ້​ຮຽບຮ້ອຍ​ກ່ອນ​ນຳ​ມາ​ໃສ່ ຕົວ​ເຈົ້າ​ຈະ​ໄດ້​ບໍ່​ເບິ່ງ​ໂຊມ​ໄປ​ຕາມ​ເສື້ອ​ຜ້າ
14. ໝັ່ນໃຈ​ຫລາຍ​ເກີນ​ໄປ ການ​ໝັ່ນໃຈ​ໃນ​ຕົວ​ເອງ​ເປັນ​ສິ່ງ​ທີ່​ດີ ແຕ່​ຖ້າ​ໝັ້ນ​ໃຈ​ຈົນ​ບໍ່​ສົນ​ໃຈ​ຫຍັງ​ກໍ​ຄົງ​ຈະ​ບໍ່​ດີ​ປານໃດ ບາງ​ຄົນ​ໝັ່ນໃຈ​ວ່າ​ຂ້ອຍ​ຫຸ່ນ​ດີ​ຫລາຍ​ ກໍ​ເລີຍ​ໃສ່​ເສື້ອ​ຫັດຮູບ ​ໂຊວ໌​​ເຕັມ​ທີ່ ທັງໆ ທີ່​ໃນ​ສາຍ​ຕາ​ຄົນ​ຮອບ​ຂ້າງ​ບໍ່​ມີ​ໃຜ​ຄິດ​ແບບ​ນັ້ນກັບເຈົ້າ​ເລີຍ ໝັ່ນໃຈ​ຕົວ​ເອງ​ຫລາຍ​ເກີນ​ໄປ​ແບບ​ນີ້​ແລ້ວ​ຈະ​ມາ​ໂທດ​ວ່າ​ຄົນ​ອື່ນ​ມັກ​ມາ​ຕິ​ເລື່ອງ​ການ​ແຕ່ງ​ຕົວ​ເຈົ້າ​ບໍ່​ໄດ້​ເດີ້

ບົດຄວາມຫຼ້າສຸດ

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...