Homeຂ່າວພາຍ​ໃນພົບຜູ້ເສຍຊີວິດ 3 ຄົນ ຈາກເຫດເຮືອຈົມນ້ຳຢູ່ແຂວງອຸດົມໄຊ

ພົບຜູ້ເສຍຊີວິດ 3 ຄົນ ຈາກເຫດເຮືອຈົມນ້ຳຢູ່ແຂວງອຸດົມໄຊ

Published on

ຈາກເຫດການ ເຮືອຈົມນ້ຳໃນວັນທີ 2 ກັນຍາ 2023 ເຮັດໃຫ້ມີຜູ້ສູນຫາຍ 5 ຄົນ ແລະ ມີຜູ້ລອດຊີວິດ 5 ຄົນ ທີ່ເມືອງປາກແບງ ແຂວງອຸດົມໄຊ.

 

ໃນມື້ເກີດເຫດ ພວກເຂົາໄດ້ຂີ່ເຮືອເພື່ອຈະເຂົ້າໄປໃນເມືອງ ໄປຊື້ອາຫານ ແຕ່ໃນລະຫວ່າງການຂີ່ເຮືອກໍເກີດໄປຂົ້ມພວງມອງເຮັດໃຫ້ໂຊເຟີຄວບຄຸມບໍ່ໄດ້ເຮືອເລີຍຈົມ.

ທັ້ງນີ້ ເຂດດັ່ງກ່າວເປັນເຂດຫ່າງໄກຈາກຕົວເມືອງ ເຈົ້າໜ້າທີ່ກູ້ໄພບໍ່ສາມາດເຂົ້າເຖິງໄດ້ ຈຶ່ງລຳບາກໃນການຄົ້ນຫາ ແລະ ມີພຽງປະຊາຊົນເທົ່ານັ້ນທີ່ເປັນຄົນຊ່ວຍເຫຼືອ.

ປັດຈຸບັນ ໃນວັນທີ 4 ກັນຍາ 2023 ທາງທີມອາສາສະມັກບ້ານ ກໍໄດ້ລົງຄົ້ນຫາ ແລ້ວພົບສົບຜູ້ເສຍຊີວິດ ຈຳນວນ 3 ຄົນ ໃນນັ້ນມີຍິງ 2 ຄົນ ແລະ ບໍ່ຮູ້ລາຍລະອຽດຂອງຜູ້ເສຍຊີວິດ.

ທີ່ມາ Nitthaphone Soulinya,

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...