spot_img
Homeຂ່າວການຮ່ວມມືກອງປະຊຸມລັດຖະມົນຕີ ສິ່ງແວດລ້ອມອາຊຽນ-ອາເມລິກາ ຄັ້ງທີ 1

ກອງປະຊຸມລັດຖະມົນຕີ ສິ່ງແວດລ້ອມອາຊຽນ-ອາເມລິກາ ຄັ້ງທີ 1

Published on

ກອງປະຊຸມລັດຖະມົນຕີ ສິ່ງແວດລ້ອມອາຊຽນ-ອາເມລິກາ ຄັ້ງທີ 1 ຈັດຂຶ້ນໃນຕອນບ່າຍວັນທີ 24 ສິງຫາ 2023 ຜ່ານມາ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ບຸນຄໍາ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຫ່ງ ສປປ ລາວ ເພື່ອແລກປ່ຽນຄໍາຄິດເຫັນຮ່ວມກັນ ແນໃສ່ເພີ່ມທະວີການຮ່ວມມື ລະຫວ່າງອາຊຽນ-ອາເມລິກາ ໃຫ້ບັນລຸເປົ້າໝາຍຮ່ວມໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ ແລະ ກ້າວໄປສູ່ການປ່ອຍອາຍພິດເຮືອນແກ້ວເປັນສູນ.

ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ກ່າວວ່າ: ອາຊຽນ ແລະ ອາເມລິກາ ຖືສຳຄັນການເພີ່ມທະວີການຮ່ວມມືໃນ 4 ຂົງເຂດທີ່ລະບຸໄວ້ໃນທັດສະນະຂອງອາຊຽນ ກ່ຽວກັບພາກພື້ນອິນໂດ-ປາຊີຟິກ (AOIP) ຄື: ເຕັກໂນໂລຊີການຂົນສົ່ງທີ່ເປັນມິດກັບສະພາບອາກາດ ລວມມີ ພາຫະນະໄຟຟ້າ, ລະບົບນິເວດ, ນະຄອນອັດສະລິຍະ, ພື້ນຖານໂຄງລ່າງທີ່ຍືນຍົງ ແລະ ການເຊື່ອມຕໍ່, ສະພາບແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ເຊິ່ງສະພາບໂລກຮ້ອນ ບໍ່ພຽງແຕ່ສົ່ງຜົນກະທົບຕໍ່ພາກພື້ນອາຊຽນ ເທົ່ານັ້ນ. ສປປ ລາວ ແລະ ປະເທດສະມາຊິກອາຊຽນອື່ນໆ ໄດ້ຮ່ວມກັນມືຢ່າງຕັ້ງໜ້າກັບອົງການຈັດຕັ້ງສາ ກົນ, ຄູ່ຮ່ວມພັດທະນາ ແລະ ພາກສ່ວນກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດກ່ຽວກັບໂຄງການການປ່ຽນ ແປງຂອງດິນຟ້າອາກາດພາຍໃນປະເທດ ແລະ ພາກພື້ນ.

ທ່ານ ນາງ ບຸນຄໍາ ວໍລະຈິດ ໄດ້ໃຫ້ຮູ້ອີກວ່າ: ແຜນງານດ້ານສິ່ງແວດລ້ອມ ແລະ ສະພາບອາກາດລະຫວ່າງອາຊຽນ-ອາເມລິກາ ສຸມໃສ່ 4 ຂົງເຂດຕົ້ນຕໍ ຄື: ເພີ່ມທະວີຄວາມການຮ່ວມມືກ່ຽວກັບດິນຟ້າອາກາດໃຫ້ຫລາຍຂຶ້ນກວ່າເກົ່າ, ການຫລຸດຜ່ອນຜົນກະທົບ ແລະ ການປັບຕົວຂອງພາກພື້ນ, ນະວັດຕະກໍາ ສໍາລັບການຫລຸດຜ່ອນກາກບອນໃນອະນາຄົດ, ການລະດົມທຶນກ່ຽວກັບສະພາບດິນຟ້າອາ ກາດ, ການສະໜັບສະໜູນການປົກປັກຮັກສາສິ່ງແວດລ້ອມ ແລະ ການອະນຸລັກຊີວະນາໆພັນ.

ກອງປະຊຸມຄັ້ງນີ້, ເປັນເວທີທີ່ມີປະສິດທິຜົນ ສຳລັບການຮ່ວມມືກັນໃນອະນາຄົດ ລະຫວ່າງອາຊຽນ-ອາເມລິກາ ໃນການຊຸກຍູ້ສົ່ງເສີມດ້ານນະວັດຕະກໍາເພື່ອສະໜັບສະໜູນ ການຫລຸດຜ່ອນຜົນກະທົບ ແລະ ການປັບຕົວຕໍ່ສະພາບດິນຟ້າອາກາດໃນພາກພື້ນ, ລວມທັງການເພີ່ມທະວີຄຳໝັ້ນສັນຍາ ແລະ ຄວາມພະຍາຍາມຂອງສອງຝ່າຍ ເພື່ອບັນລຸເປົ້າໝາຍລວມຂອງການຫລຸດຜ່ອນ ການປ່ອຍອາຍພິດເຮືອນແກ້ວ, ພ້ອມທັງປະຕິບັດສັນຍາປາຣີ ວ່າດ້ວຍການປ່ຽນແປງດິນຟ້າອາກາດ ເພື່ອກ້າວໄປສູ່ການບັນລຸການປ່ອຍອາຍພິດເຮືອນແກ້ວເປັນສູນ ໃນປີ 2050 ໃຫ້ປະກົດຜົນເປັນຈິງ.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...