spot_img
Homeຂ່າວພາຍ​ໃນລາຍງານອັດຕາເງິນເຟີ້ປະຈຳເດືອນກໍລະກົດ 2023

ລາຍງານອັດຕາເງິນເຟີ້ປະຈຳເດືອນກໍລະກົດ 2023

Published on

ໃນເດືອນກໍລະກົດ 2023, ທ່າອ່ຽງລາຄາສິນຄ້າຍັງສືບຕໍ່ເພີ່ມຂຶ້ນ ແຕ່ເພີ່ມຂຶ້ນໃນຈັງຫວະທີ່ຊ້າລົງ. ດັດຊະນີລາຄາສິນຄ້າໂດຍລວມຂອງເດືອນກໍລະກົດ ຢູ່ໃນລະດັບ 190,15 ເຊິ່ງເພີ່ມຂຶ້ນຈາກ 148,79 ໃນເດືອນກໍລະກົດ ປີຜ່ານມາ ເຮັດໃຫ້ອັດຕາເງິນເຟີ້ລວມຂອງ ສປປ ລາວ ໃນເດືອນກໍລະກົດນີ້ ຢູ່ໃນລະດັບ 27,8% (ເດືອນ ມີຖຸນາ 2023 ຢູ່ໃນລະດັບ 28,6%). ໝວດສິນຄ້າທີ່ມີອັດຕາເງິນເຟີ້ສູງກວ່າໆູ່ແມ່ນ ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ ເພີ່ມຂຶ້ນ 37,81%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 32,8% ພົ້ນເດັ່ນແມ່ນ, ໝວດ ເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 28,5%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 24,7%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 21,9%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 20,8%, ໝວດທີ່ພັກອາໄສ, ນໍ້າປະປາ, ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 16,8%, ໝວດສິນຄ້າ ແລະ ບໍລິການອື່ນໆ ເພີ່ມຂຶ້ນ 14,0%, ຄົມມະນາຄົມ ແລະ ຂົນສົ່ງ ເພີ່ມຂຶ້ນ 14,5%.

ເມື່ອທຽບລາຄາສິນຄ້າ ແລະ ບໍລິການ ເດືອນກໍລະກົດ 2023 ທຽບກັບເດືອນມິຖຸນາ 2023 ເຫັນວ່າຍັງສືບຕໍ່ເພີ່ມຂຶ້ນ ເຊິ່ງເພີ່ມຂຶ້ນ 2,3% ໃນນັ້ນໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນຫລາຍກວ່າຫມູ່ (5,0%) ພົ້ນເດັ່ນແມ່ນ ການເພີ່ມຂຶ້ນຂອງ ລາຄາຢາປາລາເຊຕາໂມນທີ່ນໍາເຂົ້າ ເພີ່ມຈາກ 6.036 ກີບ/ແຜງ ເປັນ 6.696 ກີບ/ແຜງ (ເພີ່ມຂຶ້ນ 20%), ຢາອາມົກຊີລິນເມັດເພີ່ມຈາກ 7.103 ກີບ/ແຜງ ມາເປັນ 7.039 ບາດ/ແຜງ, ຢາແກ້ໄອເດັກນ້ອຍ ເພີ່ມຈາກ 16.261 ກີບ/ຂວດ ມາເປັນ 16.766 ກີບ/ຂວດ.

ໝວດຄົມມະນາຄົມ ແລະ ການຂົນສົ່ງ ເພີ່ມຂຶ້ນ 4,2% ພົ້ນເດັ່ນ ແມ່ນ ນໍ້າມັນແອັດຊັງທໍາມະດາເພີ່ມຂຶ້ນຈາກ 19,553 ກີບ/ລິດ ມາເປັນ 20.660 ກີບ/ລິດ, ນ້ຳມັນກະຊວນ ເພີ່ມຂຶ້ນ ຈາກ 17.039 ກີບ/ລິດ ມາເປັນ 19,900 ກີບ/ລິດ, ຄ່າໂດຍສານພາຍໃນເມືອງ ເພີ່ມຈາກ 6.949 ກີບ/ປີ້ ເປັນ 7.393 ກີບ/ປີ້.

ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 4,1% ພົ້ນເດັ່ນແມ່ນ ລາຄາປີ້ງໄກ່ ເພີ່ມຈາກ 25.531/ ປີ້ງ ມາເປັນ 26.449 ກີບ/ປີ້ງ, ເຂົ້າລາດໜ້າ ຈາກ 23.339 ກີບ/ຈານ ມາເປັນ 23.538 ກີບ/ຈານ, ລາຄາ ເຝີ ເພີ່ມ ຈາກ 24.229 ກີບ/ຖ້ວຍ ມາເປັນ 25.092 ກີບ/ຖ້ວຍ.

