Homeຂ່າວຕ່າງປະເທດກິນໜ້ອຍດຽວໝົດຫຼາຍແສນ! ຮ້ານອາຫານໄທ ເຮັດເມນູເປັນພາສາລາວ ຄິດໄລເປັນເງິນກີບ ແລະ ເງິນບາດ

ກິນໜ້ອຍດຽວໝົດຫຼາຍແສນ! ຮ້ານອາຫານໄທ ເຮັດເມນູເປັນພາສາລາວ ຄິດໄລເປັນເງິນກີບ ແລະ ເງິນບາດ

Published on

ຖືໄດ້ວ່າເປັນກະແສຮ້ອນແຮງ! ເມື່ອຮ້ານອາຫານແຫ່ງໜຶ່ງໃນຈັງຫວັດນະຄອນຣາຊສີມາ ຊື່ຮ້ານວ່າ ຕຳຫຼວງພະບາງ ເປັນຮ້ານອາຫານອີສານ ເມື່ອລູກຄ້າໄດ້ໄປກິນ ແລະ ຄິດໄລ່ຄ່າອາຫານຈຶ່ງຕົກໃຈເພາະຄິດວ່າກິນເຂົ້າຄາບດຽວລາຄາ 400,000 ບາດ ແຕ່ນັ້ນເປັນບິນຂອງເງິນກີບ.

ທາງເຈົ້າຂອງຮ້ານໄດ້ລະບຸວ່າ: ດ້ວຍປັນຫາທາງເສດຖະກິດເຮັດໃຫ້ຮ້ານບໍ່ຄ່ອຍມີຄົນເຂົ້າ ບວກກັບປັດຈຸບັນຜູ້ຄົນທີ່ໃຫ້ຄວາມສົນໃຈກ່ຍວກັບສື່ສັງຄົມອອນລາຍ ຕົນເອງຈຶ່ງຄິດໄອເດຍອອກໂດຍເຮັດບິນຈ່າຍຄ່າອາຫານເປັນເງິນບາດ ແລະ ເງິນກີບ ກາຍເປັນວ່າລູກຄ້າມັກ, ຖ່າຍຮູບລົງສື່ສັງຄົມອອນລາຍ ແລະ ມີການແຊຣ์ຕໍ່ກັນເປັນຈຳນວນຫຼາຍ.

ນອກຈາກບິນຈ່າຍຄ່າອາຫານຈະເປັນເງິນກີບແລ້ວ ທາງຮ້ານຍັງນຳປ້າຍບອກທາງໄວ້ໜ້າຮ້ານເພື່ອເປັນສີສັນອີກໂດຍມີຂໍ້ຄວາມປະມານວ່າ: ບ້ານເມຍຫຼວງ 500 ກິໂລແມັດ, ບ້ານກິກ 300 ແມັດ, ບ້ານເມຍນ້ອຍ 500 ແມັດ ແລະ ບ້ານຄືຊິກິນແຫ້ວ 370 ກິໂລແມັດ ເຮັດໃຫ້ລູກຄ້າທີ່ມາອຸດໜູນພາກັນມັກ.

ທັງນີ້ຍັງມີປະຊາຊົນບາງຈຳນວນຄິດວ່າເປັນການດ້ອຍຄ່າເງິນກີບ ເນື່ອງຈາກເງິນກີບມີລັກສະນະອ່ອນຄ່າ ເມື່ອທຍບກັບສະກຸນເງິນຕ່າງປະເທດ ກໍຄືເງິນບາດເຊິ່ງເຫັນໄດ້ຊັດເຈນຕາມອັດຕາແລກປ່ຽນປະຈຳວັນ ແຕ່ຈຸດປະສົງຂອງຮ້ານເຮັດມາເພື່ອດຶງດູດລູກຄ່າພຽງເທົ່ານັ້ນ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...