Homeຂ່າວຕ່າງປະເທດເຂົ້າມາຕີສະໜິດຫຼົງເຊື່ອແລ້ວຕົວະໃຫ້ເສຍເງິນ

ເຂົ້າມາຕີສະໜິດຫຼົງເຊື່ອແລ້ວຕົວະໃຫ້ເສຍເງິນ

Published on

ໜຸ່ມໄວກາງຄົນເສຍເງິນ 1 ລ້ານໂດລາສະຫະລັດ ເພາະເຊື່ອໃຈຄົນໃນແຊັດອອນລາຍ ເຊິ່ງລັກສະນະການເຂົ້າມາຕົ້ມຕຸນແບບນີ້ ເຂົາເອີ້ນວ່າຂ້າໝູ (Pig Butchering) ເພາະຈະຄ່ອຍໆລ້ຽງຈົນໃຫຍ່ຕຸ້ຍພີ່ດີງາມ ເປັນການຄ່ອຍໆໃຫ້ອີກຝ່າຍໄວ້ໃຈ ແລະ ລົງມືສັງຫານ.

ຈາກ ເວັບໄຊ້ ໄດ້ມີການແບ່ງປັນເຫດການດັ່ງກ່າວທີ່ເກີດກັບໜຸ່ມໄວກາງຄົນ ຫຼື ຜູ້ເສຍຫາຍໃນສະຫະລັດອາມາລິກາ ອອກມາໂດຍໃຫ້ຮູ້ວ່າ: ຖືກຄົນທີ່ລົມນຳກັນໃນແຊັດອອນລາຍຕົວະເອົາເງິນ ເຊິ່ງລວມແລ້ວແມ່ນ 1ລ້ານໂດລາ, ຜູ້ເສຍຫາຍໄດ້ລົມກັບຜູ້ຕົ້ມຕຸນ ຜ່ານ WhatsApp ເຊິ່ງລວມການແຊັດນຳກັນປະມານ 271,000 ຄຳ, ທັງສອງໄດ້ແຊັດນຳກັນຫຼາຍເດືອນຈົນຮູ້ສຶກສະໜິດສະໜົມກັນ ແຕ່ຍັງບໍ່ເຄີຍພົບກັນຕໍ່ໜ້າ ພຽງແຕ່ສົ່ງຮູບໃຫ້ກັນເບິ່ງ.

ເຊິ່ງນັກຕົ້ມຕຸນຈະເຂົ້າມາຫາໂດຍການຊວນລົມແບບຄົນຢາກຮູ້ຈັກກັນແທ້ໆ ລົມກັນແຕ່ລະມື້ຖາມເລື່ອງລາວ ແລະ ກິດຈະກຳຂອງກັນແລະກັນ ຈົນມີການຊວນລົງທຶນ ແລະ ບອກວ່າຈະໄດ້ເງິນຄືນ ພ້ອມໄດ້ກຳໄລນຳອີກ ຍ້ອນຄວາມໄວ້ໃຈ ຈິ່ງໄດ້ໂອນເງິນເພື່ອລົງທຸນ ເທື່ອທຳອິດແມ່ນບໍ່ໄດ້, ສ່ວນເທື່ອຕໍ່ໄປແມ່ນໄດ້ເງິນ ເລີຍເຮັດໃຫ້ຢາກລົງທຶນຕື່ມອີກ (ການລົງທຶນແມ່ນໂອນເງິນໃຫ້ ເພື່ອໄປແລກຫຼຽນຄຣິບໂຕ ເຊິ່ງຜູ້ຕົ້ມຕຸ້ນບອກວ່າມີສູດທີ່ຮູ້ວ່າຫຼຽນໂຕໃດມີລາຄາສູງ ແລະ ຈະໄດ້ກຳລັງຫຼາຍ) ຊ່ວງຫຼັງໆມາກໍເລີ່ມຮູ້ໂຕວ່າ ຖືກຕົ້ມ ເພາະບໍ່ໄດ້ຮັບເງິນ ເລີຍໄປແຈ້ງເຈົ້າໜ້າທີ່ ແຕ່ກໍຮູ້ວ່າຄືຈະບໍ່ເປັນຜົນ ມີແຕ່ໄປອ້ອນວອນຂໍນຳນັກຕົ້ມຕຸນດັ່ງກ່າວ ແຕ່ກໍບໍ່ເປັນຜົນ ຈາກນັ້ນ ຜູ້ຕົ້ມຕຸນກໍຫາຍໄປ. ເງິນທີ່ລົງທຸນເປັນເງິນທີ່ເກັບມາທັງຊີວິດ ແລະ ຍືມທະນາຄານ ຍ້ອນຄິດວ່າຈະມີເງິນຫຼາຍຂຶ້ນ.

ປັດຈຸບັນ, ການເຂົ້າຫາກັນທາງສັງຄົມອອນລາຍແມ່ນງ່າຍ ແລະ ໄວ ບາງຄັ້ງໂປຟາຍເຂົາເຈົ້າອາດຈະດູດີ ແລະ ເຮັດໃຫ້ເຮົາເຊື່ອຖື ພ້ອມທັງຢາກຮູ້ຈັກ, ແຕ່ຢ່າລືມວ່າເຮົາຕ້ອງລະມັດລະວັງ ແລະ ຄວນຄິດຮອບຄອບ ຖ້າຫາກກໍລະນີ ມີເງິນເຂົ້າມາ ເພາະທ່ານອາດຈະຕົກເປັນເຫຍື້ອແກ້ງຕົ້ມຕຸ້ນ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...