ໝວດເຄື່ອງນຸ່ງຫົ່ມ ແລະ ເກັບ ເພີ່ມຂຶ້ນ 3,3% ພົ້ນເດັ່ນ ແມ່ນ ມຸ້ງກາງນອນເພີ່ມຈາກ 82.227 ກີບ/ດາງ ມາເປັນ 87.838 ກີບ/ດາງ, ແຟັບຊັກເຄື່ອງໄທຂະຫນາດ 1 ກິໂລ ເພີ່ມຈາກ 17.498 ກີບ/ຖົງ ມາເປັນ 18.520 ກີບ/ຖົງ, ນໍ້າຢາລ້າງຈານ ເພີ່ມຈາກ 18.501 ກີບ/ຖົງ ມາເປັນ 18.989 ກີບ/ຖົງ. ພ້ອມກັນນັ້ນ, ຫຼາຍລາຍການສິນຄ້າທີ່ນອນຢູ່ໃນບັນຊີລາຍການຄວບຄຸມລາຄາ ກໍ່ເຫັນວ່າ ໄດ້ມີການປັບຕົວເພີ່ມຂຶ້ນ ເປັນຕົ້ນແມ່ນ ສິນຄ້າປະເພດອາຫານສົດ, ເຄື່ອງກໍ່ສ້າງ ແລະ ຫົວອາຫານສັດ.

ສາເຫດຕົ້ນຕໍຂອງການເພີ່ມຂຶ້ນຂອງລາຄາຍັງແມ່ນມາຈາກປັດໄຈທີ່ ສປປ ລາວ ເອື້ອຍອີງຈາກການນໍາເຂົ້າ ສິນຄ້າຈາກຕ່າງປະເທດ. ດັ່ງນັ້ນ ເມື່ອອັດຕາແລກປ່ຽນສືບຕໍ່ອ່ອນຄ່າເຊັ່ນ ໃນຕົ້ນເດືອນກໍລະກົດທຽບໃສ່ຕົ້ນເດືອນ ມິຖຸນາ ປີ 2023 ເງິນກີບທຽບໃສ່ທັງເງິນບາດ ແລະ ເງິນໂດລາ ອ່ອນຄ່າ 4% ແລະ ເມື່ອທຽບກັບໄລຍະດຽວກັນຂອງ ປີຜ່ານມາເງິນກີບທຽບໃສ່ບາດ ແລະ ໂດລາ ອ່ອນຄ່າ 19% ຈິ່ງເຮັດໃຫ້ລາຄາສິນຄ້ານໍາເຂົ້າມີການປັບໂຕສູງຂຶ້ນຕາມ ການອ່ອນຄ່າຂອງອັດຕາແລກປ່ຽນ. ພ້ອມກັນນັ້ນ, ການປ່ຽນແປງລາຄາສິນຄ້າຂອງ ສປປ ລາວ ບໍ່ສະເພາະແຕ່ມາຈາກ ການອ່ອນຄ່າຂອງອັດຕາແລກປ່ຽນ, ແຕ່ຍັງມາຈາກການເພີ່ມຂຶ້ນຂອງລາຄາສິນຄ້າຢູ່ຕ່າງປະເທດເປັນຕົ້ນແມ່ນລາຄານໍ້າ ມັນທີ່ມີອ່ຽງບໍ່ແນ່ນອນ ແລະ ມີການປັບໂຕເພີ່ມຂຶ້ນຄື: ລາຄານໍ້າມັນຢູ່ຕະຫລາດສາກົນໃນໄລຍະປະຈຸບັນ ທຽບໃສ່ ໄລຍະຕົ້ນເດືອນກໍລະກົດ 2023, ລາຄານໍ້າມັນແອັດຊັງພິເສດ ເພີ່ມຂຶ້ນ 15%, ນໍ້າມັນແອັດຊັງທໍາມະດາເພີ່ມຂຶ້ນ 16% ແລະ ນ້ໍາມັນກະຊວນເພີ່ມຂຶ້ນ 14%. ນອກຈາກນັ້ນ, ສັງເກດເຫັນວ່າ ລາຄາສິນຄ້າຢູ່ປະເທດໄທໃນປະຈຸບັນໄດ້ມີການປັບຕົວເພີ່ມຂຶ້ນ ເປັນຕົ້ນແມ່ນລາຄານໍ້າມັນ ເຊິ່ງອາດກະທົບຕໍ່ຕົນທຶນການຜະລິດຢູ່ປະເທດໄທເອງ I ໃຫ້ລາຄາສິນຄ້າທີ່ ສປປ ລາວນໍາເຂົ້າຈາກປະເທດໄທເອງ ແລະ ຈະເຮັດມີລາຄາສູງຂຶ້ນ.

ທີ່ມາ: ສູນສະຖິຕິແຫ່ງຊາດ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...